Header Ads

ເຕືອນລະວັງຝົນຕົກຫນັກ 10-13 /8/2017 ໂດຍສະເພາະແຂວງພາກກາງ ແລະ ພາກເໜືອ ໃຫ້ກຽມພ້ອມຮັບມືກັບສະພາບຝົນຕົກໜັກ.


ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນເລກທີ 0764/ກອຕທ ລົງວັນທີ 07 ສິງຫາ 2017 ວ່າ: ໃນວັນທີ 10-13 ສິງຫາ 2017 ມໍລະສຸມຕາເວັ້ນຕົກສຽງໃຕ້ຈະມີກໍາລັງແຮງ ພັດມາປົກຄຸມທົ່ວທຸກພາກຂອງປະເທດລາວ , ເຊິ່ງຈະເຮັດໃຫ້ມີຟ້າຮ້ອງຟ້າເຫຼື້ອມໃນລະດົບຄ່ອຍຫາປານກາງເປັນບໍລິເວນກ້ວາງ ແລະ ຈະຕົກໜັກຢູ່ແຂວງພາກກາງ ແລະ ພາກເໜືອ. ດັ່ງນັ້ນ, ຈິ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ນປະຊາຊົນ ຈົ່ງມີສະຕິກຽມພ້ອມ ຮັບມືກັບສະພາບຝົນຕົກໜັກ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ແລະ ດິນເຈື່ອນ. ສໍາລັບລາຍລະອຽດເພີ່ມເຕີມແມ່ນລະບຸຕາມແຈ້ງການລຸ່ມນີ້.




© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.