Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນ ຮັບຄະນະຜູ້ແທນຣາຊະອານາຈັກໄທ



ໃນ​ວັນ​ທີ 24 ພຶດສະພາ 2017 ທີ່​ ສໍານັກງານ​ນາຍົກລັດຖະມົນຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ແຫ່ງ​ ສປປ ລາວ ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ ຂອງ ທ່ານ ສົມ​ຄິດ ຈາຕຸ​ສີ​ພິທັກ ຮອງ​ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາຈັກ​ໄທ ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ ​ລະຫວ່າງ ວັນ​ທີ 23-25 ພຶດສະພາ 2017.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​​ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ ສ​ປປ ລາວ ຂອງທ່ານ ສົມ​ຄິດ ຈາຕຸ​ສີ​ພິທັກ ​ແລະ ຄະນະ ​​ໃນຄັ້ງ​ນີ້, ​ເຊິ່ງຈະ​ເປັນ​ຂີດ​ໝາຍ​ສໍາຄັນ ​ປະກອບສ່ວນ​ ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ ​ໃຫ້​ດີຍິ່ງໆ​ຂຶ້ນ​ຕື່ມ. ຈາກ​ນັ້ນ, ທ່ານ ສົມ​ຄິດ ຈາຕຸ​ສີ​ພິທັກ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ​ໄດ້​ແຈ້ງ​ກ່ຽວ​ກັບ​ແຜນການ​ຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ໃນ​ຄັ້ງ​ນີ້ ​ໂດຍ​ສະ​ເພາະ​ ຜົນ​ຂອງ​ກອງ​ປະຊຸມ​ພົບ​ປະ​ທາງ​ການ​ ສອງ​ຝ່າຍ​ ທີ່​ນໍາ​ໂດຍ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ​ແຫ່ງ ສປປ ລາວ ​ແລະ ທ່ານ ສົມ​ຄິດ ຈະຕຸ​ສີ​ພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ​ໂດຍ​ສອງ​ຝ່າຍ​ ໄດ້​ເຫັນ​ດີ​​ເສີມ​ຂະຫຍາຍ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ ​ແບບ​ຍືນ​ຍົງ​ຂອງ​ ລາວ-​ໄທ. ພ້ອມ​ນັ້ນ, ​ສອງ​ຝ່າຍ ຍັງຈະ​ຮ່ວມ​ມືກັນ​ພັດທະນາ​​ ຊັບພະຍາກອນ​ມະນຸດ, ກະ​ສີ​ກໍາ, ການທ່ອງ ທ່ຽວ, ການ​ສຶກສາ ​ແລະ ສາທາລະນະ​ສຸກ, ລວມທັງ​ສ້າງ​ແຜນ​ແມ່​ບົດ ​ການ​ເຊື່ອມ​ໂຍງ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ລະຫວ່າງ​ອະນຸ​ພາກ​ພື້ນ​ລຸ່ມ​ແມ່​ນໍ້າຂອງ​, ສິ່ງ​ສຳຄັນຈະ​ຮ່ວມ​ມື​ກັນສົ່ງ​ເສີມ ​ເພີ່ມ​ປະລິມານ​ການ​ຄ້າສອງ​ຝ່າຍ​ ໃຫ້​ສູງກວ່າ 10 ຕື້​ໂດ​ລາ​ໃນ​ປີ 2024.

​ໃນ​ໂອກາດ​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ​ໄທ ກໍ​ໄດ້​ນໍາ​ເອົາ​ຄໍາ​ຢື້​ຢາມ​ຖາມ​ຂ່າວ ​ແຫ່ງ​ໄມຕີ​ຈິດ​ມິດ ຕະພາບຈາກທ່ານ ປຣະ​ຢຸດ ຈັນ​​ໂອຊາ ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາ​ນຈັກ​ໄທ ​ເຖິງ​ ທ່ານ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ. ໃນ​​ໂອກາດ​ດຽວ​ກັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ​ກໍໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ຜົນ​ສໍາ​ເລັດ​ອັນ​ຈົບງາມ​ຂອງ​ກອງ​ປະຊຸ​ມພົບ​ປະ​ສອງ​ຝ່າຍ ລະຫວ່າງ​ ສອງ​ຮອງ​ນາຍົກລັດຖະມົນຕີ ລາວ-​ໄທ ​ແລະ ​ໄດ້​ຕີ​ລາຄາ​ສູງ​ ຕໍ່​ການ​ລົງທຶນ​ຂອງ​ນັກ​ລົງທຶນ​ໄທ ​ຢູ່ ສປປ ລາວ ທີ່​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ​ສູງ, ທັງ​ຍັງ​ຈະ​ເປັນ​ການ​ປະກອບ ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ສ້າງ​ລາຍ​​ໄດ້​ໃຫ້​ແ​ແກ່​ປະຊາຊົນ​ລາວ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ, ​​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນັບ​ແຕ່​ປີ 2008 ​ເຖິງ​ປັດຈຸ​ບັນ, ປະ​ເທດ​ໄທ ຖືກ​ຈັດ​ຢູ່​ອັນ​ອັບ 2 ຂອງ​ການ​ລົງທຶນ​ຕ່າງປະ​ເທດ​ ຢູ່ ລາວ, ຮອງ​ຈາກ ສປ ຈີນ ​ເຊິ່ງມີ​ປະມານ 587 ຫົວ​ໜ່ວຍ ​ແລະ ມີ​ທຶນ​ຈົດ​ທະບຽນ​ທັງ​ໝົດ​ ປະມານ 2.697 ລ້ານ​ໂດ​ລາ​ສະຫະລັດ.

ຢ່າງ​ໃດ​ກໍ​ຕາມ ທ່ານ​ນາ​ຍົກ​ລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະເໜີ​ໃຫ້​ຝ່າຍ​ໄທ​ ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ ​ການ​ພັດທະນາ​ການ​ເຊື່ອມ​​ໂຍງ ລາວ-​ໄທ ຕື່ມ​ອີກ ທາງ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ, ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ການທ່ອງທ່ຽວ ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດ ຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ ລະຫວ່າງ​ ສອງ​ປະ​ເທດ ​ໃຫ້​ຢູ່​ໃນ​ທ່າ​ຂະຫຍາຍຕົວດີ​ຂຶ້ນ​ເລື້ອຍ​ໆ.

ຮຽບຮຽງຂ່າວ: ຣາຊະ​ວົງ  | ພາບປະກອບ: ຫວາດ
ທີ່ມາ: www.kpl.gov.la
-----------------



Powered by Blogger.