ຄລີບວິດີໂອໄຟໄໝ້ເຮືອນປະຊາຊົນ 2 ຫຼັງທີ່ ສະຫວັນນະເຂດໃນວັນທີ 14/5/2017
ເວລາ17:40 ນາທີ ໃນວັນທີ 14/05/2017ຜ່ານມາ ເກິດມີເຫດໄຟໄຫມ້ ຢູ່ເຂດບ້ານ ໂພນສະອາດ ເມືອງ ໄກສອນ ແຂວງສະຫວັນນະເຂດ ເຊິ່ງເຂດດັ່ງກ່າວແມ່ນໃກ້ກອງບັນຊາການທະຫານແຂວງສະຫວັນນະເຂດ. ເຫດໄຟໄໝ້ເຮັດໃຫ້ເຮືອນປະຊາຊົນສອງຫຼັງເສຍຫາຍໜັກໜ່ວງ. ເຈົ້າໜ້າທີ່ດັບເພີງ ແລະ ອາສາກູ້ໄພ ໄດ້ຊ່ວຍກັນດັບໄຟ ເຊິ່ງໃຊ້ເວລາດົນສົມຄວນ ເພາະໄຟໄໝ້ແຮງຫຼາຍ. ສໍາລັບຄວາມເສຍຫາຍທັງໝົດ ແລະ ສາເຫດຂອງອັກຄີໄພຄັ້ງນີ້ ເຈົ້າໜ້າທີ່ຍັງຢູ່ໃນຂັ້ນຕອນການສຶບສວນຊອກຫາສາເຫດຕົ້ນຕໍໄຟໄຫມ້ໃນຄັ້ງນີ້.
ຄລີບທີ (1)
ຄລີບທີ (2)
ຄລີບທີ (3)
ທີ່ມາ: Douangleuthai Ksv
© ໂຕະນໍ້າຊາ | tonamcha.com
Post a Comment