Header Ads

ລົດເມລະເບີດຖືກບ້ານປະຊາຊົນ ບາດເຈັບ 3ຄົນ

ວັນທີ 28/05/2017 ເວລາ 18:40ໂມງ ຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງຜ່ານເບີ 1623 ວ່າ ມີລົດເມລະເບີດແລ້ວຖືກບ້ານປະຊາຊົນ ຈຸດເກີດເຫດແມ່ນທາງເຂົ້າບ້ານ ດົງບັງ ຫຼັກ19 ເສັ້ນທາງເລກ13ໃຕ້ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ປັດຈຸບັນມີຜູ້ບາດເຈັບ3ຄົນທີ່ຖືກໄຟລວກ ແລະ ໜ່ວຍກູ້ໄພ1623 ກຳລັງເຂົ້າໃຫ້ການຊ່ວຍເຫຼືອ ແລ້ວທາງໜ່ວຍງານເຮົາຈະມາລາຍງານເພີ່ມ. ບາດເຈັບສຸກເສີນ ໂທ1623 ຟຮີຕະຫລອດ 24 ຊົ່ວໂມ. 



ພາບເຫດການ  (1)

ພາບເຫດການ  (2)

ພາບເຫດການ  (3)

ພາບເຫດການ  (4)



ທີ່ມາ:  ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.