Header Ads

Jeff Bezos ແຊງໜ້າ Warrant Buffett ຂື້ນເປັນຄົນລວຍອັນດັບສອງຂອງໂລກ



Jeff Bezo ຜູ້ກໍ່ຕັ້ງ amazone.com ເຊິ່ງແມ່ນບໍລິສັດ e-commerce ຄ້າປິກທີ່ໃຫຍ່ລະດັບໂລກ ໂດຍສໍານັກຂ່າວ CNBC, Fortune  ແລະ ວະລາສານຊື່ດັງທາງດ້ານການເງິນ Forbes ໄດ້ລາຍງານວ່າ Jeff Bezo ແຊງໜ້າ Warren Buffett ຂື້ນມາເປັນຄົນລວຍອັນດັບສອງຂອງໂລກຮອງຈາກ Bill Gates ດ້ວຍມູນຄ່າຊັບສີນ  76.5 ພັນລ້ານໂດລາ ໃນຂະນະທີ່ Bill Gates ມີມູນຄ່າຊັບສີນຢູ່ທີ່ 86 ພັນລ້ານໂດລາ. ສໍາລັບ Jeff Bezo ຂື້ນມາເປັນອັນດັບສອງຍ້ອນລາຄາຮຸ້ນຂອງ amazone ໄດ້ຂື້ນເຖິງ 1.5 ພັນລ້ານໂດລາ ພາຍຫຼັງທີ່ຂ່າວການເຂົ້າຊື້ກິດຈະການ Souq.com  ກຸ່ມທຸລະກິດຄ້າປີກອອນລາຍໃນຕາເວັນອອກກາງ. 

© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.