Header Ads

ເທຣນໃໝ່ຂອງການຖ່າຍຮູບຈາກ Selfie ມາເປັນ Belfie


ມະນຸດມີວິວັດທະນາການຖ່າຍຮູບມາຕະຫຼອດສອງທົດສະວັດຈາກຖ່າຍຮູບດ້ວຍຟີມ (Film) ສູ່ໂລກການຖ່າຍຮູບແບບ ດີຈີຕັນ (Digital) ແລະ ເມື່ອມີການຖ່າຍຮູບແບບດີຈີຕັນແນວຄິດການຖ່າຍຮູບແບບ Selfie ຈິ່ງເກິດເປັນກະແສທົ່ວໂລກ ແຖມສື່ສັງຄົມອອນລາຍຍັງເຂົ້າມາມີບົດບາດ ຍິ່ງເຮັດໃຫ້ຖ່າຍຮູບແບບ Selfie ກາຍເປັນແຟຊັນໃນເວລາຕໍ່ມາ ແຕ່ການຖ່າຍຮູບ Selfie ແບບເດີມໆກຳລັງຈະຕົກຍຸກ ແລະ ຫຼ້າສະໄໝໄປໃນທີ່ສຸດເມື່ອເວບໄຊທ unilad.com ແລະ ufunk.com ເຜີຍແຜ່ບົດຄວາມ ໂດຍອ້າງວ່າໄວໜຸ່ມມີພຶດຕິດກໍາການຖ່າຍຮູບທີ່ປ່ຽນແປງໄປຈາກ Selfie ມາເປັນ Belfie ຫຼື ເປັນການຖ່າຍຮູບໂຊກົ້ນແທນ.



ນີ້ໂລກເຮົາມາຮອດຈຸດນີ້ໄດ້ແນວໃດເມື່ອເຫດ ແລະ ຜົນຂອງຫານຖ່າຍຮູບແບບປົກກະຕິແມ່ນການໂຊໃບໜ້າ,ຄວາມສວຍງານຂອງຮ່າງກາຍຜ່ານເສື້ອຜ້າທີ່ນຸ້ງຫົມ ແລະ ສົ່ງຮອຍຍີ້ມໃຫ້ກັບເລນກ້ອງ ແຕ່ມື້ນີ້ປີ 2017 ມະນຸດປ່ຽນແຜງຮູບການຖ່າຍຮູບແບບເດີມໆໄປສູ່ການຖ່າຍຮູບໂຊກົ້ນແທນໜ້າຕາ.


ສຳລັບຂໍ້ມູນເບຶ້ອງຕັ້ນລະບຸວ່າ ແທຣນການຖ່າຍຮູບແບບ  Belfie ເລີ່ມທີ່ສະຫະລັດ ອາເມລິກາ ຕໍ່ມາກໍມີກຸ່ມໄວໜຸ່ມຫຼາຍຄົນຮຽນແບບ ແຕ່ກໍມີຂ່າວຈາກສຳນັກຂ່າວຕ່າງປະເທດລາຍງານວ່າມີນັກທ່ອງທ່ຽວຊາວອັງກິດຖືກຈັບໃນຂໍ້ຫາຖ່າຍຮູບອານາຈານໃນສະຖານທີ່ສັກສິດຂອງປະເທດມາເລເຊຍ  ໂດຍຖືກຈັບຕິດຄຸກ 3 ວັນ. ຢ່າງໃດກໍຕາມ ການຖ່າຍຮູບແບບ Belfie ຍັງມີສຽງວິພາກວິຈານເຖິງຄວາມບໍ່ເໜາະສົມ ແລະ ເປັນສິ່ງບໍ່ຄວນເຮັດໂດຍສະເພາະໃນສະຖານທີ່ທ່ອງທ່ຽວຕ່າງໆ ແລະ ໃນປະເທດທີ່ເຂັ້ມງວດເລື່ອງສາສະໜາ ແລະ ວັດທະນາທໍາ.



ຮູບຖ່າຍແບບ  Belfie

ຮູບຖ່າຍແບບ  Belfie


                                                               ຮູບຖ່າຍແບບ  Belfie


ຂໍ້ມູນ ຫຼື ເບິ່ງພາບເພີ່ມເຕີມທີ່ cheekyexploits  

ທີ່ມາ: unilad.com ແລະ ufunk.com
-----------------




Powered by Blogger.