ລາວ-ຫວຽດນາມ ຮັດແໜ້ນການຮ່ວມມືດ້ານແຮງງານ
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ມີເນື້ອໃນບາງຕອນກ່າວວ່າ: ການຮ່ວມມືລະຫວ່າງສອງກະຊວງຄື: ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມຂອງລາວ ແລະ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມຫວຽດນາມ ຜ່ານການປະຕິບັດວຽກງານວິຊາສະເພາະ ແລະ ປະຕິບັດສັນຍາການຮ່ວມມືລະຫວ່າງສອງປະເທດ ພ້ອມທັງບັນດາສັນຍາທີ່ກ່ຽວກັບການຮ່ວມມືດ້ານແຮງງານ ໃນປີ 1995 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຕາມຫຼັກການສະເໝີພາບ ເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ ບົນພື້ນຖານຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຂອງແຕ່ລະປະເທດ ວັນທີ 29 ມິຖຸນາ 1995 ລັດຖະບານສອງປະເທດ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ຫວຽດນາມ ໃນຂະນະດຽວກັນ ເພື່ອຕອບສະໜອງກັບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດໃນແຕ່ລະໄລຍະ ລັດຖະບານສອງປະເທດ ໄດ້ເຊັນອະນຸສັນຍາກ່ຽວກັບການດັດແປງ ແລະ ເພີ່ມເຕີມສັນຍາຮ່ວມມືດ້ານແຮງງານ ວັນທີ 8 ເມສາ 1999 ແລະ ໄດ້ປັບປຸງຄືນສັນຍາວ່າດ້ວຍການຮ່ວມມືດ້ານແຮງງານລາວ-ຫວຽດນາມ ໃນປີ 2013.
ບົນພື້ນຖານການຈັດຕັ້ງປະຕິບັດສັນຍາສະບັບດັ່ງກ່າວນັ້ນ ແຕ່ລະປີລາວໄດ້ຮັບເອົາແຮງງານຊາວຫວຽດນາມ ເຂົ້າມາເຮັດວຽກໃນບັນດາໂຄງການລົງທຶນຮ່ວມມືຂອງສອງປະເທດ ແລະ ກໍ່ມີແຮງງານລາວຈຳນວນໜຶ່ງໄດ້ໄປເຮັດວຽກ ແລະ ປະກອບອາຊີບຢູ່ ສສ ຫວຽດນາມ ໂດຍສະເພາະແມ່ນຢູ່ຕາມບັນດາແຂວງທີ່ມີຊາຍແດນນຳກັນ ແລະ ສຳລັບວຽກງານຮ່ວມມືການພັດທະນາສີມືແຮງງານ ແລະ ເຝິກວິຊາຊີບກໍ່ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິບັດ ໂດຍຜ່ານບັນດາກິດຈະກຳຕ່າງໆ ເຊັ່ນ: ການທັດສະນະລົງເກັບກຳຂໍ້ມູນຕົວຈິງ ເພື່ອແນໃສ່ແລກປ່ຽນບົດຮຽນ ແລະ ປະສົບການຂອງການເຝິກວິຊາຊີບ ການເຝິກຄູສີມືແຮງງານ ການກະກຽມໃຫ້ແກ່ຜູ້ເຂົ້າແຂ່ງຂັນຊ່າງສີມືແຮງງານອາຊຽນ ພ້ອມກັນນັ້ນ ແຕ່ລະປີພະນັກງານວິຊາການຂອງຂະແໜງ ຮສສ ຍັງໄດ້ເຂົ້າຮ່ວມກິດຈະກຳການເຄື່ອນໄຫວຂອບການຮ່ວມມື ລະຫວ່າງບັນດາປະເທດລຸ່ມແມ່ນ້ຳຂອງ ທັດສະນະສຶກສາຢ້ຽມຢາມ ແລະ ລົງເກັບກຳຂໍ້ມູນຕົວຈິງກ່ຽວກັບພື້ນຖານການເຝິກວິຊາຊີບຢູ່ ສສ ຫວຽດນາມ ເບິ່ງລວມແລ້ວ ວຽກງານຮ່ວມມືດ້ານແຮງງານລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການເອົາໃຈໃສ່ ແລະ ສ້າງເງື່ອນໄຂໃນຫຼາຍດ້ານ.
ສຳລັບປີ 2017 ມີແຮງງານຫວຽດນາມເຂົ້າມາເຮັດວຽກຢູ່ ສປປ ລາວ ທັງໝົດ 2.752 ຄົນ ຖ້າທຽບໃສ່ປີ 2016 ແມ່ນຫຼຸດລົງ ປີ 2016 ມີ 3.743 ຄົນ.
ທີ່ມາ: ຫນັງສືພິມວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________
Post a Comment