ວົງຈອນກີລາ ຢູໂດລາວ ເຝິກຊ້ອມທີ່ຍີ່ປຸ່ນ ກຽມຊີເກມ ຢູໂດລາວ ເຝິກຊ້ອມທີ່ຍີ່ປຸ່ນ ກຽມຊີເກມ
ພາຍຫຼັງ ທີ່ ນັກກີລາ ຢູ ໂດທີມ ຊາດເຝິກຊ້ອມ ມາ ຕັ້ງແຕ່ ເດືອນ ມັງກອນນີ້ ເປັນຕົ້ນ ມາ ຈົນ ຮອດ ວັນ ທີ 1 ພຶດສະພາ ຈຶ່ງ ໄດ້ ມີ ການ ເຂົ້າ ສູນ ເຝິກຊ້ອມ ຢ່າງ ເປັນ ລະບົບ ຢູ່ ສູນ ກີລາ ບູ ໂດ ລາວ-ຍີ່ປຸ່ນ ໂດຍ ການ ນຳພາ ຂອງ ຄູ ເຝິກ ຄົນທັງ ລາວ ແລະ ຍີ່ປຸ່ມ ເພື່ອ ກຽມ ຄວາມ ພ້ອມ ສ້າງ ຜົນງານໃນ ງານ ມະ ຫະ ກຳ ກີລາ ຊີເກມ ຄັ້ງ ທີ 29 ທີ່ ປະເທດ ມາ ເລ ເຊຍ ລະຫວ່າງ ວັນ ທີ 19-31 ສິງຫາ ນີ້.
ທ່ານ ເຂັມ ຊາດ ພິລາ ພັນ ເດ ຊ ປະທານ ສະຫະພັນ ກີລາ ຢູ ໂດ ແຫ່ງ ຊາດ ລາວ ໃຫ້ ສຳພາດ ກັບ ສື່ ມວນ ຊົນ ໃນວັນ ທີ 9 ມິຖຸນາ ວ່າ: ເພື່ອ ເປັນ ການ ກຽມ ຄວາມ ພ້ອມ ດ້ານ ຕ່າງໆ ສະຫະພັນ ພວກ ເຮົາຈະ ສົ່ງ ນັກກີລາ ຢູ ໂດ ທີມ ຊາດທີ່ຢູ່ ໃນ ເປົ້າ ໝາຍ ຈຳນວນ 5 ຄົນ ຍິງ 2 ຄົນ ພ້ອມ ຄູ ເຝິກ 1 ທ່ານ ເດີນທາງ ໄປ ເກັບ ໂຕ ເຝິກຊ້ອມ ຢູ່ ປະເທດ ຍີ່ປຸ່ນ ລະຫວ່າງ ວັນ ທີ 10 ມິຖຸນາ-17 ກໍລະກົດນີ້ ໂດຍຈະເຝິກຊ້ອມ ຢູ່ 3 ບ່ອນ ຄື:
1. ນະຄອນຫຼວງ ໂຕ ກຽວ ສະ ຖາ ບັນ ໂກ ໂດ ກັນ ເຊິ່ງ ເປັນ ສະຖານທີ່ ຕົ້ນ ກຳເນີດ ຂອງ ຢູ ໂດ ແລະ ຈະ ໄດ້ ຈັດການ ເຝິກຊ້ອມ International Camping ກັບ ນັກກີລາ ສີມື ດີ ຈາກ ທົ່ວ ໂລກ ທີ່ ເຂົ້າມາ ຮ່ວມ ເຝິກຊ້ອມ ໃນ ທີ່ນີ້.
2. ທີ່ Tateyama Chiba ສະຖານທີ່ ດັ່ງກ່າວແມ່ນ ມີ ອາຈານ ຫຼື ຄູ ເຝິກທີ່ ເຄີຍ ໄດ້ ຮັບ ຂັນ ຊະນະ ເລີດ ມາ ແລ້ວ ຫຼາຍ ລາຍການ.
3. ມະຫາວິທະຍາໄລ ເທັນ ລິ ເຊິ່ງມີນັກກີລາ ທີ່ ເຄີຍ ໄດ້ ຫຼຽນ ຄຳ ໂອ ແລມ ປິກ ມາ ແລ້ວ ຫຼາຍ ທ່ານ ພ້ອມ ທັງ ມີ ນັກກີລາ ຢູ ໂດ ລາວ ທ້າວ ສຸກ ພະ ໄຊ ສິດທິ ສານ ນັກກີລາ ເປົ້າ ໝາຍ ໂອ ແລມ ປິກ 2020 ທີ່ ກຳລັງ ສຶກ ສາ ຮ່ຳຮຽນ ແລະ ເຝິກຊ້ອມ ຢູ່ ບ່ອນ ນີ້ດ້ວຍ.
ທັງ ນີ້ ກໍ່ ເພື່ອ ເປັນ ການ ໃຫ້ ນັກກີລາ ໄດ້ ແລກປ່ຽນ ແລະ ເກັບ ກ່ຽວ ທັກ ສະປະສົບ ການ ສ້າງ ຄວາມ ແຂງ ແກ່ນ ທັງ ຮູ້ ຍຸດທະວິທີ ໃນ ການ ຕໍ່ສູ້ ເພື່ອ ນຳ ມາ ປັບ ໃຊ້ ໃນ ໂຕ ເອງ.
ກ່ອນ ໜ້າ ນີ້ ວັນ ທີ 4-10 ມິຖຸນາ ຜ່ານ ມາ ສະຫະພັນ ຍັງ ໄດ້ ສົ່ງ ຄູ ເຝິກ ຄື: ທ່ານ ນາງ ພອນ ນາລີ ໄຊ ຍະ ລາດ ອະດີດ ນັກກີລາ ທີມ ຊາດ ແລະ ທ່ານ ຈິດ ຕິ ເວດ ນວນ ຄາຍ ສີ ກຳມະການ ຕັດສິນ ໄປ ສຳ ມະ ນາ ທີ່ ປະເທດ ຍີ່ປຸ່ນ ເຊັ່ນ ດຽວ ກັນ ເພື່ອເປັນ ການ ສຶກ ສາ ກະຕິ ກາ ໃໝ່ ທີ່ ຈະ ໃຊ້ ເຂົ້າ ໃນ ການ ແຂ່ງຂັນ ກີລາ ຊີເກມ ຄັ້ງ ທີ 29 ອີກ ດ້ວຍ.
ໃນ ການ ໄປ ເຝິກຊ້ອມ ຄັ້ງ ນີ້ ຕ້ອງ ສະແດງ ຄວາມ ຂອບໃຈ ມາ ຍັງອາຈານ ອາວຸໂສຈາກ ປະເທດ ຍີ່ປຸ່ນ ທີ່ ເຄີຍ ມາ ສິດສອນ ກີລາ ຢູ ໂດ ຢູ່ ສປປ ລາວ ພ້ອມ ທັງບໍລິສັດ ເຄ ພີ ຈຳກັດ ບໍລິສັດ ລາວ ໂຕ ໂຍ ຕ້າ ບໍລິການ ຈຳກັດ ບໍລິສັດ ທິບ ພະ ຍະ ປະກັນ ໄພ ຈຳກັດ ປະຈຳລາວ KP-Bridgestone Adidas ແລະ ບໍລິສັດ ຟ້າ ໃຫຍ່ ຈຳກັດ ທີ່ໃຫ້ກການສະໜັບສະໜູນ.
ທີ່ມາ: ໜັງສືພິມວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com
___________
Post a Comment