Header Ads

ສານທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນໄຂສົກຮຽນໃໝ່ ສົກຮຽນປີ 2017-2018


ຜູ້​ບໍລິຫານ​ການ​ສຶກສາ, ຄູ​ອາຈານ, ນັກຮຽນ-ນັກ​ສຶກ ແລະ ພໍ່ແມ່, ພີ່ນ້ອງ​ ປວງ​ຊົນ​ລາວ ໃນທົ່ວ​ປະ​ເທດ ທີ່​ເຄົາລົບ ​ແລະ ຮັກ​ແພງ

ທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມພ້ອມກັນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຢ່າງຕັ້ງໜ້າ ແລະ ເປັນຂະບວນຟົດຟື້ນ, ພັກ ແລະ ລັດຖະບານ ຍາມໃດກໍ​​ໄດ້​ຖື​ເອົາ​ ການ​ພັດທະນາ ​ຊັບພະຍາກອນ​ມະນຸດ ​ເປັນວຽກງານສໍາຄັນ, ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການສ້າງເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນ ໃຫ້ແກ່ທຸກຄົນໄດ້ເຂົ້າເຖິງ ການສຶກສາ, ປັບປຸງ ແລະ ຍົກຄຸນນະພາບ ຂອງການຮຽນການສອນ ແລະ ພັດທະນາ ຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ແນໃສ່ ນໍາເອົາປະເທດຊາດ ຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາ ໃນປີ 2020 ກ້າວ​ເດີນຕາມທິດ​ສັງຄົມ​ນິຍົມ.

ໃນໂອກາດ ວັນເປີດສົກຮຽນໃໝ່ ສົກປີ 2017-2018 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາພັກ ແລະ  ລັດຖະບານ ສະ​ແດງ​ຄວາມ​ຢື້​ຢາມ ​ຖາມ​ຂ່າວອັນອົບອຸ່ນ ມາຍັງບັນດາ ຜູ້​ບໍລິຫານ​ການ​ສຶກສາ, ຄູ-​ອາຈານ, ນັກ ຮຽນ-ນັກ​ສຶກສາ ແລະ ພໍ່ແມ່-ພີ່ນ້ອງ​ປວງ​ຊົນ​ລາວ ທົ່ວ​ປະ​ເທດທຸກຖ້ວນໜ້າ ນະໂອກາດນີ້ດ້ວຍ.   

ຄື​ດັ່ງ​ທີ່ພວກ​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ສະພາບ​ການທາງດ້ານການ​ເມືອງ, ​ເສດຖະກິດ-ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໄດ້ມີການປ່ຽນແປງ ແລະ ສ້າງໃຫ້ມີ​ ທັງ​ກາລະ​ໂອກາດ ​ເອື້ອອຳ ນວຍ, ​​ທ້າ​ທາຍ​ທົດ​ສອບຫລາຍປະການ ຊຶ່ງໄດ້ສົ່ງ​ຜົນ​ກະທົບ​ໂດຍ​ກົງ ​ຕໍ່​ຊີວິດ​ການ​ເປັນ​ຢູ່​ ຂອງ​ພະນັກງານ, ຄູ-ອາຈານ, ທະຫານ, ຕຳຫລວດ, ປະຊາຊົນ​ລາວ​ບັນດາ​ເຜົ່າ​ ແລະ ນັກຮຽນ-ນັກ​ສຶກສາ ກໍຄື ​ການ​ພັດທະນາ​ສ້າງສາ​ປະ​ເທດ​ຊາດ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ກໍແມ່ນຕໍ່ການ​ພັດທະນາ​ ການ​ສຶກສາ​ພວກ​ເຮົາ.​

ເຖິງ​ຢ່າງ​ໃດ​ກໍຕາມ, ດ້ວຍແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ, ​​ດ້ວຍ​ຄວາມ​ສາມັກຄີ​ ທີ່​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ດ້ວຍ​ມູນ​ເຊື້ອ​ດຸໝັ່ນ, ພາກພຽນ ແລະ ​ມານະ​ອົດທົນ ແລະ ດ້ວຍ​ຄວາມ​ຮັບຜິດຊອບ​ ທີ່​ເປັນ​ເຈົ້າ​ການ ​ຕໍ່ໜ້າທີ່ການເມືອງຂອງຕົນ, ​ພະນັກງານ, ຄູ-ອາຈານ, ທະຫານ, ຕຳຫລວດ, ປະຊາຊົນ​ລາວ​ ບັນດາ​ເຜົ່າ ​ແລະ ນັກຮຽນ-ນັກ​ສຶກສາ ​ໄດ້ພ້ອມກັນ ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ຕະຫລອດໄລຍະ 1 ປີຜ່ານມາ ການພັດທະນາ ຢູ່ປະເທດເຮົາ ໄດ້​ມີ​ທ່ວງທ່າ​ ກ້າວ​ຂຶ້ນ​ທີ່ໜັກ​ແໜ້ນ ສັງຄົມ​ມີ​ຄວາມ​ສະຫງົບ​ ໂດຍ​ພື້ນຖານ, ​ເສດຖະກິດ​ມີ​ການ​ ຂະຫຍາຍຕົວ​ທີ່​ເຂັ້ມແຂງ, ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ ໄດ້ຮັບການປັບປຸງດີ​ຂຶ້ນ, ຊື່ສຽງ ແລະ ຖານະ​ບົດບາດ​ຂອງ ສປປ ລາວ ກໍນັບ​ມື້​ນັບ​ໂດດ​ເດັ່ນ​ຂຶ້ນ ​ຢູ່​ໃນ​ເວທີ​ຂອງພາກ​ພື້ນ ​ແລະ ສາກົນ.

ສໍາລັບການພັດທະນາ ດ້ານການສຶກສາ ໃນ​ສົກຮຽນ 2016-2017 ຜ່ານ​ມາ ພວກເຮົາກໍມີ​ ຜົນສຳ​ເລັດຫລາຍດ້ານທີ່ໜ້າຊົມເຊີຍ. ​ພວກເຮົາໄດ້ມີ​ຜົນສຳ​ເລັດ ​ຫລາຍດ້ານໃນ​ການ​ປະຕິ​ຮູບ​ ລະບົບ​ການ​ສຶກສາ  ເປັນຕົ້ນແມ່ນ ສາມາດຍົກຄຸນນະພາບ​ ຂອງ​ວຽກງານ​ກິລາ-ກາ​ຍະ​ກຳ​, ປັບປຸງຫລັກ ສູດການຮຽນ-ການສອນ, ສ້າງໃຫ້ຄູສອນເກັ່ງ, ຫລໍ່ຫລອມໄດ້ ນັກຮຽນ-ນັກ​ສຶກສາ ​ທີ່ມີ​ຄຸນສົມບັດ ທັງຮຽນດີ-ຮຽນ​ເກັ່ງ, ພັດທະນາໄດ້​ໂຮງຮຽນຕົວ​ແບບ, ​ໂຮງຮຽນສີຂຽວ, ​ໂຮງຮຽນປອດ​ສິ່ງ​ເສບ​ຕິດ ​ແລະ ອື່ນໆ. ​ເດັກ​ຢູ່​ເກນ​ອາຍຸ​ເຂົ້າຮຽນ ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ ​ແລະ ກິລາ ຫລາຍຂຶ້ນ, ນັກຮຽນ-ນັກ​ສຶກສາ ​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ຕໍ່​ການ​ຮຽນ ດ້ວຍ​ຕົນ​ເອງ ​ແລະ ມີ​ຜົນ​ການ​ຮຽນດີ​ຂຶ້ນ. ​ເວົ້າ​ລວມ​ແລ້ວ​ ໃນສົກຮຽນທີ່ຜ່ານ​ມາ  ​ພວກເຮົາໄດ້​ສືບຕໍ່ ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ດ້ານ​ຄຸນ​ນະພາ​ບ ຂອງການສຶກສາ ແລະ ບັນລຸຕາມ​ມາດຕະຖານ ຮັບ​ປະກັນ​ຄຸນ​ນະພາ​ບ ການ​ສຶກສາ​ແຫ່ງ​ຊາດ ​ແລະ ໃນບາງ​ດ້ານ ແມ່ນ​ສາມາດ ຍົກລະດັບ​ມາດຕະຖານ​ ການ​ສຶກສາຂອງພວກເຮົາ​ ໃຫ້ຫຍັບໃກ້ເຂົ້າ ແລະ ເທົ່າທຽມກັບມາດຕະຖານ ຂອງ​ບັນດາ​ປະ​ເທດ ​ໃນ​ພາກ​ພື້ນ ​ແລະ ສາກົນ.

ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງຄະນະພັກ-ຄະນະ​ນໍາກະຊວງ​ ສຶກສາ​ທິການ​ ​ແລະ ກິລາ, ບັນດາມະຫາ​ວິທະຍາ​ໄລ​, ​ໂຮງຮຽນວິຊາ​ຊີບ, ໂຮງ ຮຽນສາມັນສຶກສາ, ບັນດາສະ​ຖາ​ບັນ​ ການ​ສຶກສາ​ທຸກຂັ້ນ ແລະ ບັນດາການຈັດຕັ້ງ ທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ຕະຫລອດຮອດ ພະນັກງານ​ອາວຸ​ໂສ​ບໍານານ, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ພວກຫລານ ນັກຮຽນ-ນັກສຶກສາ ທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ຜົນສໍາເລັດດັ່ງທີ່ກ່າວມານີ້. ພ້ອມກັນນີ້, ກໍຂໍສະແດງ ຄວາມຂອບໃຈມາຍັງ ຄູ່ຮ່ວມພັດທະນາ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕະຫລອດຮອດ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການຊ່ວຍເຫລືອ ​ແລະ ມີ​ສ່ວນ​ຮ່ວມ​ເຂົ້າ​ໃນການ​ພັດທະນາ ວຽກງານການ​ສຶກສາຂອງ ສປປ ລາວ ​ໃຫ້​ນັບ​ມື້​ນັບເຕີບໃຫຍ່ເຂັ້ມແຂງ ແລະ ເປັນກໍາລັງແຮງໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຕະຫລອດມາ ​ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າຍັງຈະໄດ້ສືບຕໍ່ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຕື່ມອີກ.

ຜົນສຳເລັດທີ່ກ່າວມານັ້ນ, ໄດ້ເປັນພື້ນຖານອັນໜັກແໜ້ນ ​ໃຫ້​ແກ່ການ​ພັດທະນາ​ ເສດຖະກິດ-ສັງ​ຄົມ ຂອງປະເທດເຮົາ, ແຕ່ພວກເຮົາກໍຍັງ ປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍທົດສອບ ຫລາຍປະການ ເປັນຕົ້ນ: ການ​ຂະຫຍາຍ ​ຕາໜ່າງການ​ສຶກສາ ​ໂດຍ​ສະ​ເພາະ ການ​ສຶກສາກ່ອນ​ໄວ​ຮຽນ ​ໄປ​ສູ່​ເຂດ​ຊົນນະບົດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ ຍັງ​ບໍ່ທັນ​ທົ່ວ​ເຖິງ, ການ​ບັນລຸ​ເປົ້າໝາຍ ການ​ສຶກສາ​ເພື່ອ​ທຸກ​ຄົນ ກໍຄື ​ເປົ້າໝາຍສະຫັດ​ສະຫວັດ​ ດ້ານ​ການ​ພັດທະນາ​ ຍັງມີ​ບາງ​ຕົວ​ຊີ້​ບອກ ກໍຍັງ​ເປັນ​ສິ່ງ​ທ້າ​ທາຍ ​ໂດຍ​ສະ​ເພາະ ອັດຕາ​ການ​ລອດ​ເຫລືອ ຂອງ​ນັກຮຽນຊັ້ນ​ປະຖົມ; ຄວາມ​ສະ​ເໜີພາບ ລະຫວ່າງ ຍິງ-ຊາຍ; ​ການ​​ເຂົ້າ​ເຖິງ​ການ​ສຶກສາ ​ທີ່ຍັງ​ແຕກ​ໂຕນ​ກັນ​ ລະຫວ່າງ ຕົວ​ເມືອງ, ຊົນນະບົດ ​ແລະ ​ເຂດ​ຫ່າງ​ໄກ​ສອກຫລີກ ​ໂດຍ​ສະ​ເພາະ ​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນ​ສູງ; ຄ່າ​ນິຍົມ​ຂ​ອງຜູ້​ປົກຄອງ ​ແລະ ຜູ້​ຮຽນ ທີ່ຕ້ອງການການສຶກສາ​ຂັ້ນ​ປະລິນຍາ​ຕີ​ຂຶ້ນ​ໄປ ແລະ ບໍ່ເຫັນຄວາມສໍາຄັນ ຂອງການສຶກສາຂັ້ນ ອາຊີວະສຶກສາ; ການ​ສ້າງ​ສີມື​ແຮງ​ງານ  ຍັງ​ບໍ່ທັນ​ສອດຄ່ອງ​ ກັບ​ຄວາມ​ຕ້ອງການ​ ຂອງຕະຫລາດ​ແຮງ​ງານ ແລະ ອື່ນໆ. ບັນຫາເຫລົ່ານີ້, ພວກເຮົາຈະຕ້ອງໄດ້ສຸມໃສ່ແກ້ໄຂ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ເພື່ອ​ເຮັດ​ໃຫ້ລະບົບ​ ການ​ສຶກສາຂອງພວກເຮົາ​ ເຕີບໃຫຍ່ຂະຫຍາຍຕົວ ຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ພັດທະນາໄປຕາມວິໃສທັດ ຂອງຂະແໜງການ ການສຶກສາ ທີ່ພວກເຮົາໄດ້ກຳນົດ ຄື: " ຮອດປີ 2030 ພົນລະເມືອງລາວທຸກຄົນ ໄດ້ຮັບການສຶກສາ ທີ່ມີຄຸນນະພາບ ຢ່າງສະເໝີພາບ ແລະ ເທົ່າທຽມກັນ ເພື່ອໃຫ້ເຂົາເຈົ້າ ໄດ້ພັດທະນາຕົນເອງ ກາຍເປັນພົນລະເມືອງດີຂອງຊາດ, ມີຄຸນສົມບັດ, ມີສຸຂະພາບເຂັ້ມແຂງ, ມີຄວາມຮູ້ຄວາມສາມາດສູງ, ມີຄວາມເປັນມືອາຊີບ ເພື່ອພັດທະນາປະເທດຊາດ ໃຫ້ສີວິໄລຍືນຍົງ, ສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້".

 ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາ ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ຈົ່ງເພີ່ມທະວີ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ ການເມືອງຂອງຕົນ ດ້ວຍຄວາມບໍລິສຸດ, ຊື່ສັດ ແລະ ນໍ້າໃຈເສຍສະຫລະສູງ ໃນການບໍາລຸງສ້າງ ນັກຮຽນ-ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ ທັງໃນປະຈຸບັນ ແລະ ອານາຄົດ.

 ສະຖານ​ການ​ສຶກສາ ​ຕ້ອງ​ເປັນ​ເຈົ້າ​ການ ໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກັບການສຶກສາ ເພື່ອບໍ່ເປີດໂອກາດ ໃຫ້ມີການເຄື່ອນໄຫວ ແລະ ສິ່ງລໍ້ລວງ, ຊັກຈູງ ນັກຮຽນ-ນັກສຶກສາ ໄປໃນທາງທີ່ເຊື່ອມເສຍ ແລະ ເປັນພິດເປັນໄພຕໍ່ການສຶກສາ. ນັກຮຽນ-ນັກສຶກສາ ຕ້ອງເອົາໃຈໃສ່ ແລະ ຕັ້ງໃຈຮໍ່າຮຽນ, ຖືເອົາການຮໍ່າຮຽນ ເປັນການກໍ່ສ້າງ ອານາຄົດຂອງຕົນ ກໍຄື ອານາຄົດຂອງຊາດ.

ເພື່ອເຮັດໃຫ້ ການໄຂສົກຮຽນໃໝ່ ສົກປີ 2017-2018 ໄດ້ມີບັນຍາກາດທີ່ດີ ແລະ ທັນກັບເວລາຕາມປະຕິທິນປີ ການສຶກສາຂອງແຕ່ລະຊັ້ນ, ແຕ່ລະສາຍ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາ ການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນ ກະກຽມຄວາມພ້ອມ ແລະ ອຳນວຍຄວາມສະດວກ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນ ການຊັບຊ້ອນບັນຈຸຄູສອນ, ກະກຽມອາຄານສະຖານທີ່ຫ້ອງຮຽນ, ອຸປະກອນ ການສອນ-ການຮຽນ, ບ່ອນທີ່ພັກພາອາ​​ໄສຂອງຄູ ຢູ່ເຂດຫ່າງໄກສອກຫລີກ ແລະ ອື່ນໆ... ເພື່ອຮັບໃຊ້ໃຫ້ແກ່ ການເປີດສົກຮຽນ ແລະ ຮັບໃຊ້ໃຫ້ແກ່ ການສອນ-ການຮຽນ ຕະຫລອດສົກຮຽນໃໝ່ ໃຫ້ໄດ້ຮັບຜົນດີ.


ທ້າຍສຸດນີ້, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ​, ຂ້າພະ​ເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານ ການສຶກສາ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກຄວາມຈະເລີນ ແລະ ມີຜົນສຳເລັດ ໃນໜ້າທີ່ວຽກງານຂອງຕົນ.


ທີ່ມາ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.