Header Ads

ການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງຄືບໜ້າ 31%, ຄາດຈະສໍາເລັດ 2019



ອີງຕາມການລາຍງານຂ່າວຂອງ ສໍານັກຂ່າວສານປະເທດລາວວ່າ :  ອາທິດຜ່ານມານີ້, ທ່ານ ໂມ ໄອນິ ອາຕານ ( Mohd Aini Atan) ເອກອັກຄະລັດຖະທູດມາເລເຊຍປະຈໍາລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງ ຢູ່ແຂວງຈໍາປາສັກ ຂະນະທີ່ ການຈັດຕັ້ງປະຕິບັດວຽກງານຂອງໂຄງການດັ່ງກ່າວຄືບໜ້າ 31% ແລະ ຄາດວ່າຈະສໍາເລັດພາຍໃນປີ 2019 ນີ້.




ລະຫວ່າງຢ້ຽມຢາມຄັ້ງນີ້, ທ່ານ ຊິມ ຊີ ເຊັງ ຜູ້ຄວບຄຸມຝ່າຍວຽກງານກໍ່ສ້າງໄດ້ແຈ້ງໃຫ້ຊາບວ່າ: ໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງຕັ້ງ ຢູ່ເມືອງໂຂງ ແຂວງຈຳປາສັກ ມາ​ຮອດ​ປັດຈຸບັນ ການກໍ່ສ້າງ ໂດຍລວມ ສຳເລັດ 31 % ພາຍລັງດຳເນີນ ການກໍ່ສ້າງ ມາແຕ່ເດືອນຕຸລາ 2015 ຄາດວ່າຈະໃຫ້ສຳເລັດ 100% ໃນ ທ້າຍປີ 2019 ປັດຈຸບັນ  ພວມດຳເນີນສ້າງບ່ອນໂຮງຜະລິດໄຟຟ້າ ​ແລະ ອື່ນໆ.




ໂອກາດດັ່ງກ່າວນີ້ ທ່ານເອກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ດີໃຈທີ່ເຫັນວ່າກໍ່ສ້າງໂຄງການຕົວຈິງ ມີຄວາມຄືບໜ້າຫລາຍ ແລະ ເຊື່ອວ່າໂຄງການນີ້ພາຍໃຕ້ ການລົງທຶນຂອງນັກທຸລະກິດມາເລເຊຍ ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະຊ່ວຍເຮັດໃຫ້ ສປປ ລາວ ອອກຈາກສະຖານະພາບ ດ້ອຍພັດທະນາພາຍໃນປີ 2020. ພ້ອມນີ້ ທ່ານ ໂມ ໄອນິ ອາຕານ ກໍໄດ້ແນະນໍາໃຫ້ກຸ່ມນັກທຸລະກິດດັ່ງກ່າວ ຕ້ອງເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ແລະ ຮັກສາໃຫ້ໄດ້ຄວາມເປັນລະບຽບຮ້ອຍ.


ເຂື່ອນໄຟຟ້າ ດອນ​ສະ​ໂຮງ ເປັນຝາຍນໍ້າລົ້ນ ​ທີ່​ບໍ່​ມີ​ການເກັບ​ກັກນໍ້າ ​ໂດຍ​ແມ່ນ​ບໍລິສັດ​​ເມັກ​ກະ​ເຟີ​ສ ຈາກ​ປະ​ເທດ​ມາ​ເລ​ເຊຍ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ລວມມູນ​ຄ່າການລົງທຶນທັງໝົດ ​ຫລາຍ​ກວ່າ 500 ລ້ານ ​ໂດລາ​ສະຫະລັດ, ​ໃນ​ນັ້ນ ບໍລິສັດ​ດັ່ງກ່າວ, ຖື​ຮຸ້ນ 80% ​ແລະ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຖື​ຮຸ້ນ 20%, ມີ​ອາຍຸ​ສຳ​ປະທານ 25 ປີ ​ເຊິ່ງເຂື່ອນດັ່ງກ່າວ ປະກອບ​ມີ4  ​ເຄື່ອງ​ຈັກ, ມີ​ກຳລັງ​ການ​ຕິດ​ຕັ້ງ 260  ເມ​ກາວັດ, ສາມມາດຜະລິດກະແສໄຟຟ້າ ໄດ້ສະ​ເລ່ຍ 2.000 ກວ່າກິກກາ​ວັດ​ໂມງ​ຕໍ່​ປີ ພາຍຫລັງ ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ຈະສົ່ງກະແສໄຟຟ້າ ໃຫ້ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ 100%. 










ທີ່ມາ:  ເກີດຂວັນໃຈ/ຂປລ  
© ໂຕະນໍ້າຊາ | tonamcha.com  
___________

Powered by Blogger.