Header Ads

ລັດຖະບານ ຮັບຮອງເອົາແລ້ວທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຄາດລົງທຶນສູງເຖິງ 1,4 ຕື້ໂດລາ


ກອງ ປະຊຸມ ລັດຖະບານ ສະ ໄໝສາມັນປະ ຈໍາ ເດືອນ ພຶດສະພາ ໄດ້ ໄຂ ຂຶ້ນ ໃນ ວັນ ທີ 22  ແລະປິດ ລົງ ໃນ ວັນທີ 23  ພຶດສະພາ 2017 ຢູ່ທີ່ສໍານັກ ງານ ນາຍົກລັດຖະມົນຕີພາຍ ໃຕ້ ການ ເປັນ ປະທານ ຂອງ ທ່ານທອງ ລຸນສີ ສຸ ລິດນາຍົກລັດຖະມົນຕີມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານ ພ້ອມ ດ້ວຍ ແຂກ ຖືກ ເຊີນເຂົ້າຮ່ວມຢ່າງ ພ້ອມພຽງ


ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມັນຕີ ໂຄສົກລັດຖະບານ ໄດ້ຖະແຫລງຜົນກອງປະຊຸມ ຕໍ່ສືມວນຊົນວ່າ:  ​​ສໍາລັບ​ເນື້ອໃນຂອງກອງ​ປະຊຸມ​ລັດຖະບານ​ສະ​ໄໝສາມັນປະ​ຈໍາ​ເດືອນ​ ພຶດສະພາ 2017ນີ້ບັນດາ​ສະມາຊິກ​ລັດຖະບານ​ໄດ້​ພ້ອ​ມກັນ​ສຸມ​ໃສ່​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ ຢ່າງ​ກົງ​ໄປ​ກົງມາ ​ແລະມີ​ຄວາມ​ຮັບຜິດຊອບ​ສູງຕໍ່ກັບບັນດາເອກະສານ​ສໍາຄັນເປັນຕົ້ນແມ່ນ:

ບົດ​ລາຍ​ງານ​ກ່ຽວກັບ​ແລວ​ທາງ​ດ່ວນນະຄອນຫຼວງວຽງຈັນ-ບໍ່​ເຕັ່ນ, ຕອນ​ທີIນະຄອນຫຼວງ ວຽງຈັນ-ວັງ​ວຽງ. ກອງ​ປະຊຸມ​ເຫັນດີຮັບຮອງເອົາແລວທາງK,ຊຶ່ງມີໄລຍະທາງ 113,7 ກິໂລແມັດ, ດ້ວຍມູນຄ່າຄາດຄະເນປະມານ 1,4 ຕື້ໂດລາສະຫະລັດ​.
ກອງປະຊຸມໄດ້​ຊີ້​ນໍາ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ນໍາ​ເອົາ​ໄປ​ປັບປຸງ​ຕື່ມ ​ຕາມ​ການ​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ຂອງ​ສະມາຊິ​ກລັດຖະບານ ​ເປັນ​ຕົ້ນແມ່ນ: ໃຫ້ເອົາໃຈໃສ່ຊີ້ນໍາບໍລິສັດໃຫ້​ອອກ​ແບບຄິດໄລ່ໃຫ້ລະອຽດ, ຈະແຈ້ງເພື່ອສະເໜີລັດຖະບານພິຈາລະນາຕົກລົງໃນຄັ້ງຕໍ່ໄປ.

ທີ່ມາ: laosupdate 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.