Header Ads

ສ້າງອາຊີບດ້ວຍອາຫານພື້ນບ້ານ "ແກງໜໍ່ໄມ້ຂາຍກໍ່ມີລາຍໄດ້ດີ"





ຄໍລຳການຜະລິດທຸລະກິດອາທິດນີ້, ຂໍນໍາພາທ່ານຜູ້ອ່ານໄປຮູ້ຈັກກັບເລື່ອງລາວຊີວິດຂອງທ້າວ ຄຳມອນ ພົມມະຈັນ ຫຼື ນາມວ່ານ້ອຍຂາຍແກງໜໍ່ໄມ້ ຜູ້ມີຄວາມດຸໝັ່ນ ສູ້ຊົນ ອົດທົນ ທີ່ສາມາດລ້ຽງດູຄອບຄົວກ້າວຂວ້າມເສັ້ນທາງແຫ່ງຄວາມທຸກຍາກລໍາບາກ ຈາກຄົນຊົນນະບົດກ້າວເຂົ້າມາຫາວຽກເຮັດງານທໍາໃນເມືອງໃຫຍ່ ເພື່ອໄຂວ່ຄວ້າໂອກາດທີ່ດີມາສູ່ສະມາຊິກໃນຄອບຄົວ ດ້ວຍການຂາຍແກງໜໍ່ໄມ້ຕິດສາມລໍ້ ສູ້ຊີວິດ ຈົນກາຍເປັນທີ່ຮູ້ຈັກດີຂອງລູກຄ້າທົ່ວໄປໃນເທດສະບານເມືອງປາກເຊ.

ຊື່ນ້ອຍຍ້ອນພໍ່ແມ່ຫຼືຄົນທົ່ວໄປມັກເອີ້ນລາວວ່າ “ນ້ອຍ” ຫຼື “ຄຳນ້ອຍ” ເລີຍເປັນທີ່ມາຂອງຊື່“ນ້ອຍ” ທ້າວນ້ອຍໄດ້ເລົ່າສູ່ຟັງວ່າ: ເມື່ອກ່ອນຕົນເອງແມ່ນຢູ່ທາງເມືອງວາປີແຂວງສາລະວັນພຸ້ນ ແມ່ນຜູ້ໜຶ່ງທີ່ມາຈາກຊົນນະບົດເປັນລູກຊາວ¬ນາ ຍ້ອນຕົນເອງເປັນລູກຊາຍກົກ ແລະ ຊີວິດການເປັນຢູ່ຂອງຄອບຄົວມີຄວາມຫຍຸ້ງຍາກລຳບາກ ພໍຮຽນຈົບປະຖົມ ຕົນເອງກໍ່ໄດ້ອອກໂຮງຮຽນໄປຮັບຈ້າງຢູ່ຮ້ານຂາຍເຄື່ອງໄຟຟ້າຢູ່ທາງເມືອງຄົງເຊໂດນ ເພື່ອຊ່ວຍເຫຼືອຕົນເອງ ແລະ ຄອບຄົວທາງບ້ານ ເຊິ່ງກໍ່ພໍໄດ້ແຕ່ກຸ້ມກິນໄປວັນໆ ແລະ ກໍ່ເຫັນວ່າຍັງບໍ່ທັນມີຫຍັງດີຂຶ້ນ.

ຕໍ່ມາເມື່ອອາຍຸຮອດ 23-24ປີ ຕົນເອງຮູ້ສຶກວ່າຢາກມີອາຊີບເຮັດເປັນຂອງຕົນເອງຈຶ່ງເຂົ້າມາເມືອງປາກເຊແລ້ວກໍ່ໄດ້ສ້າງຄອບຄົວໃນປີນັ້ນ. ດ້ວຍຄວາມດຸໝັ່ນ ຄວາມຕັ້ງໃຈ ແລະ ອົດທົນ ເມື່ອສ້າງຄອບຄົວແລ້ວ ກໍ່ໄດ້ເຊົ່າຮ້ານເຮັດອາຊີບຂາຍຂອງກິນສຸກ ຢູ່ແຖວທາງເຂົ້າຮ້ານສາຍນາທີບ້ານໂພນສະຫວັນເມືອງປາກເຊໄດ້ປະມານ 2-3ປີ ແຕ່ກໍ່ເຫັນວ່າລາຍຮັບຍັງບໍ່ທັນໄປໄດ້ດີ. ເຊິ່ງເຂົາໄດ້ກາຍເປັນກຳລັງຫຼັກທີ່ສຳຄັນໃນການຮັບຜິດຊອບຄ່າໃຊ້ຈ່າຍທຸກຢ່າງທີ່ເກີດຂຶ້ນໃນຄອບຄົວ ຈິ່ງເຮັດໃຫ້ລາວບໍ່ມີຄວາມລົດລະໃນຄວາມພະຍາຍາມ.
ຈາກນັ້ນເຂົາກໍ່ມາຕັ້ງອາຊີບຂາຍຫອຍແຄງ ໃສ່ສາມລໍ້ເລາະຂາຍ ນຳໃຊ້ສາມລໍ້ເກົ່າໆທີ່ຢືມມາຈາກພໍ່ ເພື່ອມາເລາະຂາຍຫອຍແຄງ ແຕ່ປາກເຊໄປຮອດເມືອງຄົງ,ເມືອງວາປີ, ໄລຍະຂາຍຫອຍແຄງນີ້ກຳໄລກໍ່ພໍໄດ້ຢູ່ ແຕ່ຕົນເອງຮູ້ສຶກວ່າເມື່ອຍ ແລະ ໄປໄກຫຼາຍ. ຄ່ຳມືດຈິ່ງເຫັນເຮືອນ,ບາງຄັ້ງກໍ່ຕ້ອງມາເດິກດື່ນທ່ຽງຄືນກໍ່ມີ. ເຊິ່ງເຫັນວ່າຕົນເອງມີຄວາມລຳບາກ ແລະ ຫ່າງໄກຄອບຄົວ. ຕໍ່ມາຈິ່ງໄດ້ຢຸດເຊົາອາຊີບດັ່ງກ່າວ ແລ້ວຕັດສິນໃຈມາເຮັດແກງໜໍ່ໄມ້ຂາຍມາໄດ້ປະມານ2ປີແລ້ວ ຈິ່ງເຫັນວ່າຜົນຕອບຮັບອອກມາດີ.

ແຕ່ລະມື້ລາວຕ້ອງໄດ້ລຸກແຕ່ເຊົ້າໆ ເພື່ອອອກຕະຫຼາດໄປຊອກຫາຊື້ວັດຖຸດິບມາກະກຽມ ສຳລັບເຄື່ອງແກງໜໍ່ໄມ້ໃນແຕ່ລະມື້ເຊິ່ງປະກອບມີ: ໜໍ່ໄມ້,ເຫັດຫູໜູ,ເຫັດເຟືອງ,ເຫັດນາງຟ້າ,ເຫັດເຂັມ,ໝາກບວບ,ໝາກອຶ,ຢານາງ,ຜັກຂະແຍງ. ໂດຍເມຍຈະເປັນຜູ້ຊ່ວຍຢູ່ເຮືອນ ແລະ ຫ້າງຫາກະກຽມສ່ວນປະກອບຕ່າງໆ ປະມານ 11ໂມງໃກ້ທ່ຽງ ຈິ່ງໄດ້ເລີ່ມອອກໄປເລາະຂາຍ. ຈຸດຂາຍຫຼັກໆໃນແຕ່ລະມື້ແມ່ນຢູ່ແຖວຕະຫຼາດໃໝ່ປາກເຊ ຈາກນັ້ນກໍ່ແມ່ນເລາະຂາຍຕາມແຕ່ລະບ້ານໃນຂອບເຂດເທດສະບານເມືອງປາກເຊ
ເບື້ອງຕົ້ນກໍ່ເລີ່ມທົດລອງຂາຍແບບນ້ອຍໆກ່ອນ ແຕ່ພໍຂາຍໄດ້ປະມານໜຶ່ງເດືອນທຳອິດເຫັນວ່າລູກຄ້າໄດ້ໃຫ້ການຕອບຮັບດີ ແລ້ວຈິ່ງຄ່ອຍຂາຍໃນປະລິມານທີ່ເພີ່ມຂຶ້ນໃນແຕ່ລະໄລຍະ ເຊິ່ງລູກຄ້າຫຼາຍຄົນກໍ່ໃຫ້ສຽງຕອບຮັບວ່າແຊບ ຈົນກາຍເປັນທີ່ຍອມຮັບຂອງລູກຄ້າໃນຕົວເມືອງປາກເຊ.

ລູກຄ້າສ່ວນໃຫຍ່ ແຕ່ລະຄົນຕ່າງກໍ່ເວົ້າເປັນສຽງດຽວກັນວ່າແກງໜໍ່ໄມ້ຂອງທ້າວນ້ອຍແຊບ. ອີກຈຳນວນໜຶ່ງກໍ່ບອກວ່າມັນເປັນອາຫານພື້ນບ້ານຂອງລາວເຮົາມາແຕ່ດັ້ງເດີມ ກໍ່ເລີຍເຮັດໃຫ້ເຮົາມັກກິນແບບບໍ່ເປີດ ແລະ ອີກຢ່າງໜຶ່ງລາວກໍ່ເຮັດແບບສົດໆຮ້ອນໆປຸງແຕ່ງໃໝ່ໆກັບທີ່ເລີຍ ເຊິ່ງລູກຄ້າໃນແຕ່ລະວັນແມ່ນຈະມີທັງລູກຄ້າເກົ່າ ແລະ ລູກຄ້າໃໝ່ຜັດປ່ຽນກັນໄປໃນແຕ່ລະວັນ.

ທຸກໆມື້ ຈະມີລູກຄ້າໂທສັ່ງ ແລະ ມາຊື້ຢູ່ຕາມຈຸດລາວເຄີຍຂາຍ. ເມື່ອຖາມເຖິງສູດປຸງແຕ່ງວ່າລາວເຄີຍໄປຮຽນນຳໃຜມາກ່ອນບໍ?ຫຼືມີຫຍັງພິເສດບໍຈິ່ງເຮັດໃຫ້ແກງໜໍ່ໄມ້ຂອງລາວແຊບເປັນທີ່ນິຍົມຂອງລູກຄ້າ? ລາວຕອບວ່າ: ບໍ່ໄດ້ໄປຮຽນຢູ່ໃສມີແຕ່ຕົນເອງເປັນຄົນມັກແຕ່ງກິນເຮັດດ້ວຍໃຈມັກ,ບໍ່ມີຫຍັງພິເສດທີ່ເປັນເຄື່ອງປຸງລົດຊາດກໍ່ມີແຕ່ນ້ຳຢານາງ,ເຂົ້າເບືອ,ນ້ຳປາແດກ,ເກືອ,ແປ້ງນົວ ແຕ່ທີ່ສຳຄັນແມ່ນເນັ້ນວັດຖຸດິບສົດໃໝ່,ປຸງແຕ່ງສົດ,ບໍລິການເຖິງທີ່ ແລະ ຂາຍໝົດພາຍໃນມື້ດຽວ ສ່ວນລາຄາຂາຍກໍ່ແມ່ນແຕ່ 15.000 - 20.000 ກີບ.

ທ້າວນ້ອຍໄດ້ເປີດເຜີຍເຖິງລາຍຮັບສູ່ຟັງວ່າ: ປັດຈຸບັນ ການຂາຍແກງໜໍ່ໄມ້ຂອງລາວມື້ໜຶ່ງຂາຍໄດ້ປະມານ 1ລ້ານ 5ແສນກີບຫາ1ລ້ານຫາ6ແສນກີບ ເຊິ່ງຈະມີກຳໄລມື້ໜຶ່ງບໍ່ຕ່ຳກວ່າ 5ແສນກີບ. ແຕ່ໄລຍະທີ່ຂາຍດີກ່ອນໝູ່ແມ່ນຍາມຕົກແລ້ງ ໄດ້ມື້ໜຶ່ງບໍ່ຕ່ຳກວ່າ 2 ລ້ານກີບ ເພາະເປັນໄລຍະອຶດຂອງກິນ.

ສ່ວນຍາມຝົນຄືປັດຈຸບັນເປັນໄລຍະຂອງກິນຫຼາຍຈິ່ງເຮັດໃຫ້ຍອດຂາຍຫຼຸດລົງ. ສຳລັບອະນາຄົດຕໍ່ໜ້າລາວຍັງມີແຜນການຈະຂະຫຍາຍກິດຈະການຕື່ມອີກໜຶ່ງຄັນລົດສາມລໍ້ໃຫ້ກັບເມຍຂາຍຊ່ວຍ ເພື່ອຕອບສະໜອງການບໍລິການລູກຄ້າເພີ່ມຕື່ມອີກ.
ການປະກອບອາຊີບແບບນີ້ ເຊິ່ງຜູ້ຊາຍທົ່ວໄປອາດຈະຄິດວ່າມັນເປັນອາຊີບທີ່ບໍ່ມີກຽດ, ບໍ່ມີຄວາມຮູ້, ຄ່າຕອບແທນບໍ່ສູງ,ເຮັດບໍ່ໄດ້ ແລະ ອາຍ. ແຕ່ສຳລັບທ້າວນ້ອຍ ເມື່ອຜູ້ສື່ຂ່າວຖາມເຂົາວ່າຮູ້ສຶກອາຍບໍທີ່ປະກອບອາຊີບແບບນີ້? ເຂົາຢືນຍິ້ມ ແລ້ວຕອບອອກມາດ້ວຍຄວາມພາກພູມໃຈ ແລະ ຄວາມມຸ້ງໝັ້ນຂອງເຂົາວ່າ: ບໍ່ເຄີຍຄິດອາຍເລີຍ ເພາະມັນເປັນອາຊີບ,ເປັນຄວາມມັກ. ແຖມຍັງສາມາດຫາລ້ຽງຊີບໃຫ້ແກ່ຄອບຄົວຂອງຕົນໄດ້ດີອີກດ້ວຍ.
ນີ້ລະຄືບົດລະຄອນຊີວິດຂອງຄົນຕິດລໍ້ “ຄຳມອນ ພົມມະຈັນ ຫຼື ນ້ອຍ” ຜູ້ບຸກບືນສູ້ຊົນ, ດ້ວຍການຫາລ້ຽງຊີບ ໄດ້ພິສູດໃຫ້ພວກເຮົາເຫັນແລ້ວວ່າ: ບໍ່ວ່າທ່ານຈະປະກອບອາຊີບໃດກໍ່ຕາມ ຂໍພຽງແຕ່ເຮົາມີກໍາລັງກາຍ, ກໍາລັງໃຈ,ມີຄວາມດຸໝັ່ນ,ຮູ້ປະຢັດມັດທະຍັດ ຮູ້ປະເມີນລາຍຮັບ-ລາຍຈ່າຍ ບໍ່ອາຍທີ່ຈະທໍາມາຫາກິນດ້ວຍຄວາມບໍລິສຸດ-ຊື່ສັດ, ຊີວິດຂອງຄົນຕິດລໍ້ຂາຍແກງໜໍ່ໄມ້ ຈົນສາມາດສ້າງຜົນກຳໄລໃຫ້ຄອບຄົວມີຢູ່ມີກິນ.ນີ້ລະຄືລາງວັນຂອງຄົນສູ້ຊີວິດຫາລ້ຽງຊີບຢ່າງຖືກກົດໝາຍ. ເຊິ່ງຕອນນີ້ເຂົາກໍ່ໄດ້ຄົ້ນພົບໂຕເອງແລ້ວວ່າໂລກນີ້ເຕັມໄປດ້ວຍໂອກາດທີ່ພ້ອມຈະມອບໃຫ້ກັບຄົນທີ່ສູ້ເພື່ອຝັນຂອງຕົນສະເໝີ.

ສຳລັບ ທ່ານໃດທີ່ມັກກິນແກງໜໍ່ໄມ້ ແຕ່ຍັງບໍ່ທັນໄດ້ລອງຊີມລົດຊາດແກງໜໍ່ໄມ້ທ້າວນ້ອຍກໍ່ຢ່າລືມອຸດໜູນໃຫ້ກຳລັງໃຈກັບຄົນສູ້ຊີວິດຄົນນີ້ແດ່ ໂດຍໂທໄປທີ່ໝາຍເລກໂທລະສັບ: 030 9572321 ຮັບຮອງວ່າບໍລິການເຖິງທີ່ແນ່ນອນ.



ທີ່ມາ:  ມົນທຽນ /ໜັງສືພີມຈໍາປາໃໝ່
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.