Header Ads

ທຶນແລກປ່ຽນການສຶກສາໄລຍະສັ້ນທີ່ມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ




ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ ມະຫາວິທະຍາໄລການຄ້າຕ່າງປະເທດ (Foreign Trade University) ຈະໄດ້ຈັດໂຄງການແລກປ່ຽນການສຶກສາໄລຍະສັ້ນ International Summer Program 2017 ໃນລະຫວ່າງວັນທີ 14 ສິງຫາ - 1 ກັນຍາ 2017 ທີ່ ປະເທດຫວຽດນາມ. ໂຄງການແລກປ່ຽນການສຶກສາໄລຍະສັ້ນດັ່ງກ່າວນີ້ ຈະເນັ້ນໃສ່ການແລກປ່ຽນຄວາມຮູ້ດ້ານວັດທະນະທຳ, ເສດຖະກິດ ແລະ ການເຮັດທຸລະກິດໃນປະເທດຫວຽດນາມ ໄປພ້ອມກັບການທັດສະນະສຶກສາຢູ່ໃນສະຖານທີ່ຕ່າງໆ ທີ່ທາງມະຫາວິທະຍາໄລການຄ້າຕ່າງປະເທດຈັດຫາໃຫ້. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນດັ່ງກ່າວນີ້ ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ອິເມວ: intl-program@ftu.edu.vn ແລະ ສາມາດລົງທະບຽນໄດ້ທີ່:https://goo.gl/GMkV5m .

ໝາຍເຫດ:  
 -  ປິດຮັບການລົງທະບຽນກ່ອນວັນທີ 15 ກໍລະກົດ 2017.

-   ຜູ້ທີ່ເຂົ້າຮ່ວມໂຄງການແລກປ່ຽນການສຶກສາໄລຍະສັ້ນດັ່ງກ່າວນີ້ ຈະຖືກຍົກເວັ້ນ ຄ່າລົງທະບຽນ, ຄ່າທີ່ພັກ ແລະ ຄ່າເດີນທາງພາຍໃນປະເທດຫວຽດນາມ.









APPLICATION FORM FOR FTU INTERNATIONAL SUMMER PROGRAM 2017
FTU INTERNATIONAL SUMMER PROGRAM 2017
is well and neatly designed in two weeks focusing on two main components, which provide participants with insights into Vietnam economy via seminars and company visits and cultural highlights through interactive activities. It is promised that this special program would meet any taste of students from different continents who are searching for Asian exposure.
This program will last 3 weeks (from August ,14th 2017 to September, 1st 2017).
The deadline for this application is 30th June 2017.

Contact:
Department of International Affairs
Foreign Trade University
91 Chua Lang, Dong Da, Hanoi, Vietnam
Tel: +84-4-3259-5168 (ext: 251)
Fax: +84-4-3775-5118
Hotline: +84-983-318-987 (Ms. Ha Le)

ທີ່ມາ:  NUOL Website 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.