Header Ads

ບໍລິສັດ Dreamlink ປິດກິດຈະການ ຜູ້ລົງເງິນ ໂວຍວາຍ


ອີງຕາມການລາຍງານຂ່າວຂອງສຳນັກຂ່າວ  Lao RFA ລະບຸວ່າ ບັນດາລູກຄ້າຫລາຍຮ້ອຍຄົນທີ່ເອົາເງິນ ໄປລົງທຶນນໍາ ບໍລິສັດ ວິສາຫະກິດ Dreamlink ຈໍາກັດ ໂດຍຫວັງວ່າ ຈະໄດ້ກໍາໄລສູງ ແຕ່ໃນ ທີ່ສຸດ ກໍຖືກຕົວະຕົ້ມ ໄດ້ພາກັນ ຮ້ອງຮຽນໄປຍັງ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສືບສວນ ບໍລິສັດ ເພື່ອທວງເອົາເງິນ ທີ່ເສຍໄປນັ້ນຄືນ, ຫລັງຈາກພວກຕົນ ບໍ່ສາມາດ ຖອນເງິນໄດ້ ແລະ ບໍລິສັດໄດ້ປິດ ກິດຈະການລົງ ໂດຍບໍ່ມີການແຈ້ງ ລ່ວງໜ້າ. ຜູ້ເສຍຫາຍ ຄົນຫນຶ່ງ ເວົ້າວ່າ:

“ຂ້າພະເຈົ້າ ກໍຜູ້ຫນຶ່ງ ທີ່ເສຍຫາຍ ໃນບໍລິສັດ ດຣີມລິງ ຄິດວ່າມັນ ຈະເປັນໄປໄດ້ ຕາມເຂົາເວົ້າຫັ້ນ ຂ້າພະເຈົ້າ ກໍໄດ້ຕັດສິນໃຈ ໄປລົງ ຂ້າພະເຈົ້າເອງ ກ່າລົງ 5 ພັນ ໂດລາ ອ້າຍ ຂ້າພະເຈົ້າລົງ 1 ພັນໂດລາ ແລະເອື້ອຍຮັກ ຂ້າພະເຈົ້າລົງ 5 ພັນໂດລາ ລວມ 11 ພັນໂດລາ ແຕ່ວ່າ ມາຮອດເດືອນ 12 ບໍລິສັດ ໂຕນີ້ບໍ່ໄດ້ ດໍາເນີນການ ເຄື່ອນໄຫວ ຫຍັງເລິຍ ສະນັ້ນ ຂ້າພະເຈົ້າ ເປັນຜູ້ເສັຍຫາຍ ກໍຢາກໃຫ້ ຂັ້ນເທິງ ພິຈາລະນາ ແກ້ໄຂ.”

ຜູ້ເສຍຫາຍອີກ ຄົນຫນຶ່ງ ເວົ້າວ່າ:

“ຂ້າພະເຈົ້າ ກໍເປັນຜູ້ຫນຶ່ງ ທີ່ເສຍຫາຍ ໃນບໍລິສັດ ດຣີມລິງເນາະ ຕອນນັ້ນເຮົາລົງ 3 ພັນໂດລາ ເອື້ອຮັກ ຂອງເຮົາລົງ 1 ແສນ 50 ພັນ ໂດລາ ຕອນນີ້ພວກຂ້າພະເຈົ້າ ກໍເສຍຫາຍ ແລະຍັງມີຜູ້ເສຍຫາຍ ອື່ນໆຫລາຍຄົນ.”

ຜູ້ເສຍຫາຍທ່ານນີ້ ເວົ້າຕື່ມວ່າ ຕອນທໍາອິດເຂົາເຈົ້າ ໄປຟັງສໍາມມະນາ ການເອົາເງິນ ໄປລົງທຶນນໍາ ບໍຣິສັດ ທີ່ໃຫ້ຄໍາໝັ້ນວ່າ ຈະໄດ້ກໍາໄລ ພາຍໃນ ສອງສາມເດືອນ.

ຫລັງຈາກຟັງແລ້ວ ຫລາຍໆຄົນ ກໍຕັດສິນໃຈ ເອົາເງິນໄປ ໂອນເຂົ້າບັນຊີ ຂອງ ບໍລິສັດ ທາງບໍລິສັດ ກໍເອົາໃບຮຸ້ນ ຈໍານວນ ລົງທຶນໃຫ້ ທີ່ເອີ້ນກັນວ່າ CHIP ຊຶ່ງບໍລິສັດ ເວົ້າວ່າ ສາມາດຂາຍ ເອົາເງິນສົດໄດ້ ໃນເວລາຣາຄາຮຸ້ນ ແລ່ນຂຶ້ນ.

ສອງສາມເດືອນ ທໍາອິດ ຣາຄາ CHIP ຊຶ່ງເລີ້ມຈາກ 75 ເຊັນ ໂດລາ ສະຫະຣັດ ກະໂດດຂື້ນ, ຫລາຍຄົນ ກໍຢາກຂາຍ, ແຕ່ພໍໄປຂາຍ ພັດບໍ່ໃຫ້ຂາຍ ຜູ້ອໍານວຍການ ບໍລິສັດ ກໍຫລົບຫລີກ ເລື້ອຍໆ.

ຕໍ່ມາໄລຍະຫນຶ່ງລາຄາ CHIP ຕົກຕໍ່າລົງ ຫຼາຍຄົນ ກໍຢາກໄປຖອນ ເງິນຄືນ ແຕ່ຖອນບໍ່ໄດ້, ຕົກມາຮອດເດືອນ ທັນວາ ປີ 2016 ທາງ ບໍລິສັດ ໄດ້ປິດກິດຈະການ ລູກຄ້າ ຈຶ່ງເລີ້ມ ພາກັນຮ້ອງຟ້ອງ ໄປຍັງກະຊວງ ປ້ອງກັນ ຄວາມສະຫງົບ.

ເຈົ້າໜ້າທີ່ ກະຊວງ ຄົນຫນຶ່ງເພິ່ນກໍວ່າ ເຫັນສໍາເນົາ ຮ້ອງຟ້ອງຢູ່, ແຕ່ເມື່ອຖາມ ໄປຍັງ ເຈົ້າໜ້າທີ່ ພະແນກ ນິຕິກຳ ເພີ່ນຕອບວ່າ:

“ອັນນີ້ເຮົາກ່າບໍ່ເຫັນຄໍາຮ້ອງຟ້ອງ ມີຫລາຍຄໍາຮ້ອງຟ້ອງ ຕາມຕົວຢ່າງ ໃບຮ້ອງຟ້ອງ ບາງສະບັບທີ່ ຜູ້ເສຍຫາຍ ສົ່ງໄປຫາ ກະຊວງ ປ້ອງກັນ ຄວາມສະຫງົບນັ້ນ.”

ບໍລິສັດ ດຣີມລິງ ຈໍາກັດ ມີສໍານັກງານຕັ້ງຢູ່ ຕຶກອໍາມະຕະ ຊັ້ນ 8 ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ມີຄະນະ ບໍລິຫານ 4 ຄົນ ຄື ທ່ານ ທະນະວັດ ຕີສະຣະ ຫລື ອາຈານ ໄຊ, ທ່ານ ໄຊຍະພອນ ອຸທະໄກສອນ, ທ່ານ ບີໂນສັກ, ນາງ ສຸດໃຈ ສໍຜາບມິໄຊ, ແລະທ່ານ ທອງສີ ດວງມະນີ.

ເມື່ອບໍ່ນານມານີ້ ທາງການລາວ ໄດ້ກ່າວວ່າ ຈະກໍາຈັດບັນດາ ບໍລິສັດ ທີ່ລະດົມເງິນທຶນ ໃນລາວ ແບບຜິດກົດໝາຍ ເນື່ອງຈາກວ່າ ມັນແຜ່ລາມ ໄປຫລາຍແລ້ວ.

ທີ່ມາ:  lao RFA
© ໂຕະນໍ້າຊາ | tonamcha.com
-----------------


Powered by Blogger.