Header Ads

ນັກທຸລະກິດຫວຽດນາມຫອບເງີນ 88 ລ້ານໂດລາ ມາລົງທຶນນຢູ່ແຂວງອັດຕະປື




ນັກທຸລະກິດຫວຽດນາມ ຈະລົງທືນ 4 ໂຄງການໃຫຍ່ຢູ່ແຂວງອັດຕະປື ລວມມີ: ການສ້າງຕັ້ງໂຮງງານປຸ໋ຍຊີວະພາບ, ໂຮງງານໄຟ້າແສງຕາເວັນ ກຳລັງ 10 ເມກາວັດ, ການປູກໄມ້ໃຫ້ໝາກ ແລະ ການລ້ຽງງົວພັນຊີ້ນ . ນີ້ແມ່ນເນື້ອໃນການພົບປະໂອ້ລົມ ລະຫວ່າງ ທ່ານ ເຈີ່ນ ບັກຮາ ປະທານສະມາຄົມນັກທຸລະກິຫວຽດນາມ ທີ່ມາລົງທືນຢູ່ລາວ ແລະ ທ່ານ ປອ. ນາມ ວິຍາເກດ ເຈົ້າແຂວງອັດຕະປື ພິທີພົບປະດັ່ງກ່າວໄດ້ຈັດຂື້ນຕອນເຊົ້າວັນທີ 16/ 6 /2017 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານອົງການປົກຄອງແຂວງອັດຕະປື ໂດຍມີພະແນກການທີ່ກ່ຽວຂ້ອງ ແລະ ເມືອງເຂົ້າຮ່ວມ 



ເຊິ່ງການສະແດງເຈນຈຳນົງຂອງນັກທຸລະກິດຫວຽດນາມທີ່ຈະມາລົງທືນ ໃນ 4 ໂຄງການດັ່ງກ່າວ ແມ່ນພວມຢູ່ໃນຂັ້ນຕອນ ການຂໍອະນຸຍາດຕາມລະບຽບກົດໝາຍ ພ້ອມກັນນີ້ສອງຝ່າຍຍັງໄດ້ຕົກລົງຈະສ້າງຕັ້ງຄະນະກຳມະການປະສານງານ ເພື່ອສຳຫຼວດເນື່ອທີ່ດີນ ຈຳນວນປະມານ 3.500 ເຮັກຕາ



ເພື່ອຮອງຮັບແກ່ໂຄງການດັ່ງກ່າວ ລວມມີສອງຈຸດຄື: ເມືອງສະໜາມໄຊ ແລະ ເມືອງຊານໄຊ ຄາດວ່າໂຄງການດັ່ງກ່າວຈະເລີມລົງມືຈັດຕັ້ງປະຕິບັດ ໃນປີ 2018 ແລະ ຈະສາມາດສ້າງໜ້າວຽກ ໄດ້ປະມານ 8.000 ຄົນ ໂຄງການດັ່ງກ່າວຈະເປັນອີກທ່າແຮງໜື່ງຂອງແຂວງ ໃນການສ້າງລາຍຮັບ ແລະ ການແກ້ໄຂຄວາມທຸກຍາກ.



ທີ່ມາAttapeu Province 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.