Header Ads

ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ




ພາຍຫລັງ ພະ​ແນ​ກ​ໂຍທາທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງຈັນ, ​ໄດ້​ອອກ​​ແຈ້ງ​ການ ​ໃຫ້​ບັນດາ​ແມ່​ຄ້າ​ຊາວ​ຂາຍ ທີ່​ຂາຍ​ເຄື່ອງ​ຢູ່​ຕາມ​ທາງ​ຍ່າງ ຢູ່ຈຸດແຕ່ 4 ​ແຍກ​ໄຟ​ແດງ​ທາດ​ຝຸ່ນ ຫາ ​ໄຟ​ແດງ​ແພດສາດ ​ແລະ ​ໄຟ​ແດງ​​ແພດສາດ​ ຫາ​ ເສັ້ນທາງ​ຄູ​ວຽງ ​ໃຫ້ຢຸດ​​ຂາຍ​ເຄື່ອງ ​ແລະ ຈອດ​ລົດ​ທຸກ​ຊະ​ນິດ ​ໂດຍ​ສະ​ເພາະ ລົດ​ສາມ​ລໍ້, ລົດ​ຕຸກໆ ຫ້າມ​ຈອດຢູ່​ເຂດ​ດັ່ງກ່າວ, ມາ​ຮອດ​ວັນ​ທີ 20 ມິຖຸນາ ນີ້, ​ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ຮ່ວມກັບເຈົ້າໜ້າທີ່ຕຳຫລວດຈະລາຈອນ, ໜ່ວຍງານຈັດສັນ ເມືອງທີ່ກ່ຽວຂ້ອງ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ແລະ ຫ້ອງການຄຸ້ມຄອງ ບໍລິຫານຕົວເມືອງວຽງຈັນ ໄດ້ປະຕິບັດງານ ຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອຈັດສັນຫ້າມບໍ່ໃຫ້ມີ ການຈອດລົດ ແລະ ຂາຍເຄື່ອງທຸກປະເພດ ຢູ່ຈຸດດັ່ງກ່າວ​.

ທ່ານ​ ຄຳ​ພູ​ທອງ ກັນລະຍາ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 20ມິຖຸນາ ນີ້ວ່າ: ປັດ­ຈຸ­ບັນ ການ​ຄ້າຂາຍ​ເຄື່ອງ ​ຕາມ​ທາງ​ຍ່າງ ຢູ່​ນະຄອນຫລວງ​ວຽງຈັນ ​ໄດ້​ຮັບ​ການ​ແກ້ໄຂ ​ແລະ ຈັດ​ສັນ​ໃຫ້​ເປັນລະບຽບ​ຮຽບຮ້ອຍ, ມີ​ຄວາມ​ສະອາດ​ງາມ​ຕາ ​ເວົ້າ​ສະ​ເພາະ ຢູ່​ເມືອງ​ສີ​ສັດຕະ​ນາກ ຢູ່​​ເຂດ 4 ​ແຍກ​ໄຟ​ແດງ​ທາດ​ຝຸ່ນ ຫາ ​ໄຟ​ແດງ​ແພດສາດ ​ແລະ ​ໄຟ​ແດງ​​ແພດສາດ ​ຫາ​ ເສັ້ນທາງ​ຄູ​ວຽງ ຊາວ​ຄ້າຂາຍ​ ແມ່ນ​ໄດ້​ຫຍັບ​ຍ້າຍ ອອກ​ຈາກ​ສະຖານ​ທີ່​ດັ່ງກ່າວ​​ແລ້ວ ພາຍຫລັງອຳ­ນາດ​ການ​ປົກຄອງ​ ນະ­ຄອນ­ຫລວງ​ວຽງ​ຈັນ ໄດ້​ອອກ​ແຈ້ງ​ການ ​ແລະ ເອົາ­ໃຈ­ໃສ່​ຊີ້​ນຳໆ​ພາ, ​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາຊົນ ກໍ​ຄື​ພໍ່ຄ້າ​ຊາວ​ຂາຍ ​ໃຫ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ ນະ​ໂຍບາຍ 6 ສ ​ໂດຍ​ສະ​ເພາະ ສ ສະອາດ ໄປ​ຄຽງ​ຄູ່​ກັບ​ ການ​ພັດ­ທະ­ນາ​ຕົວ​ເມືອງ​​ ໃຫ້​ມີ​ຄວາມ​ສະ­ອາດ​​ຈົບງາມ,​ ເປັນ​ເມືອງ​ທີ່​ໜ້າ​ຢູ່ ​ແລະ ເປັນ​ທີ່​ໜ້າພູມ­ໃຈ​ ຂອງ​ບັນ­ດາ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ເຂົ້າ​ມາທ່ຽວ ສປປ ລາວ.

ທ່ານ​ ຄຳ​ພູ​ທອງ ກັນລະຍາ ​​ໃຫ້​ຮູ້​ຕື່ມ​ວ່າ: ຖ້າ​ຫາກ​​​ບັນດາ ແມ່​ຄ້າ​ຊາວ​ຂາຍ ຫລື ບຸກຄົນ​ໃດ ບໍ່​ປະຕິບັດ​ ຕາມ​ແຈ້ງ​ການ, ຍັງ​ກັບ​ມາ​ຂາຍ​ຢູ່​ບ່ອນ​ເກົ່າ ທາງໜ່ວຍງານກວດກາຜັງເມືອງ ແລະ ໜ່ວຍງານຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຮ່ວມກັບເຈົ້າໜ້າທີ່ໆກ່ຽວຂ້ອງ ຈະໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ 500.000-2.000.000 ກີບ, ພ້ອມດຳເນີນໄປຕາມ ຂະບວນການຍຸຕິທຳ ແລະ ລະບຽບກົດໝາຍຂອງ ສປປ ລາວ./. 




ເນື້ອໃນຂ່າວ: ທະນູ​ທອງ/ພາບ: ຄຳ  | ຄລີບຂ່າວ : ໂທລະພາບແຫ່ງຊາດລາວ
© ໂຕະນໍ້າຊາ | tonamcha.com  

___________





Powered by Blogger.