Header Ads

ລັດຖະບານ ສາມາດເກັບລາຍຮັບ ຫລາຍກວ່າ 4.600 ຕື້ກີບສຳລັບງວດທີ 1 ປະຈໍາປີ 2017

ໃນ​ວັນ​ທີ 25 ​ເມສາ 2017 ນີ້, ທີ່​ສະພາ​ແຫ່ງ​ຊາດ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດ ຖະມົນຕີ ລັດຖະມົນຕີ​ ກະຊວງ​ການ​​ເງິນ ​ໄດ້​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ງົບປະມານ​ແຫ່ງ​ລັດ ໃນ​ງວດ 1 ປະຈໍາປີ 2017 ນັບ​ແຕ່​ວັນ​ທີ 1 ມັງກອນ 2017 ຮອດວັນ​ທີ 31 ມີນາ 2017 ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VIII ວ່າ: ​ໃນ​ງວດ 1 ປະຈໍາປີ 2017 ນີ້ ລັດຖະ ບານ​ ສາມາດ​ເກັບ​ລາຍ​ຮັບ​ ໄດ້​ທັງ​ໝົດ 4.621,58 ຕື້​ກີບ, ​ເທົ່າ​ກັບ 77,89% ຂອງ​ແຜນການ​ງວດ​ 1 ຫລື ​ເທົ່າ​ກັບ 19,30% ຂອງ​ແຜນການ​ປີ ທຽບ​ໃສ່​ໄລຍະ​ດຽວ​ກັນ ຂອງ​ສົກ​ປີ​ຜ່າ​ນມາ ​ເພີ່ມ​ຂຶ້ນ 1,57%. ​ໃນ​ນັ້ນ​ລາຍ​ຮັບ ​ພາຍ​ໃນ 4.183,37 ຕື້​ກີບ ​​ເທົ່າ​ກັບ 77,78% ຂອງ​ແຜນການ​ງວດ 1 ຫລື ​ເທົ່າ​ກັບ 19,49% ຂອງ​ແຜນການ​ປີ ຫລື ​ເພີ່ມ​ຂຶ້ນ 18,52% ທຽບ​ໃສ່​ໄລຍະ​ດຽວ​ກັນ​ ຂອງ​ສົກ​ປີຜ່ານມາ; ລາຍ​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ລ້າ​ ຕ່າງປະ​ເທດ 438,20 ຕື້​ກີບ ​ເທົ່າ​ກັບ 78,87% ຂອງ​ແຜນການ​ງວດ 1 ຫລື ​ເທົ່າ​ກັບ 17,68% ຂອງ​ແຜນການ​ປີ ຫລື ຫລຸດ​ລົງ -57,06% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.




ທ່ານ ສົມດີ ດວງດີ ​ໃຫ້​ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ບັນດາມາດຕະການຕ່າງໆ ເຮັດໃຫ້ການຈັດເກັບລາຍຮັບ ໃນງວດ 1 ປີ 2017 ເຖິງວ່າຈະຍັງບໍ່ທັນສາມາດ ຈັດເກັບໄດ້ຕາມລະດັບຄາດໝາຍ ແຕ່ທຽບໃສ່ງວດ 1 ສົກປີຜ່ານມາ ເຫັນວ່າສາມາດ ຈັດເກັບລາຍຮັບໄດ້ດີຂຶ້ນ, ໂດຍສະເພາະ  ແມ່ນລາຍຮັບພາຍໃນ ແມ່ນເພີ່ມຂຶ້ນ 18,52% ເຊິ່ງໃນນີ້ ຖານລາຍຮັບພາຍໃນ ທີ່ເປັນແຫລ່ງລາຍຮັບໃຫຍ່ ແລະ ໝັ້ນຄົງໃນການຄ້ຳຈຸນ ງົບປະມານແຫ່ງລັດ ສ່ວນໃຫຍ່ແມ່ນ ມາຈາກລາຍຮັບ ຂະແໜງສ່ວຍສາອາກອນ ເປັນຕົ້ນ ປະກອບມີຫົວໜ່ວຍ ທີ່ກົມຄຸ້ມຄອງເກັບ 200 ຫົວໜ່ວຍ ທີ່ມອບອາກອນເປັນປົກກະຕິ. ສະເພາະການມອບພັນທະງວດ 1 ປີ 2017 ຂອງ 25 ບໍລິສັດ ຂະໜາດໃຫຍ່ ສູງເຖິງ 820,25 ຕື້ກີບ ໃນນີ້ ບໍລິສັດເບຍລາວສູງສຸດ 354 ຕື້ກີບ, ບໍລິສັດມອບພັນທະ 10 ຕື້ກີບຂຶ້ນໄປ ມີ 14 ບໍລິສັດ ແລະ ຫລຸດ 10 ຕື້ກີບລົງມາ ມີ 10 ບໍລິສັດ; ສໍາລັບໂຄງການໄຟຟ້າ ໃນຈຳນວນທັງໝົດ 40 ໂຄງການ, ໃນນີ້ ໄດ້ດຳເນີນຜະລິດ ແລະ ປະຕິບັດ ພັນທະອາກອນແລ້ວ 17 ໂຄງການ ແລະ ກຳລັງຢູ່ໃນໄລຍະກໍ່ສ້າງ ແລະ ຍົກເວັ້ນ 23 ໂຄງການ; ສະເພາະລາຍຮັບ ສ່ວຍສາອາກອນປົກກະຕິ (ອາກອນກຳໄລ, ອາກອນລາຍໄດ້, ອາກອນຊົມໃຊ້ ແລະ ອື່ນໆ) ແມ່ນປະຕິບັດ ໄດ້ໃນທ່ວງທ່າທີ່ດີ ເຊິ່ງຢູ່ໃນລະດັບ 20% ຂອງແຜນການປີ, ລາຍຮັບຈາກຄ່າທຳນຽມ ແມ່ນປະຕິບັດ ໄດ້ລື່ນແຜນງວດ 23%, ລາຍຮັບຈາກພາສີ ສາມາດຈັດເກັບໄດ້ 24,33% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 32,55%, ລາຍຮັບຈາກການນຳເຂົ້າ ນ້ຳມັນເຊື້ອໄຟ ປະຕິບັດໄດ້ເກີນ ແຜນງວດປະມານ 7%, ປັດໃຈສຳຄັນ ແມ່ນຍ້ອນມີການຢຸດຕິ ການຍົກເວັ້ນ ພາສີ-ອາກອນ, ນອກນີ້ ຍັງມີຄ່າທຳນຽມທີ່ປະຕິບັດ ໄດ້ເກີນແຜນງວດ 37% ແລະ ສິ້ນສ່ວນອາໄຫລ່ເກີນ 11,5% ແລະ ອື່ນໆ.

ຂ່າວ: ສົມຫວັງ, ພາບໄອ່ຄຳ +ເກດສະໜາ

ແຫຼ່ງຂ່າວ: ຂປລ 
-----------------
Tonamcha  | tonamcha.com




Powered by Blogger.