Header Ads

10 ຄຸນປະໂຫຍດຂອງໝາກມ່ວງ ພ້ອມຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຂອງ​ໂລກ​ຫົວ​ໃຈ


ລະດູ​ຮ້ອນ​ນີ້​ເປັນ​ລະດູຂອງຫມາກມ່ວງ, ຫມາກມ່ວງ​ຖື​ໄດ້​ວ່າ​ເປັນ​ລາ​ຊາ​ແຫ່ງ​ຫມາກໄມ້​​ຂອງ​ຄົນ​ທຸກ​ເພດ​ທຸກ​ໄວ​ມັກ​ນິຍົມ​ຮັບປະທານ​ແບບ​ສົດ​ຫລາຍກວ່າ​ຫມາກໄມ້​ອື່ນ ໆ ຍ້ອນ​ຫມາກ​ມ່ວງ​ມີ​ລົດ​ຊາດຫວານ​ ແລະ​ ກິ່ນ​ຫອມ​ຍັງ​ສາມາດ​ຟື້ນ​ຟູ​ຈິດ​ໃຈ​ ແລະ​ ເຮັດໃຫ້​ເຮົາ​ຮູ້ສຶກ​ມີ​ຄວາມ​ສຸກ​ໄດ້​ອີກ​ດ້ວຍ

ຫມາກ​ມ່ວງ​ມີ​ຂະໜາດ ​ແລະ​ ຮູບ​ຊົງ​ທີ່​ແຕກ​ຕ່າງ​ກັນ​ຂຶ້ນ​ຢູ່​ກັບ​ສາຍ​ພັນ ຊຶ່ງ​ມີ​ສາຍ​ພັນ​ຫລາຍກວ່າ 1,000 ຊະນິດ,  ໃນ​ເນື້ອ​ຂອງ​ຫມາກ​ມ່ວງ​ຈະ​ອຸດົມ​ໄປ​ດ້ວຍ​ສານ​ອາຫານ, ສານ​ອອກ​ລິດ​ທາງ​ຊີວະ​ພາບ​ ແລະ ​ເສັ້ນ​ໃຍ​ຫລວງຫລາຍ ທັງ​ຍັງ​ເປັນ​ແຫລ່ງ​ຂອງ​ວິ​ຕາ​ມິນ A, C ແລະ E ລວມ​ທັງ​ແຮ່ທາດ​ຕ່າງໆ ບໍ່​ວ່າ​ຈະ​ເປັນ ໂພ​ແທດ​ຊຽມ ແມກ​ນີ​ຊຽມ ທອງ​ແດງ ແຄລ​ຊຽມ ​ແລະ ​ຟອດ​ຟໍ​ລັດ. ນີ້​ຄື 10 ຄຸນ​ປະໂຫຍດ​ຂອງ​ຫມາກ​ມ່ວງ


1.ຫຼຸດລະ​ດັບ​ຄໍ​ເລດ​ເຕີ​ລອນ​ທີ່​ບໍ່​ດີ

ການ​ຮັບປະທານ​ຫມາກ​ມ່ວງ​ປະຈຳ​ສາມາດ​ປິ່ນປົວ​ລະ​ດັບ​ຄໍ​ເລດ​ເຕີ​ລອນ​ໃນ​ຮ່າງກາຍ ຈາກ​ການ​ກວດ​ສອບ​ພົບ​ວ່າ ວິ​ຕາ​ມິນ​ຊີ​ສູງ ເພກ​ຕິນ​ ແລະ​ ເສັ້ນ​ໃຍ​ຫລວງຫລາຍ​ທີ່​ຢູ່ໃນ​ຫມາກ​ມ່ວງ​ຈະ​ຊ່ວຍ​ຫຼຸດ​ລະ​ດັບ​ຄໍ​ເລດ​ເຕີ​ລອນ​ທີ່​ບໍ່​ດີ (LDL) ໄດ້​ເປັນ​ຢ່າງ​ດີ​, ໃນ​ຂະນະ​ດຽວ​ກັນ​ຍັງ​ຊ່ວຍ​ເພີ່ມ​ຈຳນວນ​ຄໍ​ເລດ​ເຕີ​ລອນ​ທີ່​ດີ (HDL) ອີກ​ດ້ວຍ. ຫມາກ​ມ່ວງ​ເປັນ​ແຫລ່ງ​ທີ່​ອຸດົມ​ໄປ​ດ້ວຍ​ໂພ​ແທດ​ຊຽມ​ຊຶ່ງ​ມີ​ຫນ້າທີ່​ສຳຄັນ​ໃນ​ການ​ເພີ່ມ​ອັດຕາ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ລະບົບ​ປະສາດ​ທີ່​ຄວບ​ຄຸມ​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ ​ແລະ​ຄວາມ​ດັນ​ເລືອດ ເຮັດໃຫ້​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ຂອງ​ໂລກຫົວ​ໃຈ.



2. ຟື້ນ​ຟູ​ຜິວ

ຫມາກ​ມ່ວງ​ເປັນ​ຫມາກໄມ້​ຫມາກຫັດສະຈັນ​ສາມາດ​ໃຊ້​ຟື້ນ​ຟູ​ຜິວ​ໄດ້, ໂດຍ​ໃຊ້​ໃນ​ການ​ມາດກ໌​ແລະ​ຂັດ​ໜ້າ, ໃນ​ຫມາກ​ມ່ວງ​ອຸດົມ​ໄປ​ດ້ວຍ​ສານ​ຕ້າ​ນອະ​ນຸ​ມູນ​ອິດສະຫລະ ແລະ​ວິ ​ຕາ​ມິນ C, ເຊິ່ງ​ຊ່ວຍ​ໃຫ້​ຜິວ​ຂອງ​ເຮົາ​ມີ​ສຸກຂະພາບ​ດີ ​ແລະ​ ສົດໃສ. ວິ​ຕາ​ມິນ​ແລະ ​ເບ​ຕ້າ​ແຄ​ໂລ​ທີນ​ໃນ​ຫມາກ​ມ່ວງ​ສາມາດ​ເພີ່ມ​ຄວາມ​ອ່ອນ​ໄວ, ຟື້ນ​ຟູ​ຜິວ, ຫຼຸດ​ຈຸດ​ດ່າງ​ດຳ ຝ້າ​ແລະ​ສິວ, ໂດຍ​ນຳ​ຫມາກ​ມ່ວງ​ສຸກ​ມາ​ປອກ​ເປືອກ ແລ້ວ​ຖູ​ທົ່ວ​ໃບ​ໜ້າ​ຂອງ​ເຮົາ​ເປັນ​ເວລາ 10 ເຖິງ 15 ນາ​ທີ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ.

3. ປ້ອງ​ກັນ​ການ​ເກີດ​ພະຍາດ​ລົມ​ແດດ (Heat stroke)

ຫຼຸດ​ຄວາມ​ສ່ຽງ​ຜົນ​ກະທົບ​ຂອງ​ຈັງ​ຫວະ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ຈາກ​ຄວາມ​ຮ້ອນ ຊຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ປິ່ນປົວ​ລະ​ດັບ​ຂອງ​ແຫລວ​ໃນ​ຮ່າງກາຍ​ຂອງ​ເຮົາ ໂພ​ແທດ​ຊຽມ​ໃນ​ຫມາກ​ມ່ວງ​ຊ່ວຍ​ປິ່ນປົວ​ລະ​ດັບ​ໂຊ​ດຽມ​ຊຶ່ງ​ຈະ​ຄວບ​ຄຸມ​ລະ​ດັບ​ຂອງ​ແຫລວ​ໃນ​ຮ່າງກາຍ​ແລະ ​ຄວບ​ຄຸມ​ຈັງ​ຫວະ​ການ​ເຕັ້ນ​ຂອງ​ຫົວ​ໃຈ​. ໃນ​ລະດູ​ຮ້ອນ​ເຮົາ​ສາມາດ​ກິນ​ຫມາກ​ມ່ວງ​ສຸກ​ ຫລື​ ຫມາກ​ມ່ວງ​ດິບ​ທຸກ​ມື້​ເພື່ອ​ຊ່ວຍ​ໃຫ້​ເຢັນ​ລົງ​ແລະ​ເພີ່ມ​ນ້ຳ​ແກ່​ຮ່າງກາຍ.


4. ບຳ​ລຸງ​ສາຍ​ຕາ

ຫມາກ​ມ່ວງ​ເປັນ​ແຫລ່ງ​ຂອງ​ວິ​ຕາ​ມິນ A ຈຳນວນ​ຫລາຍ, ເຊິ່ງສານ​ອາຫານ​ສຳຄັນ​ສຳລັບ​ສຸກຂະພາບ​ຕາແມ່ນ ວິ​ຕາ​ມິນ A ຈະ​ຊ່ວຍ​ບຳ​ລຸງ​ສາຍ​ຕາ​ ແລະ​ ປ້ອງ​ກັນ​ຄວາມ​ຜິດ​ປົກກະຕິ​ຕ່າງໆ​ກ່ຽວກັບ​ຕາ ເຊັ່ນ​ຕາບອດ​ຕອນ​ກາງ​ຄືນ, ຕໍ້​ກະ​ຈົກ, ຈໍ​ປະສາດ​ຕາ​ເສື່ອມ, ຕາ​ແຫ້ງ ​ແລະ​ ຄວາມ​ຮູ້ສຶກ​ບໍ່​ສະບາຍ​ຕາ. ໃນ​ຫມາກ​ມ່ວງ​ສຸກ 1 ຈານ ມີ​ວິ​ຕາ​ມິນ A ຢູ່​ຮອດ 25% ຂອງ​ຄວາມ​ຕ້ອງ​ການ​ຕໍ່​ຄາບອາຫານ


5. ປິ່ນປົວ​ລະ​ດັບ​ອັນ​ຄາ​ໄລນ໌

ກົດ​ຊິ​ຕິກ​ທີ່​ພົບ​ໃນ​ຫມາກ​ມ່ວງ​ຊ່ວຍ​ປິ່ນປົວ​ລະ​ດັບ​ອັນ​ຄາ​ໄລນ໌​ໃນ​ຮ່າງກາຍ ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາ​ສຸກຂະພາບ​ຫລາຍ​ຢ່າງ ເຊັ່ນ ພາ​ວະ​ເລືອດ​ເປັນ​ກົດ​ຊຳເຮື້ອ, ພະຍາດ​ຫມາກໄຂ່ຫລັ,ງ ກ້າມ​ເນື້ອ​ອ່ອນແອ ​ແລະ ​ກະດູກ​ອ່ອນແອ. ການ​ຮັບປະທານ​ຫມາກ​ມ່ວງ​ເປັນ​ປະຈຳ​ຈະ​ຊ່ວຍ​ປິ່ນປົວ​ຄ່າ pH ໃຫ້​ປົກກະຕິ ໂດຍ​ຢູ່​ລະຫວ່າງ 7.35 ແລະ 7.45 ເຊິ່ງ​ຈະ​ຊ່ວຍ​ໃຫ້​ການ​ຖ່າຍ​ໂອນ​ອອກ​ຊິ​ເຈນ​ໄປ​ທົ່ວ​ຮ່າງກາຍ​ຫລາຍ​ຂຶ້ນ, ປ້ອງ​ກັນ​ບໍ່​ໃຫ້ເກີດ​ພະຍາດ​ທາງເດີນ​ອາຫານ​ຕ່າງໆ ແລະ​ ພະຍາດ​ກະດູກ​ພຸ.

6. ຊ່ວຍ​ຍ່ອຍ​ອາຫານ

ເສັ້ນ​ໃຍ​ທີ່​ມີ​ຢູ່​ຫລາຍ​ໃນ​ຫມາກ​ມ່ວງ​ຈະ​ຊ່ວຍ​ໃນ​ການ​ຍ່ອຍ​ອາຫານ​ ແລະ​ ການ​ກຳຈັດ​ຂອງ​ເສຍ, ທັງ​ຍັງ​ສາມາດ​ຊ່ວຍ​ປ້ອງ​ກັນ​ຄວາມ​ຜິດ​ປົກກະຕິ​ຂອງ​ລະບົບ​ທາງເດີນ​ອາຫານ​ເຊັ່ນ ພະຍາດ​ໂຄຫ໌​ນ (Crohn’s disease). ນອກ​ຈາກ​ນີ້​ຫມາກ​ມ່ວງ​ຍັງ​ຊ່ວຍ​ບັນ​ເທົາ​ອາການ​ຖ່າຍຍາກ ​ແລະ ​ແຜ​ໃນ​ກະເພາະ​ອາຫານ.

7. ປ້ອງ​ກັນ​ພະຍາດ​ມະເຮັງ

ງານ​ວິ​ໄຈ​ຫລາຍ​ສະບັບສະແດງ​ໃຫ້​ເຫັນ​ວ່າ ສານ​ຕ້ານ​ມະເຮັງ ແລະ​ ສານ​ຕ້າ​ນອະນຸ​ມູນ​ອິດສະຫລະ​ໃນ​ຫມາກ​ມ່ວງ​ສາມາດ​ປ້ອງ​ກັນ​ພະຍາດ​ມະເຮັງ​ລຳ​ໄສ້​ໃຫຍ່, ພະຍາດ​ມະເຮັງເຕົ້າ​ນົມ, ພະຍາດ​ມະເຮັງປອດ, ພະຍາດ​ມະເຮັງຜິວ​ໜັງ, ພະຍາດ​ມະເຮັງ​ເມັດ​ເລືອດ​ຂາວ​ ແລະ​ ພະຍາດ​ມະເຮັງ​​ຕ່ອມ​ລູກ​ຫະ​ໝາກ. ສານ​ຕ້າ​ນອະ​ນຸ​ມູນ​ອິດສະຫລະ​ທີ່​ພົບ​ໃນ​ຫມາກ​ມ່ວງ​ທີ່​ຊ່ວຍ​ປ້ອງ​ກັນ​ພະຍາດ​ມະເຮັງ​ຄື quercetin isoquercitrin astragalin fisetin gallic acid ແລະ methyl gallat, ສະ​ຖາ​ບັນ​ພະຍາດ​ມະເຮັງ​ໃນ​ບອດ​ຕັນ​ແນະ​ນຳ​ໃຫ້​ດື່ມ​ຫມາກ​ມ່ວງ​ປັ່ນ​1-2 ຈອກທຸກ​ມື້​ສຳລັບ​ຜູ້​ປ່ວຍ​ພະຍາດ​ມະເຮັງ​.


8. ຊ່ວຍ​ເສີມ​ສ້າງ​ລະບົບ​ພູ​ມຄຸ້ມ​ກັນ

ວິ​ຕາ​ມິນ C ໃນ​ຫມາກ​ມ່ວງ​ມີ​ຫນ້າທີ່​ສຳຄັນ​ໃນ​ການ​ປິ່ນປົວ​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ຮ່າງກາຍ, ປ້ອງ​ກັນ​ເຊື້ອ​ພະຍາດບໍ່ໃຫ້​ເຂົ້າ​ສູ່​ຮ່າງກາຍ​ແລະ​ຊ່ວຍ​ເພີ່ມ​ການ​ຜະລິດ​ເມັດ​ເລືອດ​ຂາວ. ນອກ​ຈາກ​ນີ້​ຍັງ​ຊ່ວຍ​ປິ່ນປົວ​ສຸກຂະພາບ​ຜິວ​ໃຫ້​ຜິວ​ມີ​ສຸກຂະພາບ​ດີ.


9. ເພີ່ມ​ຄວາມ​ຈື່ຈຳ
ໃນ​ການສຶກສາ​ຂອງ journal Oxidative Medicine ພົບ​ວ່າ​ສານ​ຫລາຍ​ຊະນິດ​ທີ່​ພົບ​ໃນ​ຫມາກ​ມ່ວງ​ຊ່ວຍ​ເພີ່ມ​ການ​ຈົດ​ຈຳ ​ແລະ​ ຫຼຸດ​ຄວາມ​ຄຽດ. ກົດ​ກູ​ຕາ​ໃນ​    ຫມາກ​ມ່ວງ​ຈະ​ຊ່ວຍ​ເພີ່ມ​ຫນ່ວຍ​ຄວາມຈື່​ຈຳ, ສ່ວນ​ວິ​ຕາ​ມິນ B6 ຍັງມີ​ຫນ້າທີ່​ສຳຄັນ​ໃນ​ການ​ເບິ່ງແຍງ ​ແລະ​ ປັບປຸງ​ການເຮັດວຽກ​ຂອງ​ສະຫມອງ


10. ເພີ່ມ​ສະມັດຖະພາບ​ທາງ​ເພດ
ຫມາກ​ມ່ວງ​ຖື​ວ່າ​ເປັນ​ຢາ​ບຳ​ລຸງ​ຊັ້ນ​ດີ ໃນ​ຕ່າງ​ປະ​ເທດ​ມັກ​ຮຽກ​ກັນ​ວ່າ love fruit ຫລື ຫມາກໄມ້​ແຫ່ງ​ຄວາມ​ຮັກ ຊຶ່ງ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ E ທີ່​ຊ່ວຍ​ຄວບ​ຄຸມ​ຮອລ໌​ໂມນ​ເພດ

ຮຽບຮຽງ : tonamcha | tonamcha.com
-----------------


Powered by Blogger.