ຕໍານານ ໂຮງນາງສີດາ ທີ່ຜາສາດຫີນວັດພູຈໍາປາສັກ
ສໍາລັບຄົນທີ່ໄປທ່ຽວແຂວງຄົງຈະບໍ່ພາດໄປທ່ຽວຊົມຮານສະຖານ ຜາສາດຫີນວັດພູ ເຊິ່ງແມ່ນໜື່ງໃນສອງສະຖານທີ່ທີ່ໄດ້ຂື້ນທະບຽນເປັນມໍລະດົກໂລກໂດຍອົງກາອຸນເນໂກ ແຕ່ຫຼາຍຄົນອາດບໍ່ທັນຮູ້ວ່ານອກ ຜາສາດຫີນວັດພູ ແລ້ວຍັງມີອີກສອງສະຖານບູຮານທີ່ໜ້າສົນໃຈນັ້ນຄື : ໂຮງທ້າວເຕົ່າຫ່າງຈາກວັດພູປະມານ 2 ກມ ແລະ ໂຮງນາງສີດາປະມານ 1 ກມ ໄປທາງທິດໃຕ້ ເຊິ່ງເປັນສະຖານບູຮານທີ່ສຳຄັນອີກແຫ່ງທີ່ນອນຢູ່ໃນເຂດ 4 ເຂດຄຸ້ມຄອງສະຖານບູຮານຂອງພື້ນທີ່ມໍລະດົກໂລກວັດພູຈຳປາສັກ
ໂຮງນາງສີດາ
ຊື່ໂຮງນາງສີດາ ແມ່ນຖືກໃສ່ຊື່ຕາມນິທານເກົ່າແກ່ຂອງລາວ : ນາງສີດາ ລູກສາວພະຍາ ກຳມະທາ ຖືກນໍາມາຂັງໄວ້ໃນການປ່າໂຮງແຫ່ງນີ້ ເພື່ອໃຫ້ເປັນເຫືຍຂອງຍັກທີ່ກີນມາມະນຸດ ໃນໄລຍະທີ່ອານາຈັກວຸ້ນວາຍໄປກັບການສູນເສຍຊີວິດຂອງມະນຸດຢູ່ນັ້ນ ນາງສີດາໄດ້ຂັນອາສາອອກໄປໃຫ້ຍັກກີນ ຕອນທີ່ຖືກຂັງຢູ່ກາງປ່ານ ມີອົງຊາຍຄັດທະນາມ ຊາຍໜຸ່ມຜູ້ມີຄາຖາອາຄົມເກັ່ກ້າໄດ້ມາຊ່ວຍຕໍ່ສູ້ປາບຍັກຈົນສໍາເລັດຜົນ ແລະ ສາມາດຊ່ວຍໃຫ້ອົງຍິງລອດພົ້ນຈາກຄວາມຕາຍໄດ້. ສຳລັບອົງຊາຍດັ່ງກ່າວນີ້ແມ່ນຜູ້ເປັນເຊື້ອສາຍຂອງເທບພະເຈົ້າ ພະອົງເປັນໂອຣົດຂອງແມ່ນລ້ຽງ ເຈົ້າຊີວິດແຫ່ງສີສະເກດ ແລະ ມີຊ້າງວິເສດັນຊົງພະລັງມະຫາສານດປັນພາຫະນະຄູ່ໃຈພະອົງ.
ໂຮງແຫ່ງນີ້ໄດ້ສ້າງຂື້ນລະຫວ່າງສັດຕະວັດທີ 10 ຫາຕົ້ນສັດຕະວັດທີ 11 ແຫ່ງຄສ ເຊິ່ງຕັ້ງຢູ່ໃຈກາງເມືອງ ອົງຄະປູລະ ຕົວເມືອງມີການຈັດວາງເປັນຮູບເຄິ່ງສີຫຼ່ຽມ ບໍ່ສະເໝີກັນ ແຕ່ອ້ອມຂ້າງດ້ວຍກຳແພງດີນ ແລະ ສົ້ນແຕ່ລະເບື້ອງຕໍ່ໃສ່ເສັ້ນທາງໃຫຍ່ ບູຮານທີ່ນັ່ງຈາກວັພູໄປຫາອັງກໍວັດ (ປະເທດກຳປູເຈຍປັດຈຸບັນ). ສູນກາງຕົວເມືອງນີ້ ຕາມການສະແດງອອກທາງວັດຖຸບູຮານທີ່ຖືຄົ້ນພົບສັນນີຖານວ່າສ້າງຂື້ນໃນສັດຕະວັດທີ 9 ໂດຍຢູ່ດ້ານໜ້າຂອງໂຮງເພິ່ນໄດ້ສ້າງທາງກຽມຕິຍົດທີ່ປະດັບໄປດ້ວຍຫຼັກເສົາເຮັດດ້ວຍຫີນຊາຍ . ສໍາລັບໂຕໂຮງເອງປະກອບດ້ວຍຊານໜ້າທີ່ສ້າງຢອງຢູ່ເທິງເສົ້າຫີນມີປະຕູທາງເຂົ້າ (ໂກປູຣະ), ຫ້ອງໂຖ (ມັນຄະປະ) ແລະ ມີທາງຍ່າງຊົ່ວໃກ້(ອັນຕະລາຣາ) ເຂົ້າໄປຫາຫ້ອງທໍພິທີກຳ ແລະ ຢູ່ເບື້ອງໜ້າຂອງໂຮງແມ່ນຫໍສະມຸດທີ່ກໍ່ດ້ວຍດີນຈີ່ ເປັນບ່ອນເກັບຮັກສາເຄື່ອງຂອງບູຊາເທບພະເຈົ້າ.
ໂຮງນາງສີດາ
ໂຮງນາງສີດາ
ພາບດ້ານຂ້າງ ໂຮງນາງສີດາ
ພາບສຽນພຣະ ທີ່ຖືກຄົ້ນພົບທີ່ ບໍລິເວນ ໂຮງນາງສີດາ
ສີລະປະການກໍສ້າງດ້ວຍຫີນທີ່ ໂຮງນາງສີດາ ໃນສະໄໝບູຮານ
(ຂໍ້ມູນແມ່ນຄັດມາຈາກແຜ່ນສີລາ )
ຮຽບຮຽງ: tonamcha | tonamcha.com
-----------------
Post a Comment