Header Ads

ຫຼວງພະບາງ ທຸ້ມງົບ 2 ພັນກວ່າຕື້ ເຂົ້າໃນການພັດທະນາເມືອງພູຄູນ



ເມື່ອວັນທີ 16 ພຶດສະພາ 2017 ຜ່ານມາ ກໍໄດ້ຈັດກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການພັດທະນາໂຕເມືອງພູຄູນໃໝ່ ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພຣະບາງ ມີບັນດາຜູ້ຕາງໜ້າຈາກກະຊວງ ກົມ ຄະນະກໍາມະການຮັບຜິດຊອບຂັ້ນແຂວງ ບໍລິສັດຜູ້ຮັບເໝົາໃນການສຳຫຼວດ-ອອກແບບ ແລະ ກອງເລຂາເຂົ້າ ຮ່ວມຢ່າງພ້ອມພຽງ.

ໂຄງການພັດທະນາໂຕເມືອງພູຄູນແຫ່ງໃໝ່ ເປັນໂຄງການບຸລິມະສິດອັນດັບຕົ້ນຂອງແຂວງຫຼວງພະບາງ ທີ່ຈະພັດທະນາໂຕເມືອງໃນເຂດພູດອຍໃຫ້ມີຄວາມທັນສະໄໝ ແລະ ຍົກໃຫ້ເປັນເມືອງໂຕແບບອັນດັບນຶ່ງຂອງເຂດພູດອຍໃນທົ່ວປະເທດ ໂຄງການພັດທະນາໂຕເມືອງພູຄູນໃໝ່ນີ້ ມີເນື້ອທີ່ສຳຫຼວດທັງໝົດ 3.635 ເຮັກຕາ ໃນນັ້ນ ເນື້ອທີ່ເທສະບານເມືອງມີ 729 ເຮັກຕາ ພື້ນທີ່ລ້ຽງສັດ 2.219 ເຮັກຕາ ເນື້ອທີ່ນາ 69 ກວ່າເຮັກຕາ ພື້ນທີ່ປ່າຟື້ນຟູ 617 ກວ່າເຮັກຕາ ແລະ ມີເສັ້ນທາງເກົ່າ 6.100 ແມັດ ຮວມມູນຄ່າທີ່ຈະນຳໃຊ້ເຂົ້າໃນການພັດທະນາທັງໝົດ 2 ພັນກວ່າຕື້ກີບ.



 ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການພັດທະນາໂຕເມືອງພູຄູນແຫ່ງໃໝ່ວ່າ ໂຄງການດັ່ງກ່າວແມ່ນໄດ້ຮັບການເຊັນບົດບັນທຶກຄວາມເຂົ້າໃຈໃນການສຳຫຼວດ-ອອກແບບ ໂຄງການປັບປຸງ ແລະ ຂະຫຍາຍໂຕເມືອງພູຄູນ ນັບແຕ່ປີ 2015 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ຫລີຊື້ ຄຳມ່ວນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ເປັນຜູ້ຮັບເໜົາໃນການສຳຫຼວດ-ອອກແບບ ເຊິ່ງມີກິດຈະກຳຕົ້ນຕໍໃນການຈັດຕັ້ງປະຕິບັດຄື ສຶກສາສຳຫຼວດ ປະເມີນຄ່າຊົດເຊີຍຄືນບໍລິເວນຜົນລະປູກ ແລະ ສິ່ງປູກສ້າງຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ການຈັດສັນອາຊີບໃຫ້ແກ່ປະຊາຊົນ ຍົກຍ້າຍປະຊາຊົນ ແລະ ການຍົກຍ້າຍສຳນັກງານຫ້ອງການຂອງເມືອງ ລະບົບເສັ້ນທາງເຂົ້າຫາເມືອງ ແລະ ເທສະບານເມືອງ ລະບົບໄຟຟ້າ ນ້ຳປະປາ ລະບົບນ້ຳເປື້ອນ ແລະ ລະບົບກໍາຈັດຂີ້ເຫຍື້ອ ລະບົບປ້ອງກັນຕາຝັ່ງເຈື່ອນທີ່ມີຄວາມສ່ຽງ ສຶກສາສຳຫຼວດ-ອອກແບບສຳນັກງານຫ້ອງການຂອງລັດ ທີ່ຢູ່ອາໄສຂອງປະຊາຊົນ ສວນສາທາລະນະ ເດີ່ນກີລາຄົບວົງຈອນ ສະໜາມບິນຂະໜາດນ້ອຍ ໂຮງຮຽນ ໂຮງໝໍ ຕະຫຼາດ ເສົາຫຼັກເມືອງ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບການພັດທະນາໂຕເມືອງໃໝ່ ໃຫ້ໄປຕາມທິດ​ເມືອງທັນສະໄໝ ຂອງ ສປປ ລາວ ເຊິ່ງມີມູນຄ່າທັງໝົດ 2.323 ຕື້ກວ່າກີບ.

ມາຮອດປັດຈຸບັນໂຄງການພັດທະນາໂຕເມືອງພູຄູນໃໝ່ ໄດ້ມີບາງໜ້າວຽກສຳຫຼວດ-ອອກແບບສຳເລັດແລ້ວ ແລະ ບາງໜ້າວຽກພວມສືບຕໍ່ໃນການດຳເນີນການສຳຫຼວດ ແລະ ແກ້ໄຂ ພ້ອມທັງແຕ່ງຕັ້ງກອງເລຂາ ແລະ ວິຊາການເພີ່ມໃນການລົງຕິດຕາມກວດກາບັນດາໜ້າວຽກທີຍັງບໍ່ທັນສຳເລັດ ປະສານສົມທົບກັບບໍລິສັດຮັບເໝົາລົງກວດຄືນບັນດາກິດຈະກຳຕ່າງໆໃຫ້ສອດຄ່ອງ ເພື່ອນຳສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂໃຫ້ມີຜົນສຳເລັດຕາມຄາດ ໝາຍທີ່ວາງໄວ້.

ທີ່ມາ: laospost   | Photo:Travel of Anouphon Phomsacsar 
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.