Header Ads

ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ



ຕອນຄໍ່າວັນທີ 05 ກໍລະກົດ ທີ່ນະຄອນ ເຊີນລາ ແຂວງ ເຊີນລາ, ໄດ້ດຳເນີນພິທີໄຂງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ປີ 2017


ນີ້ແມ່ນການເຄື່ອນໄຫວໃນບັນດາເຫດການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 55 ປີ (05/09/1962 – 05/09/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ, ຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ (18/07/1977 – 18/07/2017). ທ່ານນາງປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ ຫງວຽນທິກີມເງິນ; ທ່ານນາງປະທານສະພາແຫ່ງຊາດແຫ່ງ ສປປ.ລາວ ປານີ ຢາທໍ່ຕູ້ ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນງັອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນ ຖືກດຳເນີນໄປດ້ວຍເນື້ອໃນຫລາຍຮູບຫລາຍສີ, ອຸດົມສົມບຸນ ແລະ ມີຊີວິດຊີວາຄື: ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ; ງານວາງສະແດງ, ແນະນຳຮູບຖ່າຍສິລະປະກ່ຽວກັບມະນຸດ ແລະ ຄວາມສາມາດບົ່ມຊ້ອນ 10 ແຂວງຂອງ ຫວຽດນາມ ທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ; ງານມະໂຫລານສະແດງສິລະປະມະຫາຊົນ ແລະ ສະແດງຊຸດອາພອນປະຈຳເຜົ່າ; ແນະນຳງານບຸນຕ່າງໆ, ຊີວິດການເປັນຢູ່ວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ…ນີ້ກໍ່ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ມໍລະດົກວັດທະນະທຳບັນດາເຜົ່າເຂດຊາຍແດນ 2 ປະເທດ ຫວຽດນາມ - ລາວ ໃນພາລະກິດເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ. ທ່ານ ຫງວນງັອກທ້ຽນ ເນັ້ນໜັກວ່າ:


ບັນດາການເຄື່ອນໄຫວໃນຂອບເຂດຂອງງານພົບປະແລກປ່ຽນ ໂດຍບັນດາເຈົ້າກົກເຈົ້າເຫຼົ່າ, ນັກສິລະປະການ, ນັກກິລາ, ນັກສະແດງມະຫາຊົນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ 2 ປະເທດ ຫວຽດນາມ - ລາວ ສະແດງມີກຳລັງແຜ່ຂະຫຍາຍຢ່າງແຮງ, ແມ່ນຄວາມເຕົ້າໂຮມ, ສະແດງໃຫ້ເຫັນຄວາມງາມຂອງຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ, ເຕັມໄປດ້ວຍສີສັນ, ແນ່ນອນວ່າ ຈະສ້າງຄວາມປະທັບໃຈອັນດີງາມໃນດວງໃຈຂອງແຂກທ່ອງທ່ຽວ, ເພື່ອນມິດພາຍໃນ ແລະ ຕ່າງປະເທດ ກ່ຽວກັບຮູບພາບປະເທດ, ປະຊາຊົນ, ນ້ຳໃຈສາມັກຄີ, ມິດຕະພາບ ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ.


ພາບແລະຂ່າວvovworld. 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.