Header Ads

ບໍລິສັດ K&C ຈຳກັດ ຈັດພິທີມອບຮັບເສັ້ນທາງເບຕົ້ງເສີມເຫລັກ ລວມມູນຄ່າ 600,000,000 ກີບ



ໃນວັນທີ 16 ມິຖຸນາ 2017 ທີ່ຜ່ານມາ ໄດ້ມີພິທີມອບຮັບເສັ້ນທາງເບຕົ້ງເສີມເຫລັກ ຮ່ອມ 13 ບ້ານສີສະຫວາດ ເມືອງຈັນທະບູລີ ລວມມູນຄ່າ 600,000,000 ກີບ ໂດຍແມ່ນທຶນຂອງກຸ່ມ ບໍລິສັດ K&C ຈຳກັດ 100% ແລະ ພິທີປະດັບຫລຽນໄຊພັດທະນາ ຊັ້ນ III ໃຫ້ແກ່ກຸ່ມບໍລິສັດ K&C ຈຳກັດ ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມ



1. ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ເລຂາຄະນະພັກ,ເຈົ້າຄອງນະຄອນຫລວງວຽງຈັນ




2. ທ່ານ ນາງ ບົວລອນ ວົງດາລາແສນ ກຳມະການພັກນະຄອນຫລວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ ແລະ ບັນດາພະແນກການ ກ່ຽວຂ້ອງນະຄອນຫລວງວຽງຈັນ, ບັນດາທ່ານການນຳ, ຫົວຫນ້າຫ້ອງການກ່ຽວຂ້ອງ ນາຍບ້ານ ບ້ານສີສະຫວາດ ແລະ ພໍ່ແມ່ປະຊາຊົນ ຊາງບ້ານສີສະຫວາດກໍ່ໃຫ້ກຽດເຂົ້າຮ່ວມ.




© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.