Header Ads

ແມ່ນແທ້ ຫຼື ບໍ່? ພີເອັສຍັງມີຍອດເຫຼືອຖານະການເງິນ 800 ຕື້ກວ່າກີບ




ບໍລິສັດພີເອັສ ໄຂຂໍ້ຂ້ອງໃຈສັງຄົມ ດ້ວຍການເປີດເຜີຍຖານະການເງິນຕະຫຼອດໄລຍະດຳເນີນທຸລະກິດ ໂດຍມາຮອດຂະນະນີ້ມີຜູ້ມາຖອນເງິນອອກໄປແລ້ວ 22 ພັນກວ່າລະຫັດໃນມູນຄ່າ 100 ກວ່າຕື້ແຕ່ຍັງມີຍອດເຫຼືອ 800 ກວ່າຕື້ຈາກຈຳນວນສະມາຊິກ 1 ແສນກວ່າລະຫັດ, ສຳລັບການແກ້ໄຂເງິນໃຫ້ ຜູ້ແຈ້ງຖອນໃນໄລຍະນີ້ບໍລິສັດຕ້ອງລໍຖ້າການເຫັນດີຈາກພາກລັດເສຍກ່ອນ ແຕ່ ບໍລິສັດຮັບປະກັນບໍ່ມີບັນຫາ.

ວັນທີ 18 ພຶດສະພາ 2017 ປະທານບໍລິສັດພີເອັສສົ່ງເສີມກະສິກຳ ແລະອຸດສາຫະກຳຂາເຂົ້າ-ຂາອອກຄົບວົງຈອນ ທ່ານນາງສຸກນາລີ ເທບສີເມືອງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນສຳລັບກົນໄກການບໍລິຫານການຕະຫຼາດແບບໃໝ່ຂອງບໍລິສັດລວມທັງເປີດເຜີຍ ລາຍຮັບ-ລາຍຈ່າຍທີ່ບໍລິສັດມີຕັ້ງແຕ່ເປີດ ບໍລິສັດມາຮອດຂະນະນີ້.

ທ່ານປະທານບໍລິສັດກ່າວວ່າ: ໄລຍະຜ່ານມາພີເອັສແມ່ນມີຖືກຕີລາຄາໄປໃນດ້ານລົບຫຼາຍຈິ່ງຈຳເປັນຕ້ອງເປີດເຜີຍຄວາມຈິງຂອງບໍລິສັດສູ່ສັງຄົມໃຫ້ຮັບຮູ້ ແລະເຂົ້າໃຈ ຊຶ່ງພີເອັສໄດ້ຮັບການອະນຸຍາດສ້າງຕັ້ງໃນປີ 2012 ແລະເລີ່ມ ຮັບສະມາຊິກເຂົ້າມາບໍລິສັດໃນປີ 2014 ເປັນຕົ້ນມາຮອດຕົ້ນປີ 2017 ມີທັງໝົດ 204.353 ລະຫັດເປັນເງິນ 904,74 ຕື້ກວ່າກີບ ແລະຂອງນາງ ສຸກນາລີ ເອງອີກ 50 ຕື້ກີບລວມເປັນ 954,74 ຕື້ກີບ ແຕ່ດ້ວຍຄວາມກັງວົນຂອງປະຊາຊົນຕໍ່ຄວາມບໍ່ໝັ້ນຄົງຂອງບໍລິສັດປະຊາ
ຊົນຈຳນວນໜຶ່ງແມ່ນໄດ້ຖອນເງິນອອກ ໄປແລ້ວ 100,69 ຕື້ກວ່າກີບຂອງຈຳນວນ 22.290 ລະຫັດ ເຮັດໃຫ້ຕົວເລກເງິນທີ່ມີຢູ່ບໍລິສັດມາຮອດເດືອນເມສາ 2017 ນີ້ພີເອັສຍັງເຫຼືອຍອດ 853 ຕື້ ກວ່າກີບໃນ 179.863 ລະຫັດ.

ທ່ານ ນາງ ສຸກນາລີ ເທບສີເມືອງກ່າວອີກວ່ານັບແຕ່ບໍລິສັດເລີ່ມເຮັດທຸລະກິດມີຜົນກຳໄລມາແມ່ນໄດ້ມອບພັນທະ ອາກອນລາຍໄດ້ໃຫ້ລັດສະໝ່ຳສະເໝີ ໂດຍປີ 2015 ມີ 973,3 ລ້ານກວ່າ ກີບ, 2016 ໄດ້ຈ່າຍອາກອນອີກ 1,4 ຕື້ກວ່າກີບລວມທັງຄ່າສຳປະທານທີ່ດິນ 5.500 ໂດລາຕໍ່ປີ, ສ່ວນເງິນທີ່ກູ້ຈາກ ລັດຖະບານ 3 ຕື້ກີບແມ່ນໄດ້ສົ່ງຄືນພ້ອມດອກເບ້ຍຄົບຖ້ວນແລ້ວ.

ສຳລັບປະຊາຊົນທີ່ເປັນສະມາຊິກ ຂອງພີເອັສ ທີ່ມາແຈ້ງຖອນທ່ານປະທານ ບໍລິສັດກ່າວວ່າ: ສາມາດຖອນເປັນເງິນ ແລະສິ່ງຂອງອຸປະໂພກບໍລິໂພກ ແຕ່ຕ້ອງແມ່ນພາຍຫຼັງ 3 ເດືອນທີ່ແຈ້ງຖອນ ເນື່ອງຈາກບໍລິສັັດບໍ່ຕ້ອງເບິ່ງສະພາບຄ່ອງບໍ່ໃຫ້ຂາດຕົ້ນທຶນໝູນວຽນ ແລະກໍລະ ນີຜູ້ໃດຖອນເງິນຫຼາຍລະດັບ 100 ລ້ານຂຶ້ນເມືອແມ່ນພີເອັສຈະບໍ່ພິຈາລະນາໃຫ້ເບີກໄດ້ຄັ້ງດຽວອາດຈະຈ່າຍໃຫ້ເປັນງວດໆໄປ.ສ່ວນລູກຄ້າຂອງບໍລິສັດທີ່ແຈ້ງຖອນແລ້ວແຕ່ຍັງບໍໄດ້ເງິນ ທ່ານນາງ ສຸກນາລີ ເທບສີເມືອງ ກ່າວວ່າ ປະຈຸບັນລັດໄດ້ ໃຫ້ມີໜ່ວຍງານສະເພາະກິດລົງຕິດຕາມ ແກ້ໄຂຊ່ວຍບໍລິສັດ ສະນັ້ນພີເອັສຈະຈ່າຍເງິນໃຫ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີ ຈາກພາກລັດກ່ອນ.

ທີ່ມາ: muan.la 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.