Header Ads

ມາຄຣົງ ເຂົ້າພິທີສາບານຕົນ ຮັບຕຳແໜ່ງປະທານາທິບໍດີຝຣັ່ງ



ໃນວັນທີ 14 ພຶດສະພາ 2017 ຜ່ານມານີ້ ທ່ານ ເອັມມານູເອລ ມາຄຣົງ ອາຍຸ 39 ປີ ເຂົ້າພິທີສາບານຕົນ ຮັບຕຳແໜ່ງປະທານາທິບໍດີຝຣັ່ງ ຢ່າງເປັນທາງການທີ່ພະຣາຊະວັງເອລິເຊ ໃນນະຄອນຫຼວງປາຣີສ ທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ. ສໍານັກຂ່າວ The guardian ໄດ້ເຜີຍແຜ່ພາບອາດີດປະທານາທິບໍດີຟຣອງຊົວ ອໍລອງ ອອກມາປາກົດຕົວທີ່ລະບຽງ ເພື່ອເກັບຄວາມຊົງຈຳຄັ້ງສຸດທ້າຍ ກ່ອນທ່ານຈະໝົດວາລະການເປັນຜູ້ນຳຝຣັ່ງຢ່າງເປັນທາງການ. ທ່ານ ມາຄຣົງ ຖືເປັນຜູ້ນຳຝຣັ່ງທີ່ອາຍຸນ້ອຍທີ່ສຸດໃນປະຫວັດສາດການເມືອງຂອງປະເທດຝຣັ່ງ ນັບຕັ້ງແຕ່ສະໄໝຈັກກະພັດດິນໂປລຽນ ທີ່ສາມາດຄວ້າໄຊຊະນະໃນການເລືອກຕັ້ງປະທານາທິບໍດີຝຣັ່ງ ໃນອາທິດທີ່ຜ່ານມາດ້ວຍຄະແນນສຽງ 66/33 ເປີເຊັນ.



ສິ່ງທີ່ທ້າທາຍ ພັກຣີພັບລິກັນ ອອງມາຊ ຂອງ ທ່ານ  ມາຄຣົງຄືປະສົບການຂອງພັກທີ່ຫາກໍ່ຈັດຕັ້ງຂຶ້ນໄດ້ພຽງ 1 ປີ ແລະ ນັ້ນໝາຍຄວາມວ່າພັກຍັງບໍ່ມີບ່ອນນັ່ງ ສສ ໃນສະມາຊິກສະພາຜູ້ແທນລາດຊະດອນ ເຊິ່ງກາຍເປັນວຽກໝັກ ແລະ ງານຫີນສໍາລັບ ທ່ານ ມາຄຣົງ ທີ່ຈະຕ້ອງພະຍາຍາມກວາດນັ່ງໃຫ້ໄດ້ຫຼາຍທີ່ສຸດໃນສະພາ.  ນອກນີ້,​ ສໍານັກຂ່າວຕ່າງປະເທດຍັງລາຍງານຕື່ມວ່າ   ທ່ານ ມາຄຣົງ ອາດຈະປະກາດຊື່ຜູ້ທີ່ຈະມາດຳລົງຕຳແໜ່ງນາຍົກລັດຖະມົນຕີຝຣັ່ງໃນພາຍອາທິດນີ້.


ທ່ານ  ມາຄຣົງ ແລະ ພັນລະຍາ


ທີ່ມາThe guardian 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.