Header Ads

ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ ຕອນລຸ່ມ-ສະຫະລັດ ຄັ້ງທີ 10


ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ນໍາພາຄະ ນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ ຕອນລຸ່ມ-ສະຫະລັດ ອາເມລິກາ ຄັ້ງທີ 10 ໃນວັນທີ 6 ສິງຫາ 2017, ທີ່ນະຄອນຫລວງ ມະນີລາ ປະ​ເທດຟີລິບປິນ. ພາຍໃຕ້ການເປັນປະທານ ຂອງທ່ານ ເຣັກສ ທິວເລີເຊິນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ, ໂດຍມີບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ຂອງກໍາປູເຈຍ, ສປປ ລາວ, ໄທ, ຫວຽດນາມ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມຽນມາ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ຜູ້ແທນຂອງຕົນເຂົ້າຮ່ວມ.


ກອງປະຊຸມ ໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາແຜນວຽກ ແລະ ໂຄງການຕ່າງໆ ພາຍໃຕ້ຂອບຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ​ເຊິ່ງ ສປປ ລາວ ກໍໄດ້ຮ່ວມກັບ ສ.ອາເມລິກາ ກໍາລັງຈັດຕັ້ງປະຕິບັດໂຄງການໃໝ່ ຈໍານວນ 2 ໂຄງການ ພາຍໃຕ້ແຜນວຽກຂອງ ໂຄງການພື້ນຖານໂຄງລ່າງ ທີ່ທັນສະໄໝ ສໍາລັບແມ່ນໍ້າຂອງ ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ໂຄງການຝຶກອົບຮົມ ດ້ານເຕັກນິກຕ່າງໆ ລວມທັງໂຄງການເຊື່ອມຈອດແມ່ນໍ້າຂອງ ໂດຍຜ່ານການສຶກສາ ແລະ ຝຶກຈໍານວນ 1 ໂຄງການ ຢູ່ມະຫາວິທະຍາໄລແຫ່ງຊາດ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກັນ ກ່ຽວກັບຂໍ້ສະເໜີ ຂອງສະຫະລັດ ອາເມລິກາ ທີ່ມີຊື່ວ່າ: “ຂໍ້ລິເລີ່ມຂໍ້ມູນແມ່ນໍ້າຂອງ” ຫລື Mekong Water Data Initiative, ພ້ອມທັງແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບຂົງເຂດຈຸດສຸມ ຂອງການຮ່ວມມື ໃນຊຸມປີຕໍ່ໜ້າ.



ກອງປະຊຸມຄັ້ງ​ນີ້, ໄດ້ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການຮ່ວມ ຂອງກອງ ປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ ຕອນລຸ່ມ-ສ.ອາເມລິກາ ຄັ້ງທີ 10 ແລະ ຂໍ້ລິເລີ່ມຂໍ້ມູນແມ່ນໍ້າຂອງ ເພື່ອເປັນທິດທາງໃຫ້ແກ່ການ ຮ່ວມມືໃນຕໍ່ໜ້າ ແນໃສ່ສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ດີຂຶ້ນເທື່ອລະກ້າວ.





ເນື້ອໃນຂ່າວ: ຂປລ 
© ໂຕະນໍ້າຊາ | tonamcha.com    
___________




Powered by Blogger.