Header Ads

ເບັ້ນ​ ເຣ​ສ​ຊິ່ງ​ ເຂົ້າ​ລາຍ​ງານໂ​ຕ​ທີ່​ສານ​ລັດສະດ​າ​ ປັດ​ຕອບ​ເລື່ອງ​ ແພັດ​ ນະປະ​ພາ​


ເບັ້ນ ເຣສຊິ່ງ  ພ້ອມ​ທ​ະນາຍ​ຄວາມ​ ເດີນທາງ​ເຂົ້າ​ລາຍ​ງານ​ໂຕ​ຕໍ່​ສານ​ອາ​ຍາ​ ລັດ​ສະດາ​ພິ​ເສກ​ ກຸງເທບ​ມະຫານະຄອນ​ ຫຼັງ​ຄົບ​ກຳນົດ​ການ​ຝາກ​ຂັງ​ຜັດ​ທີ່​ 6 ກ່ອນ​ໃຫ້​ສຳພາດ​ນັກຂ່າວ ແຕ່​ປະຕິເສດ​ຕອບ​ເລື່ອງ​ ແພັດ​ ນະປະ​ພາ​ ເມຍ​ສາວ​ ທີ່​ຖືກ​ຕັ້ງ​ຂໍ້​ຫາ​ຮ່ວມ​ກັນ​ຟອກ​ເງິນ​ ແລະ​ສົມ​ຄົບ​ກັນ​ຟອກ​ເງິນ​

ຊ່ວງ​ເຊົ້າ​ມື້​ນີ້​ (17 ພຶດສະ​ພາ.​) ຜູ້​ສື່​ຂ່າວ​ລາຍ​ງານ​ວ່າ​ ທ້າວ ອັ​ກຄະລະກິດ​ ວໍລະໂລດ​ຈະເລີນ​ເດດ​ ຫລື​ ເບັ້ນ​​ ເຣສ​ຊິ່ງ​ ຜູ້​ຕ້ອງ​ຫາ​ຄະດີ​ຟອກ​ເງິນ​ ແລະ​ສົມ​ຄົບ​ກັນ​ຟອກ​ເງິນ​ໃນ​ຄະດີ​ຢາ​ເສບ​ຕິດ​ ພ້ອມ​ທ​ະນາຍ​ຄວາມ​ ເດີນທາງ​ເຂົ້າ​ລາຍ​ງານ​ໂຕ​ຕໍ່​ສານ​ອາ​ຍາ​ ​ລັດ​ສະດາ​ພິ​ເສກ​ ກຸງເທບ​ມະຫານະຄອນ​ ເ​ປັ​ນ​ເທື່ອ​ສຸດ​ທ້າຍ​ຫຼັງ​ຄົບ​ກຳນົດ​ການ​ຝາກ​ຂັງ​ຜັດ​ທີ່​ 6 ໃນ​ມື້​ນີ້​ ໂດຍ​ທ​ະນາຍ​ຄວາມ​ຂອງ​ເບັ້ນ​​ ຢືນຢັນ​ວ່າ​ ເບັ້ນ​​ ບໍ່​ຈຳ​ເປັນ​ຕ້ອງ​ໃຫ້​ການ​ໃດ​ໆ​ເພິ່ມເຕີມ​ ເນື່ອງ​ຈາກ​ໄດ້​ຍື່ນ​ຫຼັກ​ຖານ​ທັງ​ໝົດ​ໄປ​ກ່ອນ​ໜ້າ​ນີ້​ແລ້ວ​

ສ່ວນ​ແນວ​ທາງ​ການ​ຕໍ່ສູ້​ຄະດີ​ ທະ​ນາຍ​ຄວາມ​ລະ​ບຸ​ວ່າ​ ຕ້ອງ​ສູ້​ກັນ​ຕາມ​ພະຍານ​ຫຼັກ​ຖານ​ ແລະ​ຢືນຢັນ​ວ່າ​ ເບັ້ນ​​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເລື່ອງ​ຢາ​ເສບ​ຕິດ​ ເຖິງວ່າ​ມື້ວານ​ນີ້​ (16 ພຶດສະພາ​ ) ເບັ້ນ​​ ພ້ອມ​ທ​ະນາຍ​ຄວາມ​ເດີນທາງ​ມາ​ເຂົ້າ​ພົບ​ ພ.​ຕ.​ອ.​ລົນນະ​ເດດ​ ກິ່ນ​ອຸ​ໄທ​ ຜກ​ກ.​ກຸ່ມ​ງານ​ສອບ​ສວນ ​ແລະ​ກວດ​ສອບ​ຊັບ​ສິນ ເພື່ອ​ຮັບ​ຮູ້​ຂໍ້ກ​່າວ​ຫາ​ເພີ່ມເຕີມ​ ໃນ​ຂໍ້​ຫາ​ "ສະໜັບ​ສະໜູນ ​ຫລື​ຊ່ວຍ​ເຫລືອ​ຜູ້​ກະທຳ​ຄວາມ​ຜິດ​ກ່ອນ​ ຫລື​ຂະນະ​ກະທຳ​ຄວາມ​ຜິດ​, ຮັບ​ເງິນ​ຊັບ​ສິນ​ ຫລື​ ປະໂຫຍດ​ອື່ນ​ໃດ​ ຈາກ​ຜູ້​ກະທຳ​ຄວາມ​ຜິດ​ ເພື່ອປະໂຫຍດ​​ ຫລື​ໃຫ້​ຄວາມສະດວກ​ແກ່​ການ​ກະທຳ​ຄວາມ​ຜິດ​ ຫລື​ ເພື່ອ​​ບໍ່ໃຫ້​ຜູ້​ກະທຳ​ຄວາມ​ຜິດ​ຖືກ​ລົງໂທດ​"


ຂະນະ​ທີ່​ ເບັ້ນ​​ ເລ​ສ​ຊິ່ງ​ ຢືນຢັນ​ວ່າ​ ທີ່​ຜ່ານມາ​ບໍ່​ມີ​ເຈດ​ຕະນາ​ຫຼົບ​ໜີ​ ແລະ​ພ້ອມ​ຈະ​ເຂົ້າ​ສູ້ຂະບວນ​ການ​ຍຸດຕິທຳ​ ສຳລັບ​ການ​ລາຍ​ງານໂ​ຕ​ເທື່ອ​ໜ້າ​ຈະ​ມີ​ເງື່ອນ​ໄຂ​ໃດ​ຈາກ​ສານ​ເພີ່ມເຕີມ​ຫລື​ບໍ່​ ຕ້ອງ​ໃຫ້ເປັນ​ໄປ​ຕາມ​ດຸນ​ພິ​ນິດ​ຂອງ​ສານ​ ສ່ວນ​ກໍລະນີ​ເງິນ​ 1.9 ລ້ານ​ບາດ​ ທີ່​ເບັ້ນ​​ ໂອນ​ໃຫ້​ ແພັດ​ ນະປະ​ພາ​ ເຮັດໃຫ້​ແພັດ​ຖືກ​ຕັ້ງ​ຂໍ້​ຫາ​ຮ່ວມ​ກັນ​ຟອກ​ເງິນ​ ແລະ​ສົມ​ຄົບ​ກັນ​ຟອກ​ເງິນ​ ເລື່ອງ​ນີ້​ ເບັ້ນ​​ ບໍ່​ຂໍ​ໃຫ້​ຂໍ້​ມູນ​ເນື່ອງ​ຈາກ​ເກງ​ຈະ​ເສຍ​ຮູບ​ຄະດີ​

ທີ່ມາ: muan.la 
© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.