Header Ads

ຮືຮາທີ່ສຸດ !!! ມາກ ຊັກເກີເບິກ ກຽມ 1 ພັນລ້ານປອນຊື້ສະໂມສອນ Tottenham hotspur ໃນອັງກິດ



ສໍານັກຂ່າວ thesun ຂອງອັງກິດລາຍວ່າ: ເຈົ້າພໍ່ສື່ສັງຄົມອອນລາຍອັນດັບໜຶ່ງຂອງໂລກ ເຟສບຸ໊ກຕົກເປັນຂ່າວການເຂົ້າຊື້ກິດຈະການຂອງສະໂມສອນ Tottenham hotspur ໃນອັງກິດ ທີ່ຕອນນີ້ມີຟອມການຫຼິ້ນຢ່າງສວຍງານ ແລະ ຈົບດ້ວຍການເປັນຮອງແຊ໊ມລິກໃນລະດູ ການຜ່ານມາໂດຍການເຂົ້າຊື້ຈະມີມູນຄ່າ 1 ພັນລ້ານປອນ. 




ສໍາລັບການເຈລະຈາເຂົ້າຊື້ກິດຈະການຂອງສະໂມສອນ Tottenham hotspur  ແມ່ນຖືກດໍາເນີນການຜ່ານບໍລິສັດນາຍໜ້າ Iconiq Capital Inc ຂອງ ສ. ອາເມລິກາ ເຊິ່ງທາງເຈົ້າຂອງທີມ Tottenham hotspur ໂຈລູ ອິສ ກຳລັງພິຈາລະນາຂໍ້ສະເໜີຂອງ  ມາກ ຊັກເກີເບິກ  ຖ້າດິລນີ້ບໍ່ມີບັນຫາ ແລະ ຈົບລົງດ້ວຍດີ ມາກ ຈະມີທີມເຕະບາຍເປັນຂອງຕົນເອງ ແລະ ເຟສບຸ໊ກຈະມີຫຼາຍຢ່າງປ່ຽນແປງໃຫ້ຕື່ນເຕັ້ນອີກແນ່ນອນ.  




ທີ່ມາ:  thesun 
© ໂຕະນໍ້າຊາ | tonamcha.com  

___________

Powered by Blogger.