ລາວ-ຈີນ ຮ່ວມລົງນາມ ທົດລອງແກ້ໄຂ ຄວາມທຸກຍາກ
ພິທີລົງນາມສັນຍາ ການປະຕິບັດໂຄງການ ຮ່ວມມືທົດລອງແກ້ໄຂ ຄວາມທຸກຍາກ ລາວ-ຈີນ ຈັດຂຶ້ນໃນວັນທີ 14 ມິຖຸນາ 2017 ຢູ່ກະຊວງກະສິກຳ ແລະ ປ່າໄມ້ ລະຫວ່າງ ທ່ານ ຈິດ ທະວີໃສ ຫົວໜ້າຫ້ອງການແຜນການ ແລະ ພົວພັນຕ່າງປະເທດ ຄພທສ ແລະ ທ່ານ Wang Qihui ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ໂດຍມີທ່ານ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທອງວັນ ວິໄລເຮືອງ ຮອງຫົວໜ້າ ຄພທສ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຮ່ວມມື ທົດລອງແກ້ໄຂ ຄວາມທຸກຍາກ ລາວ-ຈີນ ໄດ້ຮັບການຊ່ວຍເຫລືອ ຈາກກະຊວງການຄ້າ ສປ ຈີນ ກໍຄື ລັດຖະບານແຫ່ງ ສປ ຈີນ ໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລວມມູນຄ່າ ໂຄງການ ປະມານ 40 ຕື້ກີບ, ໂດຍມີໄລຍະ ການປະຕິບັດໂຄງການ ແຕ່ປີ 2017-2020, ເຊິ່ງເປັນການຮ່ວມມື ລະຫວ່າງ ສູນຄຸ້ມຄອງໂຄງການ ຊ່ວຍເຫລືອຕ່າງປະເທດ ແກ້ໄຂຄວາມທຸກຍາກ ແຂວງ ກວາງຊີ ສປ ຈີນ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ (ຄພທສ) ກະຊວງກະສິກຳ ແລະ ປ່າໄມ້ ຈະຮ່ວມກັນຈັດຕັ້ງປະຕິບັດ ໂຄງການຮ່ວມມື ທົດລອງແກ້ໄຂຄວາມທຸກຍາກ ລາວ-ຈີນ ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ແລະ ບ້ານຊຽງລ້ອມ ແຂວງຫລວງພະບາງ ເພື່ອແນໃສ່ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ໃນເຂດເປົ້າໝາຍໃຫ້ດີຂຶ້ນ ກ້າວໄປສູ່ ການລຶບລ້າງຄວາມທຸກຍາກ ຕາມນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.

ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com
Post a Comment