Header Ads

ນາຍຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສຳ ເລັດການຢ້ຽມຢາມ ສປປ ລາວ


ທ່ານ ຫງວຽນ ຊວັນ ຟຸກ ນາ ຍົກລັດຖະມົນຕີ ແຫ່ງສາທາລະນະ ລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາແລະ ຄະນະໄດ້ສໍາ ເລັດການ ຢ້ຽມຢາມເປັນທາງການ ທີ່ ສປປ ລາວ ໃນຕອນຄໍ່າຂອງວັນ ທີ 27 ເມສາ 2017 ແລະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ ທຸກປະການ.

ໃນໄລຍະເວລາຢ້ຽມຢາມ ສປປ ລາວ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນ ແລະ ສົມກຽດຈາກ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ຄືການນໍາຂັ້ນສູງຂອງ ພັກ-ລັດ ແລະ ປະຊາຊົນລາວອ້າຍນ້ອງ;ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກ ປປ ລາວ, ປະທານປະເທດ ສປປ ລາວ; ພົບປະສອງຝ່າຍກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ຢ້ຽມຢາມພົບປະກັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ; ຢ້ຽມຢາມພົບປະກັບສະຫາຍ ພັນຄຳ ວິພາວັນ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ວິໄລວົງ ບຸດດາຄຳ, ປະທານສະມາຄົມລາວ-ຫວຽດ ນາມ ແລະ ຢ້ຽມຢາມບັນດາອະດີດ ການນຳຂັ້ນສູງພັກ-ລັດ ຂອງລາວ ແລະ ຄອບຄົວ; ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ; ຢ້ຽມຢາມຫໍພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ຢ້ຽມຢາມ ອະນຸສອນສະຖານປະທານ ສຸ ພານຸວົງ; ຢ້ຽມຢາມບາງພື້ນຖານເສດ ຖະກິດ-ວັດທະນະທຳທີ່ນະຄອນ ຫລວງວຽງຈັນ; ຢ້ຽມຢາມສະຖານ ທູດເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ພົບປະໂອ້ລົມພະນັກງານສະຖານທູດ, ສະມາຄົມຊາວຫວຽດນາມ ທີ່ ກຳລັງດຳລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ ສປປ ລາວ.

ສອງນາຍົກລັດຖະມົນຕີ ໄດ້ເປັນ ສັກຂີພິຍານການລົງນາມເອກະສານ ການຮ່ວມມືນຳກັນ 9 ສະ ບັບ; ຕາງໜ້າໃຫ້ການນຳຂັ້ນສູງ ສອງປະເທດ, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຮ່ວມ ກັນເປີດປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ການທູດຄົບຮອບ  55  ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ ແນໃສ່ສ້າງຄວາມ ເຂົ້າໃຈ ແລະ ປຸກຈິດສໍານຶກທົ່ວສັງ ຄົມ ລາວ-ຫວຽດນາມ ເຂົ້າໃຈຕໍ່ ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອຂອງສອງປະເທດ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ ໃຫ້ ເລິກເຊິ່ງຂຶ້ນກວ່າເກົ່າ; ສອງ ນາຍົກລັດຖະມົນຕີຢືນຢັນ ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ຢູ່ເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ  ຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກການຮ່ວມມື ໃນອະນຸພາກພື້ນອື່ນໆ; ສືບຕໍ່ປະກອບສ່ວນ ເຂົ້າໃນການສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບກັນ ແລະ ເສີມຂະຫາຍບົດບາດ ການເປັນແກນກາງຂອງອາຊຽນ ໃນໂຄງ ສ້າງພາກພື້ນທີ່ພວມເປັນຮູບເປັນ ຮ່າງຂຶ້ນ.

ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ ໝາກຜົນອັນຈົບງາມ ແລະ ມີຄວາມໝາຍເລິກ ເຊິ່ງຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ, ປະກອບສ່ວນເຮັດໃຫ້ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ນັບ ມື້ນັບພັດທະນາ ເຂົ້າສູ່ລວງເລິກ,ມີໝາກຜົນຕົວຈິງ, ຕອບສະໜອງ ຕາມຄວາມມຸ່ງຫວັງ ຂອງປະຊາຊົນ ສອງຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

ນີ້ ເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາ ອິດຂອງທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພາຍຫລັງໄດ້ຂຶ້ນດໍາລົງຕໍາແໜ່ງ ແລະ ເປັນການເຄື່ອນ ໄຫວກິດຈະກຳ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017”.

ພາບ: ອ່າຍຄຳ  | ທີ່ມາ: ຂປລ
-----------------


Powered by Blogger.