Header Ads

ເຊກອງ ລົງນາມສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະຮາກຖານສົ່ງເສີມປະຊາຊົນ



ພິທີເຊັນສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະຮາກຖານສົ່ງເສີມປະຊາຊົນ ລະຫວ່າງ ແຂວງເຊກອງ ຕາງໜ້າໂດຍ ພະແນກແຜນການ ແລະການລົງທຶນແຂວງເຊກອງ ກັບ ບໍລິສັດ ລາວ F&F Organic ຮ່ວມທຸລະກິດ ຈໍາກັດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ກໍລະກົດ 2017 ຜ່ານມາ ທີ່ຫ້ອງປະຊຸມພະແນກ ແຜນການ ແລະການລົງທຶນແຂວງເຊກອງ.

ຮ່ວມລົງນາມສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະຮາກຖານສົ່ງເສີມປະຊາຊົນ, ຕາງໜ້າໃຫ້ແຂວງເຊກອງໂດຍແມ່ນ ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງເຊກອງ ແລະ ຕາງໜ້າໃຫ້ ບໍລິສັດ ລາວ F&F Organic ຮ່ວມທຸລະກິດ ຈໍາກັດ ແມ່ນ ທ່ານ ເຈິ້ນ ສີ ຖິ້ງ ປະທານບໍລິສັດ ໂດຍຊ້ອງໜ້າ ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ຂັ້ນແຂວງ ພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະຮາກຖານສົ່ງເສີມປະຊາຊົນ ໂດຍກໍານົດອາຍຸສັນຍາຂອງໂຄງການແມ່ນໄລຍະ 30 ປີ ເຊິ່ງໄລຍະການຈັດຕັ້ງປະຕິບັດໂຄງການແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໃນມູນຄ່າການລົງທຶນທັງໝົດແມ່ນ 2,500,000 US ໃນເນື້ອທີ່ 110 ເຮັກຕາ ໂດຍແມ່ນບໍລິສັດຮັບຜິດຊອບ 100% ໃນການຊອກຫາແຫຼ່ງທຶນເພື່ອຕອບສະໜອງໃຫ້ແກ່ການດໍາເນີນໂຄງການຕາມມູນຄ່າການລົງທຶນ. ໃນນີ້, ເຂດພັດທະນາການລົງທຶນປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະຮາກຖານສົ່ງເສີມປະຊາຊົນ ເພື່ອຕິດພັນກັບການຊຸກຍູ້ສົ່ງເສີມປະຊາຊົນ ສ້າງອາຊີບໝັ້ນຄົງເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດບ້ານຕິ້ວ, ບ້ານປະຫືງ, ບ້ານຈະນໍາ ແລະບ້ານອື່ນໆ ຂອງເມືອງລະມາມ ແຂວງເຊກອງ.

ຂະນະດຽວກັນກິດຈະການລົງທຶນສໍາປະທານດິນປູກອ້ອຍ, ສ້າງຕັ້ງໂຮງງານນໍ້າຕານປອດສານພິດ ແລະຮາກຖານສົ່ງເສີມປະຊາຊົນໄດ້ກໍານົດໄວ້ໃນສັນຍາສົ່ງເສີມໃຫ້ປະຊາຊົນປູກໃນເນືອທີ່ປະຊາຊົນ ແລະຖືເປັນສ່ວນໜຶ່ງຂອງສັນຍາໃນຄັ້ງນີ້ ໂດຍກໍານົດແຜນການດໍາເນີນໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະການບຸກເບີກ ກໍ່ສ້າງອາຄານຕ່າງໆໃຊ້ເວລາ 2 ປີ ແລະດໍາເນີນການປູກອ້ອຍ ໃຫ້ສໍາເລັດພາຍໃນ ປີທີ 1 ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.


ຂ່າວ-ພາບ: ນາລີວັນ/ຂປລ 
© ໂຕະນໍ້າຊາ | tonamcha.com  
_________

Powered by Blogger.