ເຫດເຮືອບິນກອງທັບອາກາດ Y-8 ພົບສົບແລ້ວ 87 ສົບ ແລະ ເຄື່ອງຂອງຜູ້ໂດຍສານຈໍານວນໜຶ່ງ
ກອງເຮືອທະຫານເຮືອ, ເຮືອບິນ, ແລະ ໜ່ວຍເຮລິຄອບເຕີ ໄດ້ເຂົ້າຮ່ວມກັບເຮືອປະມົງຂອງປະຊາຊົນໃນທ້ອງຖິ່ນສືບຕໍ່ຄົ້ນຫາ ຊາກສົບຜູ້ຖືກເຄາະຮ້າຍຈາກອຸປະຕິເຫດເຮືອບິນຕົກໃນອາທິດທີ່ຜ່ານມານີ້. ລ່າສຸດພົບອີກໜຶ່ງສົບຢູ່ໃກ້ຄຽງຫາດຊາຍ Maungmakan-Mayingyi ໃນພາກພື້ນເຂດ ຕະນາວສີ ແລະ ພົບບັດປະຈໍາຕົວຈໍານວນໜຶ່ງເຊິ່ງເປັນຂອງທະຫານ.
ອີງຕາມການລາຍງານຂອງເຈົ້າໜ້າທີ່ມຽນມາ ລະບຸວ່າ ໜ່ວຍຄົ້ນຫາ ແລະ ໜ່ວຍກູ້ໄພສາມາດຄົ້ນຫາສົບຜູ້ເສຍຊີວິດໄດ້ແລ້ວ 87 ສົບ ແລະ ຍັງຕ້ອງຄົ້ນຫາສົບທີ່ຍັງສູນຫາຍອີກ 35 ສົບຈາກເຫດເຮືອບິນຕົກ.
ເຮືອປະມົງຂອງປະຊາຊົນຮ່ວມຄົ້ນຫາ
ໜ່ວຍເຮລິຄອບເຕີ
© ໂຕະນໍ້າຊາ | tonamcha.com
Post a Comment