Elon Musk ປະກາດລາອອກຈາກການເປັນທີ່ປຶກສາ ໂດໂນ ທຣັມ ພາຍຫຼັງທີ່ສະຫະລັດອາເມລິກາຖອນໂຕອອກຈາກສົນທິສັນຍາ ປາຣິສ Paris Accord
ໃນວັນທີ 1 ມິຖຸນາ (ຄືນວານນີ້) ປະທານາທິບໍດີ ໂດໂນ ທຣັມ ປະກາດຖອນໂຕອອກຈາກ ສົນທິສັນຍາ ປາຣິສ “Paris Accord ” ໂດຍໃຫ້ເຫດຜົນວ່າ ສະຫະລັດອາເມລິກາປຽບຈາກຂໍ້ຕົກລົງນີ້ ເຊິ່ງເຮັດໃຫ້ Elon Musk ກໍອອກມາປະກາດຖອນໂຕຈາກການເປັນທີ່ປຶກສາໃຫ້ ທ່ານ ໂດໂນ ທຣັມ ທັນທີ ເຊິ່ງ Elon ບອກວ່າບັນຫາການປ່ຽນແປງຂອງສະພາບອາກາດ (ຫຼຶ Climate Change) ເປັນເລື່ອງຈິງທີ່ເກີດຂື້ນ ແລະ ການຖອນໂຕນຂອງສະຫະລັດອາເມລິກາ ກໍບໍ່ເປັນຜົນດີທັງປະເທດຕົນແລະ ໂລກນໍາອີກ.
ຈາກນັ້ນ ບັນດາຂອງຜູ້ບໍລິຫານລະດັບໂລກກໍອອກມາໂພສຂໍ້ຄວາມໃນ Twitter ສ່ວນຕົວສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ ເປັນຕົ້ນ : Tim Cook (Apple Inc), Sundar Pichai (Google Inc), Satya Nadella (Microsoft Inc) ແລະ Mark Zuckerberg (Facebook Inc).
ທີ່ມາ: The WhiteHouse
© ໂຕະນໍ້າຊາ | tonamcha.com
testesese
Post a Comment