Header Ads

16 ບໍລິສັດ ທີ່ເປັນແບຣນລະດັບໂລກເລີ່ມຈາກສິ່ງທີ່ຫຼາຍຄົນອາດບໍ່ຄາດຄິດ


ເຊື່ອວ່າຫຼາຍຄົນຄົງຄຸ້ນເຄີຍຊື່ແບຣນ ຫຼື ບໍລິສັດເຫຼົ່ານີ້ເປັນຢ່າງດີ ແຕ່ມີຫຼາຍຄົນອາດບໍ່ຮູ້ມາກ່ອນວ່າບໍລິສັດເຫຼົ່ານີ້ມີຈຸດເລີ່ມຕົ້ນມາຈາກທຸລະກິດບາງຢ່າງ ແລະ ເລິ່ມຕົ້ນເປັນບໍລິສັດນ້ອຍໆກ່ອນຈະກໍ່ຮ່າງສ້າງຖານຈົນກາຍເປັນບໍລິສັດທີ່ຕິດອັນດັບໂລກໃນປັດຈຸບັນ.  tonamcha.com ພາທ່ານທຸກມາຮູ້ຈັກ  16 ບໍລິສັດທີ່ຕິດແບຣນລະດັບໂລກ ແຕ່ເລີ່ມດ້ວຍ: 


1. ບໍລິສັດໂຊນີ (Sony Corporation)  ກ່ອນຈະມາເປັນບໍລິສັດດ້ານເຕັກໂນໂລຊີຂອງໂລກກ່ອນໜ້ານັ້ນເປັນພຽງໂຮງງານຜະລິດໝໍ້ຫຸງເຂົ້າເທົ່ານັ້ນ;



2. ບໍລິສັດ LG ໜຶ່ງໃນບໍລິສັດສັນຊາດເກົາຫຼີ ເປັນພຽງບໍລິສັດທີ່ເຮັດທຸລະກິດຂາຍຜົງຂັດແຂ້ວ;



3. ບໍລິສັດ Nokia ອາດີດບໍລິສັດຜະລິດມືຖືເບີໜຶ່ງຂອງໂລກ ແລະ ໄດ້ຮັບຄວາມນິຍົມທົ່ວໂລກ ຄັ້ງໝຶ່ງເປັນບໍລິສັດຜະລິດເຈ້ຍ ແລະ ເກີບໂບກຢາງ;



4. ບໍລິສັດ Toyota ຈຸດເລີ່ມຕົ້ນເປັນບໍລິສັດຜະລິດຈັດຢິບເຄື່ອງ (ປັດຈຸບັນຍັງຜະລິດຢູ່) ກ່ອນຈະເລີ່ມມາຜະລິດລົດຍົນເປັນຜະລິດຕະພັນຫຼັກຂອງບໍລິສັດ



5. ບໍລິສັດ IKEA ເລີ່ມຕົ້ນດ້ວຍການຂາຍໄມ້ຂີດໄຟ ແລະ ສີນຄ້າລາຄາຖືກໆ ກ່ອນທີ່ຈະມາຂາຍເຟີນີເຈີໃນປັດຈຸບັນ



6. ບໍລິສັດ Sharp ອີກໜຶ່ງບໍລິສັກສັນຊາດຢີ່ປຸ່ນທີ່ຄັ້ງໜຶ່ງເປັນບໍລິສັດສໍຂຽນເທົ່ານັ້ນ ກ່ອນທີ່ຈະຫັນທຸລະກິດມາຜະລິດເຄືອງໃຊ້ໄຟຟ້າ;



7. ບໍລິສັດ BMW ເປັນບໍລິສັດຜະລິດເຮືອບິນ ແລະ ອຸປະກອນສໍາລັບເຮືອບິນ  ກ່ອນທີ່ຈະປ່ຽນມາຜະລິດລົດຍົນຫຼູໃນປັດຈຸບັນທີ່ມີຕົນທົ່ວໂລກໄຝ່ຝັນຢາກເປັນເຈົ້າຂອງ;



8. ບໍລິສັດ  Nintendo ບໍລິສັດເກມ ແລະ ໂຕກະຕຸ່ນຍອດນິຍົມຫຼາຍໂຕເປັນຕົ້ນແມ່ນ Pikachu  ກ່ອນໜ້ານັ້ນພວກເຂົາເປັນ ບໍລິສັດຜະລິດເຈ້ຍ;



9. ບໍລິສັດ Virgin Group ຂອງ  Richard Branson ທີ່ມີບໍລິສັດໃນເຄືອເຖິງ 200 ບໍລິສັດ ເລີ່ມຕົ້ນທຸລະກິດຈາກການຕິພີມວາລະສານຊື່ວ່າ “ Student Magazine” ມາກ່ອນທີ່ຈະເຂົ້າສູ່ທຸລະກິດເພງ, ສາຍການບິນ ແລະ ອື່ນໆ



10. ບໍລິສັດ Samsung ບໍລິສັດອັນດັບໜຶ່ງຂອງເກົາຫຼີ ແລະ ບໍລິສັດໄອທິລະດັບໂລກ ແຕ່ຈຸດເລີ່ມຕົ້ນຊໍາຊຸງເລິ່ມທຸລະກິດນ້ອຍໆຈາກຮ້ານເຄື່ອງຍ່ອຍ ແລະ ເປັນຮ້ານຜະລິດເສັ້ນໜີ່ນໍາອີກກ່ອນທີ່ຈະມາຈັບທຸລະກິດອີເລັກໂທຣນິກ;



11. ບໍລິສັດ Sega ຄັ້ງໜຶ່ງເປັນບໍລິສັດຜະລິດຕູ້ຖ່າຍຮູບສະຕິກເກີ ກ່ອນຈະມາຜະລິດເກມ ;



12. ບໍລິສັດ Unilever ຍັກໃຫຍ່ໃນວົງການເຄື່ອງອຸປະໂພກ ແລະ ບໍລິໂພກທີ່ມີສີນຄ້າເລີ່ມຕົ້ນມາຈາກຜະລິດສະບູ ແລະ ເນີຍເທົ່ານັ້ນ;


13. ບໍລິສັດ Lipton ເລິ່ມມາຈາກການຂາຍເຄື່ອງຍ່ອຍເທົ່ານັ້ນ ກ່ອນທີ່ຈະມາຜະລິດເຄື່ອງດື່ມໃນເວລາຕໍ່ມາ;



14. ບໍລິສັດ Philips ອີກໜຶ່ງບໍລິສັດຜູ້ຜະລິດເຄື່ອງໃຊ້ໄຟຟ້າ ທີ່ເປັນພຽງບໍລິສັດຜະລິດຫຼອດໄຟ ແລະ ເຄື່ອງຮັບສັນຍານວິທະຍຸເທົ່ານັ້ນ;



15. Hugo Boss ແບຣນເຄື່ອງນຸ່ງເຟຊັ້ນທີ່ຈຸດເລີ່ມຕົ້ນພວກເຂົາພຽງຜະລິດຊຸດເຄື່ອງແບບໃຫ້ກັບພັກນາຊີເທົ່ານັ້ນກ່ອນທີ່ຈະຜັນໂຕເອງມາຜະລິດເຄື່ອງນຸ່ງເຟຊັ້ນຫຼັງສົງຄາມສີ້ນສຸດລົງ;



16. ບໍລິສັດ IBM ເລີ່ມຕົ້ນຈາກການຜະລິດເຄື່ອງບັນທຶກລະຫັດ ແລະ ເຄື່ອງຊັ່ງນໍ້າໜັກ ກ່ອນທີ່ຈະມາຜະລິດຄອວພີວເຕີ.  



ບໍລິສັດເຫຼົ່ານີ້ສະແດງໃຫ້ເຮົາເຫັນວ່າ ການເລີ່ມຕົ້ນທຸລະກິດເປັນຂອງຕົນເອງນັ້ນຕ້ອງເລີ່ມຈາກຈຸດນ້ອຍໆ ກ່ອນທີ່ຈະຂະຫຍາຍເປັນອານາຈັກໃຫ້ໃຫຍ່ ເຊິ່ງບໍ່ແມ່ນກາຍເລີ່ມດ້ວຍຄວາມຍິ່ງໃຫຍ່ ແລະ ຫຼູຫຼາກ່ອນ ເຊິ່ງການເຮັດແບບນນັ້ນບໍລິສັດສ່ວນຫຼາຍໄປບໍ່ເຖິງດວງດາວ ແລະ ມັກມີອາຍຸບໍລິສັດຢູ່ລອດບໍ່ເກີນ 3 ປີ ແລ້ວຫຼັງຈາກນັ້ນກໍລົ້ມຫາຍຕາຍຈາກໂລກນີ້ໄປ. 

© ໂຕະນໍ້າຊາ | tonamcha.com    
 
___________

Powered by Blogger.