Header Ads

ທ່ານ ສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມຣັດເຊຍ ແລະ ອາເຊັກໄບຊານ


ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເຊເກ ລາວາຣົບ (Sergey Lavrov)  ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ແລະ ທ່ານ ເອນມາ ເມັມມາເດຍຣົບ (Elmar Mammadyarov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາເຊັກໄບຊານ.




ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 15-17 ມິຖຸນາ 2017 ແລະ ສືບຕໍ່ຢ້ຽມຢາມ ສາທາລະນະລັດ ອາເຊັກໄບຊານ ໃນລະຫວ່າງວັນທີ 18-20 ມິຖຸນາ 2017, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງລາວ-ຣັດເຊຍ ແລະ ລາວ-ອາເຊັກໄບຊານ.


ທີ່ມາ: ວຽງຈັນໃໝ່ 

© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.