Header Ads

ພໍ່ຕູ້ອອກຫາປາເຮືອແຕກນໍຍ້ອນກະແສນໍ້າພັດແຮງ ຄ້າງຢູ່ກາງຂອງ 2 ມື້ ເຈົ້າໜ້າທີ່ໃຊ້ ເຮືອບິນເຮລິຄອບເຕີ ແລະ ເຈັສສະກີ ປະຕິດບັດການຊ່ວຍຊີວິດໄວ້ໄດ້ປອດໄພ



ອີງຕາມການບອກເລົ່າຂອງຜູ້ເຫັນເຫດການວ່າ: ເຫັນເຮືອຂອງຊາວປະມົງຫາປາຊາວເມືອງໂຂງ ເກີດເຫດຫຼົ້ມທີ່ກາງແມ່ນໍ້າຂອງອັນເນື່ອງມາຈາກສາເຫດນໍ້າພັດແຮງ ແລ້ວເຮັດໃຫ້ເຮືອກະແທກໃສ່ໂງ່ນຫີນ ຈື່ງເຮັດໃຫ້ເຮືອຫຼົ້ມ ໂຊກດີທີ່ຜູ້ກ່ຽວຈັບກໍໄຄໄວ້ໂດຍຕິດຢູ່ກາງແມ່ນໍ້າຂອງປະມານ 2 ມື້ ຈົນປະຊາຊົນມາພົບ ແຕ່ກໍບໍ່ສາມາດຈະເອົາເຮືອໄປຊ່ວຍຜູ້ກ່ຽວໄດ້ ຈຶ່ງປະສານງານຫາເຈົ້າໜ້າທີ່ເມືອງເພື່ອຂໍການຊ່ວຍເຫຼືອໄປຍັງໜ່ວຍງານການບິນຂອງທະຫານທ້ອງຖີ່ນເອົາເຮືອບິນເຮລິຄອບເຕີ ໄປຊ່ວຍຜູ້ກ່ຽວ.





ຂໍ້ມູນເພີ່ມເຕີມບອກໃຫ້ຮູ້ວ່າຜູ້ເຄາະຮ້າຍ ແມ່ນຊື່ ທ້າວ ແດງ ອາຍຸ 47 ປີ ເປັນປະຊາຊົນບ້ານດອນສະໂຮງ, ເມືອງໂຂງ , ແຂວງຈຳປາສັກ ໂດຍເຮືອຜູ້ກ່ຽວແມ່ນຫຼົ້ມ ເວລາປະມານ 8:00 ໂມງເຊົ້າ ຂອງວັນທີ 28 ສິງຫາ ຈົນມາຮອດເວລາ 09:00 ເຊົ້າຂອງວັນທີ 30 ສິງຫາ 2017 ຈຶ່ງມີຜູ້ໄປພົບເຫັນ ແລະ ທໍາການຊ່ວຍເຫຼືອຜູ້ກ່ຽວໄວ້ຢ່າງປອດໄພ. 




ສໍາລັບປະຕິດບັນການຊ່ວຍເຫຼືອ ເຈົ້າໜ້າທີ່ ພ້ອມດ້ວຍປະຊາຊົນໄດ້ໃຊ້ທຸກຄວາມພະຍາຍາມເພື່ອຊ່ວຍເຫຼືອຜູ້ກ່ຽວດ້ວຍວິທີຕ່າງໆທັງເຮືອບິນ, ເຮືອຈັກຕິດທ້າຍ ແລະ ເຮືອເຈັສກີ ນັບເປັນ 10 ກວ່າລຳເພື່ອມາຊອກຫາທາງຊ່ວຍ ສຸດທ້າຍຄວາມພະຍາຍາມກໍບັນລຸຜົນ ແລະ ສາມາດຊ່ວຍຜູ້ເຄາະຮ້າຍໄດ້ຢ່າງປອດໄພ .





© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.