ມະຫາວິທະຍາໄລແຫ່ງຊາດ(ມຊ) ເຕືອນຊ່ວງນີ້ໃຫ້ລະວັງກຸ່ມຄົນບໍ່ດີຫລອກເອົາເງີນດ້ວຍການແອບອ້າງແລ່ນເຂົ້າຮຽນຕໍ່
ປັດຈຸບັນການສອບເສັງຈົບຊັ້ນມໍປາຍໃນທົ່ວປະເທດໄດ້ສໍາເລັດລົງແລ້ວ, ຊຶ່ງບັນດານັກຮຽນ, ນັກສຶກສາ ຕ່າງກໍກຽມຈິດກຽມໃຈເອົາໃຈໃສ່ໃນການຄົ້ນຄ້ວາບົດຮຽນ ເພື່ອກຽມສອບເສັງເຂົ້າມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ ແລະ ຄືດັ່ງທຸກປີຜ່ານມາພໍຮອດໄລຍະກະກຽມສອບເສັງເຂົ້າຮຽນໃນລະດັບສູງ ຫລື ອາຊີວະ, ຈຶ່ງມັກມີກຸ່ມຄົນບໍ່ດີສວຍໂອກາດແອບອ້າງວ່າສາມາດແລ່ນເອົາເຂົ້າຮຽນໃນມະຫາວິທະຍາໄລຂອງລັດ, ໂດຍສະເພາະແມ່ນມະຫາວິທະຍາໄລແຫ່ງຊາດ, ຊຶ່ງເປັນສະຖາບັນການສຶກສາທີ່ມີຊື່ສຽງຂອງປະເທດ ແລະ ຜ່ານມາກໍເຄີຍມີຜູ້ຕົກເປັນເຫຍື່ອຂອງກຸ່ມຄົນດັ່ງກ່າວມາແລ້ວນັບບໍ່ຖ້ວນ.
ທ່ານ ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວຕົວະຍົວະຫລອກລວງຜູ້ປົກຄອງ, ກໍຄືພໍ່ແມ່ນັກສຶກສາວ່າສາມາດວິ່ງເຕັ້ນແລ່ນເອົາລູກຫລານເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ໂດຍນັກສຶກສາບໍ່ຕ້ອງຜ່ານການສອບເສັງ ຫລື ເສັງບໍ່ຜ່ານກໍສາມາດປອມແປງລາຍຊື່ໃຫ້ເຂົ້າຮຽນໄດ້, ເຊິ່ງໃນປີຜ່ານມາທາງມະຫາວິທະຍາໄລແຫ່ງຊາດໄດ້ພົບເຫັນ 2 ກໍລະນີທີ່ນັກສຶກສາໄດ້ປອມແປງເອກະສານ ເປັນຕົ້ນ: ໃບປະກາດຈົບຊັ້ນ ມໍປາຍ ແລະ ລາຍຊື່ສອບເສັງ ແລະ ໄດ້ຮຽກນັກສຶກສາທີ່ກະທໍາຜິດດັ່ງກ່າວມາສອບສວນ ແລະ ຜູ້ປົກຄອງກໍຮັບສາລະພາບວ່າໄດ້ປອມແປງເອກະສານແທ້, ໂດຍມີກຸ່ມຄົນຈໍານວນໜຶ່ງຜູ້ດໍາເນີນການໃຫ້ທັງໝົດ, ເຊິ່ງທາງມະຫາວິທະຍາໄລແຫ່ງຊາດກໍໄດ້ຕັດສິດນັກສຶກສາທັງສອງຄົນ, ພ້ອມສົ່ງຕົວໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຫນັງສືພິມລາວພັດທະນາ
© ໂຕະນໍ້າຊາ | tonamcha.com
Post a Comment