Header Ads

ເຈົ້າໜ້າທີ່ກັກຕົວ ພວກສໍ້ໂກງຊັບພົນລະເມືອງ ມາດຳເນີນຄະດີ


ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດພະແນກເສດຖະກິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນວັນທີ 14 ພຶດສະພາ 2017 ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢູ່ບ້ານທາງຄົບ ເມືອງ ແລະ ແຂວງຈຳປາສັກວ່າ: ມີກຸ່ມຄົນບໍ່ດີເຊິ່ງເປັນຄົນສັນຊາດກຳປູເຈຍຈຳນວນ 3 ຄົນ ແລະ ຄົນລາວ 1 ຄົນ ມາສໍ້ໂກງເອົາຊັບຂອງຕົນ. ດັ່ງນັ້ນ, ເຈົ້າໜ້າທີ່ກໍ່ໄດ້ສົມທົບກັບກຳລັງວິຊາສະເພາະ ແລະ ອຳນາດ ການປົກຄອງເມືອງຈຳປາສັກວາງແຜນມ້າງຄະດີດັ່ງກ່າວ ສາມາດກັກຕົວພວກຖືກຫາໄດ້ ຈຳນວນ 4 ຄົນ ໃນນັ້ນ ມີ ທ້າວ ສີວອນ ອາຍຸ 59 ປີ  ສັນຊາດລາວ ປະຊາຊົນ ບ້ານ ຫຼັກ19 ເມືອງບາຈຽງ ແຂວງຈຳປາສັກ, ທ້າວ ໝູນ ອາຍຸ 52 ປີ ອາຊີບເຮັດນາ ບ້ານ ກະສັນ ເມືອງເວີນໄຊ ແຂວງ ລັດຕະນະຄີລີ, ທ້າວ ໂຊຄາ ອາຍຸ 41 ປີອາຊີບ ເຮັດນາ ບ້ານສຽງໄປ ເມືອງຕາແສນ ແຂວງກະໂປງຈາມ, ທ້າວ ສະດັດ ອາຍຸ 50 ປີ ອາຊີບ ເຮັດນາ ບ້ານໂປກອນດາ ເມືອງ ໂປະອອງໂກນ ແຂວງກອງໂປງສະບື ທັງ 3 ຄົນ ສັນຊາດກຳປູເຈຍ ມາດຳເນີນຄະດີ.

 ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 8 ພຶດສະພາ 2017 ທ້າວໝູນ, ທ້າວໂຊຄາແລະ ທ້າວສະດັດ ໄດ້ເດີນທາງເຂົ້າມາແຂວງຈຳປາສັກຂີ່ລົດເກັ໋ງ ໂດຍຜ່ານ ດ່ານສາກົນ ໜອງນົກຂຽນເຂົ້າມາເມືອງປາກເຊຈຸດປະສົງແມ່ນຈະມາສໍ້ໂກງຊັບພົນລະເມືອງ. ຈາກນັ້ນພວກ ກ່ຽວໄດ້ໄປບ້ານທາງຄົບ ເພື່ອໄປສ້າງຄວາມລຶ້ງເຄີຍກັບຄົນເຂດນັ້ນ ແລ້ວໄດ້ເຂົ້າໄປເຮືອນຂອງທ້າວ ກົງສະ ຫວັນ ( ຜູ້ເສຍຫາຍ ) ໂດຍໃຊ້ເລ່ ລ່ຽມວ່າຢາກໄດ້ຂອງດີ ໂດຍຈະຊື້ໃນລາຄາແພງ ແລະ ບອກໃຫ້ທ້າວກົງ ສະຫວັນຊອກໃຫ້ ຖ້າໄດ້ຂອງ ດີຈະໃຫ້ເງິນຈຳນວນຫຼາຍ ຈາກນັ້ນກໍ່ໄດ້ແລກເບີໂທກັນໄວ້. ມາຮອດວັນທີ 11 ພຶດສະພາ 2017 ພວກກ່ຽວ ທັງ 3 ຄົນໄດ້ສົມທົບວາງແຜນໃຫ້ທ້າວສີວອນເປັນຄົນມີຂອງດີ ເຊິ່ງຂອງດີດັ່ງ ກ່າວແມ່ນເປັນໂຕໝູ ນ້ອຍໆສີດຳທີ່ກຽມມາແຕ່ປະເທດກຳປູເຈຍ ເຊິ່ງພວກກ່ຽວໄດ້ຮູ້ຈັກກັບທ້າວສີວອນ ດົນແລ້ວ ໂດຍໄດ້ວາງ ແຜນໃຫ້ ທ້າວ ສີວອນ ໄປເຮືອນຂອງທ້າວ ກົງສະຫວັນ ບ້ານ ທາງຄົບ ເມືອງຈຳປາສັກ. ເມື່ອໄປຮອດ ຜູ້ກ່ຽວໄດ້ ໃຊ້ເລ່ລຽ່ມຕິໂທລະສັບຫາໝູ່ເວົ້າສຽງດັງໆວ່າຊື້ບໍຂອງດີ. ເວລານັ້ນ ທ້າວກົງສະຫວັນໄດ້ຍິນ ຈິ່ງມີຄວາມ ສົນໃຈຈິ່ງໄດ້ຖາມທ້າວສີວອນວ່າ: ເຈົ້າມີຂອງດີຂາຍບໍເພາະ ວ່າມີຄົນ ຕ້ອງການຊື້. ທ້າວສີວອນ ຕອບວ່າມີ.  ຕໍ່ມາທ້າວກົງສະຫວັນໄດ້ຕິດຕໍ່ຫາພວກກ່ຽວທັງ 3 ຄົນ ວ່າມີຄົນ ເອົາຂອງດີມາຂາຍ, ຫຼັງຈາກນັ້ນ ໄດ້ຕິດຕໍ່ ຫາທ້າວສີວອນໃຫ້ເຂົ້າມາເຮືອນຂອງຜູ້ກ່ຽວ ແລະ ໄດ້ ເອົາຂອງ ດີອອກມາ ແລ້ວທ້າວສະດັດ ຈຶ່ງໄດ້ທຳ ການທົດລອງ 2 ຄັ້ງ. ເມື່ອທົດລອງແລ້ວ ພວກກ່ຽວໄດ້ ຕົກລົງລາ ຄາຂອງດີຈຳນວນ 2 ລ້ານບາດ ຖ້າບໍ່ພໍ ໃຫ້ຈ່າຍກ່ອນ 100 ລ້ານກີບ.



ຈາກນັ້ນ ທ້າວ ໂຊຄາ ໄດ້ເອົາເງິນໂດລາປອມອອກມາຈຳນວນ 10.000 ໂດລາ ແຕ່ບໍ່ພໍຄ່າມັດຈຳ ທ້າວສະດັດ ແລະ ທ້າວໂຊຄາ ໄດ້ບອກໃຫ້ທ້າວໝູນຢືມເງິນນຳທ້າວກົງສະຫວັນຈຳນວນ 20 ລ້ານກີບ ໂດຍເວົ້າວ່າ: ຈະໃຫ້ດອກເບ້ຍທັງຕົ້ນ ແລະ ດອກເບ້ຍ 100% ໂດຍຈະເອົາຂອງດີປະໄວ້ນຳທ້າວ ກົງສະຫວັນ. ກ່ອນອອກຈາກເຮືອນທ້າວສີວອນໄດ້ສັບປ່ຽນເອົາຂອງດີຄືນ ແລ້ວເອົາກ້ອນປູນຄຽນດ້ວຍ ສະກັອດມອບໃຫ້ທ້າວກົງສະຫັວນໂດຍບອກວ່າຫ້າມໄຂເບິ່ງ.

 ຈາກນັ້ນ ພວກກ່ຽວທັງ 4 ຄົນ ໄດ້ອອກຈາກເຮືອນທ້າວກົງສະຫວັນ ແລ້ວກັບມາເມືອງປາກເຊ ພວກກ່ຽວໄດ້ເອົາຂອງດີ ແລະ ເງິນປອມ ນຳທ້າວສີວອນຄືນ. ສ່ວນເງິນຈຳນວນ 20 ລ້ານກີບ ພວກກ່ຽວທັງ 4 ຄົນໄດ້ແບ່ງປັນກັນ

ຕົກມາຮອດວັນທີ 14 ພຶດສະພາ 2017 ພວກກ່ຽວທັງ 4 ຄົນໄດ້ພາກັນໄປເຂດເມືອງມຸນລະປາໂມກ ຈຸດປະສົງແມ່ນຈະໄປຊອກຫາເປົ້າໝາຍເພື່ອຕົວະຍົວະອີກເທື່ອໃໝ່ ແຕ່ໄປບໍ່ລອດຖືກເຈົ້າໜ້າທີ່ກັກຕົວ ພ້ອມເຄື່ອງຂອງກາງໂຕໝູ ແລະ ເງິນໂດລາປອມຈຳນວນ 18.200 ໂດລາມາດຳເນີນຄະດີຕາມ ລະບຽບ ກົດໝາຍຂອງບ້ານເມືອງ. 



ທີ່ມາ:  ຫນັງສືພິມຈຳປາໃຫ່ມ 
© ໂຕະນໍ້າຊາ | tonamcha.com  
 ___________


Powered by Blogger.