Header Ads

Jack Ma ເປີດໂຕ Hema Supermarketທີ່ມີການປະສົມປະສານລະຫວ່າງວິຖີ online ມາສູ່ offline



ສໍານັກຂ່າວຕ່າງປະເທດລາຍງານວ່າ : Alibba Group ເປີດໂຕ Hema Supermarket ໂດຍປະກອບມີ 13 ສາຂາທົ່ວປະເທດຈີນ ເຊິ່ງການເປີດ Hema ໃນຄັ້ງນີຍິ່ງຕອກຢໍ້າວິໄສທັດຂອງ  Jack Ma ແລະ Alibaba ໃນການເປັນບໍລິສັດທີ່ບໍລິຫານ Big Data ທີ່ຮູ້ຂໍ້ມູນຜູ້ບໍລິໂພກຫຼາຍກວ່າໂຕຜູ້ບໍລິໂພກເສຍອີກ. 



Hema Supermarket ເປັນແນວຄິດທີ່ຄ້າຍກັບ Amazon Go ຍັກໃຫຍ່ e-commerce ໃນຝັ່ງຕາເວັນຕົກໄດ້ເປີດໄປກ່ອນໜ້ານີ້. ສໍາລັບ Hema ເປັນການປະສົມປະສານລະຫວ່າງ online ມາສູ່ offline ເຊິ່ງລູກຄ້າສາມາດເລືອກຊື້ສີນຄ້າໃນ Hema Supermarket ຜ່ານໂທລະສັບມືຖືທີ່ສີນຄ້າທຸກໂຕຈະມີບາໂຄດຢູ່ໃນນັ້ນ ແລະ ເວລາຈ່າຍເງິນກໍສາມາດນໍາການເນີນຜ່ານລະບົບຈ່າຍເງິນ Alipay ໄດ້ເລີຍ. ສໍາລັບຈຸດພິເສດອີກຢ່າງຂອງ  Hema Supermarket ແມ່ນລູກຄ້າເລືອກຊື້ສີນຄ້າເປັນປະເພດ fresh food ແຕ່ຕ້ອງການບໍລິການແຕ່ງກີນໃນນັ້ນເລີຍກໍສາມາດເຮັດໄດ້ ເຊັ່ນດຽວກັບ Jack Ma ທີ່ກຳລັງຮັບປະທານອາຫານໃນ Hema Supermarket ຕອນນີ້.​



© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.