Header Ads

5 ສຸດຍອດອາຫານທີ່ຊ່ວຍຫຼຸດໄຂມັນໃນເລືອດ ແລະ ຄວາມສ່ຽງໂລກຫົວໃຈ-ເບົາຫວານ


ປັດຈຸບັນຄົນຈໍານວນຫຼາຍມີບັນຫາໄຂມັນໃນເລືອດສູງ ເປັນສາເຫດຂອງພະຍາດຕ່າງໆ ເຊິ່ງບາງຄົນກໍມີໄຂມັນສ່ວນເກີນຈົນກາຍເປັນຄົນອຸ້ຍລຸ້ຍ ແລະ ຫຸ່ນຕຸ້ຍນຸຍເລີຍກໍ່ມີ. ມື້ນີ້ທີມງານ tomamcha.com ພາທ່ານມາຮູ້ຈັກ 5 ສຸດຍອດອາຫານທີ່ຊ່ວຍຫຼຸດໄຂມັນໃນເລືອດ,ຄວາມສ່ຽງໂລກຫົວໃຈ ແລະ ເບົາຫວານ.​

ຜັກທຽມ
ເປັນຜັກທີ່ເປັນສະໝຸນໄພຊ່ວຍຫຼຸດ ຄໍເລສເຕີລໍ ແລະ ນໍ້າຕານໃນເລືອດ ນອກຈາກນັ້ນຍັງຊ່ວຍຫຼຸດໂອກາດການເກີດມະເຮັງ ເຊິ່ງ ຜັກທຽມສົດຍິ່ງມີປະໂຫຍດກວ່າການປຸງສຸກ.



ຫົວຜັກບົ່ວໃຫຍ່ 
ມີຄຸນສົມບັດໃນການຊ່ວຍການອຸດຕັນຂອງໄຂມັນໃນເສັ້ນເລືອດ ເພາະ ຫົວຜັກບົ່ວໃຫຍ່ມີສານມີ່ສາມາດຊ່ວຍຫຼຸດລະດັບໄຂມັນ ແລະ ເພີ່ມໄຂມັນສ່ວນດີໃຫ້ກັບຮ່າງກາຍ ເຊິ່ງຊ່ວຍໃຫ້ຮ່າງກາຍຟື້ນໂຕແຂງແຮງ.



ຂີງ
ເປັນສະໝຸນໄພອີກຊະນິດໜຶ່ງທີ່ຄຸນສົມບັດແກ້ຄາວ (ສໍາລັບອາຫານ), ມີກິ່ນຫອມ ແລະ ສາມາດຊ່ວຍຫຼຸດ ຄໍເລສເຕີລໍ ແລະ ຊ່ວຍປັບຄວາມດັນໃຫ້ຢູ່ໃນເກນປົກກະຕິ



ຖົ່ວເຫຼືອງ
ມີກົດໄຂມັນອີມໂຕ ເຊິ່ງຊ່ວຍຫຼຸດ ຄໍເລສເຕີລໍໃນຮ່າງກາຍ ແລະ ຫຼຸດຄວາມສ່ຽງການເກີດໂລກຫົວໃຈ ແລະ ໄຂມັນໃນຫຼອດເລືອດ. ນອກຈາກນີ້ ຖົ່ວເຫຼືອງຍັງເໜາະສໍາລັບຜູ້ທີ່ເປັນພະຍາດເບົາຫວານ ເພາະມີສານຊ່ວຍຫຼຸດນໍ້າຕານໃນເລືອດໄດ້.



ໝາກແຄ້ງຟ້າ 

ໝາກແຄ້ງຟ້າສາມາຊ່ວຍຫຼຸດ ຄໍເລສເຕີລໍໃນເລືອດ, ຫຼຸດຄວາມດັນໃນເລືອດ, ບໍາລຸງຕັບ ແລະ ຊ່ວຍໃນເລື່ອງຂັບຖ່າຍຳໄດ້ເປັນຢ່າງດີ.




© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.