Header Ads

ທະນາຄານແຫ່ງ ສປປ ລາວ ເປີດເຜີຍມີ 24 ບໍລິສັດ ທີ່ເຄື່ອນໄຫວດ້ານການເງິນແບບບໍ່ໄດ້ຮັບອະນຸຍາດ




ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ປັດຈຸບັນຢູ່ປະເທດເຮົາແມ່ນມີສະຖາບັນການເງິນທີ່ເຄື່ອນໄຫວນອກລະບົບ ແລະ ມີຫລາຍແຫ່ງແມ່ນບໍ່ໄດ້ຮັບອະນຸຍາດຈາກ ທຫລ. ຊຶ່ງຜ່ານການເກັບກຳຂໍ້ມູນຕົວຈິງມີ 24 ບໍລິສັດເຄື່ອນໄຫວໃຫ້ບໍລິການເງິນໂດຍບໍ່ໄດ້ຮັບອະນຸຍາດ, ໃນນັ້ນມີ 19 ບໍລິສັດເຄື່ອນໄຫວເກີນຂອບເຂດອະນຸມັດຂອງຂະແໜງອຸດສາຫະກຳ-ການຄ້າ, ໂດຍນໍາໃຊ້ຮູບການໂຄສະນາຊວນເຊື່ອໃຫ້ລົງທຶນເປັນຮຸ້ນ, ທີ່ດິນ ແລະ ອື່ນໆ ຊຶ່ງອ້າງວ່າຈະໃຫ້ຜົນຕອບແທນໃນອັດຕາດອກເບ້ຍສູງເກີນຄວາມຈິງ 6-9% ຕໍ່ເດືອນ. ສ່ວນອີກ 5 ບໍລິສັດແມ່ນບໍ່ມີທີ່ຕັ້ງສຳນັກງານແຕ່ລະດົມທຶນຜ່ານທາງສື່ສັງຄົມອອນລາຍ (ເຟສບຸກ facebook) ຢູ່ຕ່າງປະເທດ.

ທຫລ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງສະຖາບັນການເງິນນອກລະບົບ, ຖ້າບໍ່ມີມາດຕະການທີ່ເຂັ້ມງວດ, ມີການກວດກາຄຸ້ມຄອງທີ່ດີແລ້ວຈະນຳຜົນສະທ້ອນອັນບໍ່ດີແກ່ສັງຄົມ, ກະທົບຕໍ່ຜູ້ຊົມໃຊ້ການບໍລິການການເງິນ, ກະທົບເຖິງຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ໃນທີ່ສຸດກໍສົ່ງຜົນກະທົບຕໍ່ລະບົບເສດຖະກິດ-ການເງິນຂອງປະເທດຕາມມາ. ບັນຫາດັ່ງກ່າວເຫັນວ່າພວກເຮົາໄດ້ຮັບບົດຮຽນອັນເຈັບແສບມາແລ້ວຈາກກໍລະນີທີ່ເກີດຂຶ້ນຂອງ 3 ບໍລິສັດ ຄື: ບໍລິສັດແມັກກີ້, ບໍລິສັດອາຊຽນເຟດສ ແລະ ບໍລິສັດ PS ທີ່ເຮັດໜ້າທີ່ລະດົມທຶນຈາກມວນຊົນໂດຍບໍ່ໄດ້ຮັບອະນຸຍາດຈາກ ທຫລ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນເງິນຄຳຂອງປະຊາຊົນເປັນຈໍານວນບໍ່ໜ້ອຍ ແລະ ສ້າງພາບພົດອັນບໍ່ດີແກ່ລະບົບການເງິນຂອງປະເທດ.


ທຫລ ໃຫ້ຮູ້ວ່າ: ສໍາລັບສະຖາບັນການເງິນຈຸລະພາກທີ່ເຄື່ອນໄຫວໃນລະບົບ, ແມ່ນໄດ້ມີການຕິດຕາມກວດກາການເຄື່ອນໄຫວຕາມດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະ ເຫັນວ່າຍັງມີການເຄື່ອນໄຫວດີຖືກຕ້ອງຕາມລະບຽບກົດໝາຍ. ແຕ່ແນວໃດກໍຕາມ, ໃນຕໍ່ໜ້ານີ້ເພື່ອຮັບປະກັນດ້ານປະລິມານ ແລະ ຄຸນນະພາບຂອງສະຖາບັນການເງິນຈຸລະພາກທີ່ມີຢູ່ໃຫ້ເຄື່ອນໄຫວມີປະສິດທິຜົນ, ຍືນຍົງນັ້ນ. ປັດຈຸບັນ ທຫລ ໄດ້ຢຸດຕິການອອກອະນຸຍາດຂໍສ້າງຕັ້ງສະຖາບັນການເງິນຈຸລະພາກຊົ່ວຄາວຕາມການຊີ້ນໍາຂອງລັດຖະບານ ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ປະເມີນຜົນການເຄື່ອນໄຫວຮອບດ້ານຂອງສະຖາບັນການເງິນຈຸລະພາກທີ່ມີໃນປັດຈຸບັນໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ສາມາດສະໜອງທຶນໃຫ້ແກ່ປະຊາຊົນ, ຫົວໜ່ວຍການຜະລິດ, ການດໍາເນີນທຸລະກິດຕ່າງໆຂອງສັງຄົມໃຫ້ກວ້າງຂວາງ ແລະ ມີປະສິດທິຜົນ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຂັ້ມແຂງນັບມື້ເຕີບໃຫຍ່.

ທີ່ມາ: ລາວພັດທະນາ 
© ໂຕະນໍ້າຊາ | tonamcha.com 
-----------------




Powered by Blogger.