ພໍ່ເຮັດເພື່ອລູກ ແຕ່ລູກເຮັດຫຍັງເພື່ອພໍ່ແລ້ວ?
"ຄຸນພໍ່ເທົ່າພູ່ເຂົາກ້າ ຄຸນແມ່ເທົ່າຟ້າກັບດິນ" ນີ້ແມ່ນຄໍາບູຮານທີ່ຖ່າຍທອດກັນມາຫຼາຍເຊັ່ນຄົນເພື່ອບົ່ມສອນລູກຫຼານໃຫ້ເຫັນບຸນຄຸນຂອງພໍ່ແມ່ ແຕ່ໃນສັງຄົມປັດຈຸບັນອາດມີຫຼາຍຄົນທີ່ລືມໄປດ້ວຍຊໍ້າວ່າມີພໍ່ແມ່ລໍຄອຍຢູ່ບ້ານນອກ, ຄອຍສົ່ງເງິນໃຫ້ຮຽນ, ຄອຍເປັນກໍາລັງໃຈຢູ່ເບື້ອງຫຼັງ, ຄອຍປອບໃຈເມື່ອລູກທໍ້ ແລະ ຄອຍເປັນ ATM ຢູ່ເຮືອນໃຫ້ລູກກົດເມື່ອລູກຕ້ອງການ ແຕ່ຈະມີຈັກຄົນທີ່ຮູ້ ແລະ ເຫັນບຸນຄຸນ ພໍ່ແມ່ ທຸມເທເຫື່ອແຮງ ແລະ ເງິນທອງຫຼາຍພຽງໃດເພື່ອລູກ ...
ຖ້າເຈົ້າຕອບວ່າ "ລືມແລ້ວ ເຫັນບຸນຄຸນ ພໍ່ແມ່ ຂ້ອຍເກີດຈາກເກົ້າກ້ຽງ ໃຜບໍ່ລ້ຽງກະໃຫຍ່ເອງ" ໃຫ້ເຈົ້າເບິ່ງຄລີບລຸ່ມນີ້ ບາງທີຄໍາບອກສອນຂອງພໍ່ແມ່ ຫຼື ຄູບາອາຈານ ສອນເຈົ້ານັ້ນ ແລ້ວເຈົ້າບໍ່ຢາກຟັງ ຄລີບລຸ່ມນີ້ອາດດົນໃຈໃຫ້ເຈົ້າສໍານຶກວ່າມີຄົນອີກສອງຄົນທີ່ນັ່ງລໍຖ້າກິນເຂົ້າແລງກັບເຈົ້າ ໃນຂະນະທີ່ເຈົ້າກຳລັງຍົກຈອກກັບໝູ່ອີກ 10 ປ່າຍຄົນ.
© ໂຕະນໍ້າຊາ | tonamcha.com
----------------
Post a Comment