Header Ads

[VDO] ນາທີນຳຕົວອະດີດຜູ້ນຳສູງສຸດເກົາຫຼີໃຕ້ ທ່ານນາງ ປາກ ກຶນເຮ ຂຶ້ນສານຄະດີສໍ້ລາດບັງຫຼວງ



ນີ້ແມ່ນປະກົດຕົວຄັ້ງທຳອິດຢ່າງເປັນທາງການຂອງ ທ່ານນາງ ປາກ  ກຶນເຮ  ນັບຕັ້ງແຕ່ຖືກຈັບຂັງເມື່ອວັນທີ 31 ມີນາ 2017 ທີ່ຜ່ານມາ ພາຍຫຼັງທີ່ສານລັດຖະທຳມະນູນພິພາກສາຮັບຮອງມະຕິການຖອດຖອນຂອງສະພາແຫ່ງຊາດ ໃນວັນທີ 9 ທັນວາ 2016.ຜ່ານມານີ້. 

ທ່ານນາງ ປາກ  ກຶນເຮ  ຈະຖືກໄຕ່ສວນນັດທຳອິດໃນຄະດີນີ້ ໂດຍສານແຂວງນະຄອນຫຼວງໂຊກາງ ໃນຫາສົມຄົບຄິດກໍ່ການສໍ້ລາດບັງຫຼວງກັບນາງ ຊະເວ ຊຸນຊິນ ເຊິ່ງເປັນໝູ່ສະໜິດ ເຊິ່ງນັບວ່າເປັນຄະດີໂດ່ງດັງທີ່ສ້າງຄວາມເສຍຫານຢ່າງມະຫາສານໃຫ້ແກ່ລະບົບການເມືອງ ແລະ ສະຖຽນລະພາບທາງເສດຖະກິດຂອງເກົາຫຼີໃຕ້ ເນື່ອງເປັນຄະດີທີ່ຈຳເລີຍຮ່ວມກັບອີກຫຼາຍຄົນທີ່ເປັນເຈົ້າໜ້າທີ່ລະດັບສູງທາງການເມືອງ ແລະ ຜູ້ບໍລິຫານລະດັບສູງໃນບໍລິສັດຂະໜາດໃຫຍ່ຫຼາຍແຫ່ງພົວພັນໃນການສໍ້ໂກງ. 





ທີ່ມາ:  arirang News   
© ໂຕະນໍ້າຊາ | tonamcha.com 
-----------------







Powered by Blogger.