Header Ads

ລັດຖະບານ ຈະກວດຄືນ ແລະ ໂຈະການຊື້ພາຫະນະ ຮັບໃຊ້ການບໍລິຫານ



ຫວ່າງ​ບໍ່​ດົນ​ມາ​ນີ້, ປະຊາຊົນ ​ແລະ ພະນັກງານ ເມືອງຊຽງຮອນ ແຂວງໄຊຍະບູລີ​ ໄດ້​​​ໂທລະ​ສັບ​​ ເຂົ້າ​ສາຍ​ດ່ວນ 1519 ຂອງ​ກະຊວງ​ການ​ເງິນ  ສະເໜີໃຫ້ມີມາດຕະການ ຢ່າງເຂັ້ມງວດກ່ຽວກັບ ທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ໂດຍສະເພາະ ແມ່ນຢາກໃຫ້ມີນິຕິກຳ ການຄຸ້ມຄອງລະອຽດ ເພື່ອເຮັດໃຫ້ມີການນຳໃຊ້ເງິນ ຖຶກຕ້ອງຕາມເປົ້າໝາຍ ເປັນຕົ້ນແມ່ນ ການຊື້ ພາຫະນະ ເພື່ອປະກອບໃຫ້ແກ່ ພະນັກງານວິຊາການ ຮັບຜິດຊອບໂຄງການ ​ເຊິ່ງເຫັນວ່າ ມີລັກສະນະ ຟຸມເຟືອຍຫລາຍກວ່າ ເພາະສັງເກດເຫັນວ່າ ພະນັກງານວິຊາການທົ່ວໄປ ກໍ່ໄດ້ຮັບນະໂຍບາຍ ພາຫະນະ.



ຕໍ່​ບັນ​ຫານີ້​ເຫັນ​ວ່າ ເປັນ​ຄຳ​ຖາມ​ທີ່​ດີ ເພື່ອ​ແນ​ໃສ່​ການ​ຄຸ້ມ​ຄອງ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ບັນ​ດາ​ໂຄງ​ການ ທີ່​ໄດ້​ຮັບ​ທຶນ​ກູ້​ຢືມ ແລະ ຊ່ວຍ​ເຫລືອ​ຈາກ​ຕ່າງ​ປະ​ເທດ ໃຫ້​ມີ​ປະ​ສິດ​ທິ​ພາບສູງພ້ອມນີ້, ຂໍ​ຊີ້​ແຈງວ່າ ກະ​ຊວງ​ການ​ເງິນ​ ເປັນ​ຜູ້​ເຈ​ລະ​ຈາ ແລະ ເຊັນ​ສັນ​ຍາ​ເງິນ​ກູ້​ຢືມ ຫລື​ ຊ່ວຍ​ເຫລືອ​ລ້​າ ບົນ​ພື້ນ​ຖານ​ການ​ຕົກ​ລົງ​ ຂອງ​ລັດ​ຖະ​ບານ ສ່ວນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ບັນ​ດາ​ໂຄງ​ການ ຫລື​ ແຜນ​ງານແມ່ນ​​ກະຊວງ​ກ່ຽວຂ້ອງ ເປັນ​ຜູ້ປະ​ຕິ​ບັດ.

ສຳ​ລັບ​ການ​ຈັດ​ຊື້​ ພາ​ຫະ​ນະ​ຮັບ​ໃຊ້​ໂຄງ​ການ ຫລື ແຜນ​ງານ​ຕ່າງໆ ແມ່ນ​ຄະ​ນະ​ພັກ​-ຄະ​ນະ​ນຳ ຂອງ​ແຕ່​ລະ​ກະ​ຊວງ​ ເປັນ​ຜູ້​ຕົກ​ລົງ ແລະ ຜ່ານ​ການ​ຈັດ​ຊື້​-ຈັດ​ຈ້າງ ຕາມ​ລະ​ບຽບ​ການ, ຊຶ່ງ​ພາກ​ສ່ວນ​ກ່ຽວ​ຂ້ອງ ກໍ່​ໃຫ້​ຄວາມ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ​ຕ້ອງ​ໄດ້​ມີ​ພາ​ຫະ​ນະ​ ຢູ່​ພາກ​ສະ​ໜາມ ແລະ ການ​ລົງ​ຕິດ​ຕາມກວດ​ກາ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ ເປັນ​ແຕ່​ລະ​ໄລ​ຍະ ​ເພື່ອ​ປະ​ກອບ​ໃຫ້ຫົວ​ໜ້າ, ຮອງ​ຫົວ​ໜ້າ​ໂຄງ​ການ ແລະ ທີ່​ປຶກ​ສາ​ ເນື່ອງ​ຈາກວ່າ​ການກໍ່​ສ້າງ​ເສັ້ນ​ທາງ​ ມີ​ຄວາມ​ຍາວ, ມີ​ການ​ຕັ້ງ​ກອງກວດ​ກາ ​ຢູ່ຫລາຍ​ບ່ອນ, ມີ​ການ​ເດີນ​ທາງ​ລົງ​ທ້ອງ​ຖິ່ນ ​ເພື່ອ​ເຜີຍ​ແຜ່, ຝຶກ​ອົບ​ຮົມ​ດ້ານ​ກະ​ສິ​ກຳ, ການ​ຕິດ​ຕາມ​ການກໍ່​ສ້າງ​ເສັ້ນ​ທາງ ຫລືການ​ສ້າງ​ສາ​ອື່ນໆ ​ແມ່ນ​ມີ​ຄວມ​ຫຍຸ້ງ​ຍາກ.

ເພື່ອ​ຮັບ​ປະ​ກັນ​ ໃຫ້​ການ​ນຳ​ໃຊ້ ​ພາ​ຫະ​ນະ​ມີ​ປະ​ສິດ​ທິ​ຜົນ ແລະ ​ສອດ​ຄ່ອງ​ກັບ ລະ​ບຽບ​ການ​ຂອງລັດ​ຖະ​ບານ ຜູ້ໃຫ້​ທຶນ​ ແລະ ໃຫ້​ຖືກ​ຕ້ອງ ​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ວຽກ​ງານ​ຕົວ​ຈິງ, ກະ​ຊວງ​ການ​ເງິນ ຈະ​ໄດ້ສືບ​ຕໍ່​ປະ​ສານ​ສົມ​ທົບ​ ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງຕື່ມ ເພື່ອຕິດ​ຕາມ ແລະ ກວດ​ກາ​ບັນ​ດາ​ໂຄງ​ການ​ ທີ່​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ທາງ​ການ ເພື່ອ​ການ​ພັດ​ທະ​ນາ ແລະ ໃນ​ຕໍ່​ໜ້າ​ກະ​ຊວງ​ການ​ເງິນ ​ຈະ​ເອົາ​ໃຈ​ໃສ່ ​ໃນ​ການ​ປະ​ຕິ​ບັດລະ​ບຽບ​ການ​ຄຸ້ມ​ຄອງ ​ການ​ນຳ​ໃຊ້​ທຶນ​ກູ້​ຢືມ ແລະ ຊ່ວຍ​ເຫລືອ​ລ້າ​ ຈາກ​ຕ່າງ​ປະ​ເທດ ສະ​ບັບ​ເລກ​ທີ 2695/ກງ, ລົງ​ວັນ​ທີ 01 ພະ​ຈິກ 2010 ແລະ ຄຳ​ແນະ​ນຳວ່າ​ດ້ວຍ​ ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ ພາ​ສີ-ອາ​ກອນ ສຳ​ລັບການ​ນຳ​ເຂົ້າ​ວັດ​ຖຸ, ອຸ​ປະ​ກອນ ແລະ ພາ​ຫະ​ນະຕ່າງໆ ຂອງ​ແຜນ​ງານ/ໂຄງ​ການ ທີ່​ນຳ​ໃຊ້​ທຶນ​ກູ້​ຢືມ ແລະ ຊ່ວຍ​ເຫລືອ​ລ້າ​ ຈາກ​ຕ່າງ​ປະ​ເທດ ສະ​ບັບ​ເລກ​ທີ 2560/ກງ, ລົງ​ວັນ​ທີ 09 ສິງ​ຫາ 2016. ພ້ອມນັ້ນ, ຍັງ​ມີ​ຄຳ​ສັ່ງ​ ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 09/ນຍ, ລົງ​ວັນ​ທີ 19 ພຶດ​ສະ​ພາ 2017 ວ່າ​ດ້ວຍ​ການ​ປະ​ຢັດ​ລາຍ​ຈ່າຍ ​ງົບ​ປະ​ມານ​ຂອງ​ລັດ, ໃນ​ຂໍ້​ທີ 2.2 ຂີດ​ໜ້າ​ທີ 4 ໄດ້​ລະ​ບຸ​ວ່າ​ການ​ຈັດ​ຊື້​ພາ​ຫະ​ນະ​ຮັບ​ໃຊ້​ ບໍ​ລິ​ຫານດ້ວຍ​ງົບ​ປະ​ມານ​ລັດ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ໄປ ແມ່ນ​ໃຫ້​ໂຈະ​ຊົ່ວ​ຄາວ ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ ຈາກ​ລັດ​ຖະ​ບານ ໂດຍ​ໃຫ້​ຈັດ​ສັນ ແລະ ນຳ​ໃຊ້​ພາ​ຫະ​ນະ ​ທີ່​ມີ​ຢູ່​ແລ້ວ​ຮັບ​ໃຊ້​ເຂົ້າ​ໃນ​ ວຽກ​ງານ​ທາງ​ລັດ​ຖະ​ການ. ສຳ​ລັບ​ການ​ຈັດ​ຊື້​ພາ​ຫະ​ນະ ທີ່​ນຳ​ໃຊ້​ເງິນ​ຊ່ວຍ​ເຫຼືອ​ທາງ​ການ​ ເພື່ອ​ການ​ພັດ​ທະ​ນາ ແມ່ນບໍ່​ໃຫ້​ຊື້​ປະ​ເພດຫຼູຫຼາ ແລະ ມີ​ລາ​ຄາ​ສູງ​ ຮັບ​ໃຊ້​ບໍ​ລິ​ຫານ ຫຼື​ ປະ​ກອບ​ເປັນ​ ລົດ​ປະ​ຈຳ​ຕຳ​ແໜ່ງ​ ບຸກ​ຄົນ​ໃດ​ໜຶ່ງ.

ທີ່ມາ ວຽງພອນ/ຂປລ   
© ໂຕະນໍ້າຊາ | tonamcha.com   
___________


Powered by Blogger.