Header Ads

ຜົນ​ກອງ​ປະ​ຊຸມ​ລັດຖະບານ ເຫັນ​ດີ​ອະນຸມັດ​ຕົວ​ເລກ​ລັດຖະກອນ​ໃໝ່ ປະ​ຈໍາປີ 2018​



ອີງຕາມການລາຍງານຂ່າວຂອງ ໜັງສືພີມເສດຖະກິດ-ການຄ້າ ໃນວັນທີ 27 ສິງຫາ 2017 ວ່າ: ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ 2017 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະຂອງກອງປະຊຸມ ຍັງໄດ້ ຮັບຟັງບົດລາຍງານກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ວຽກງານຄຸ້ມ​ຄອງ​ລັດຖະກອນ ປະ​ຈໍາປີ 2017 ​ແລະ ​ແຜນ​ຄວາມ​ຕ້ອງການ​ລັດຖະກອນ​ໃໝ່ ປີ 2018 ຜ່ານ​ການ​ຮັບ​ຟັງ​ການ​ລາຍ​ງານຈາກ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ໃນ​ປີ 2017 ທົ່ວ​ປະ​ເທດ​ມີ​ພະນັກ​ງານ-ລັດຖະກອນ ທັງໝົດ 183.680 ຄົນ, ຍິງ 84.268 ຄົນ (ຂັ້ນ​ສູນ​ກາງ ມີ​ຈໍານວນ 26.727 ຄົນ, ຍິງ 11.546 ຄົນ, ຂັ້ນ​ແຂວງ ມີ​ຈໍານວນ 36.170 ຄົນ, ຍິງ 15.109 ຄົນ ​ແລະ ຂັ້ນ​ເມືອງ ມີ​ຈໍານວນ 120.783 ຄົນ, ຍິງ 57.613 ຄົນ) ​ເຊິ່ງຕົວ​ເລກພະນັກງານ-ລັດຖະກອນ​ທັງໝົດ ​ເມື​່ອທຽບ​ໃສ່​ພົນລະ​ເມືອງ​ແລ້ວ ​ເທົ່າ​ກັບ 2,8% ທຽບ​ໃສ່​ບັນດາ​​ໃນປະ​ເທດ​ອາຊຽນ​ແມ່ນ​ຢູ່​ອັນ​ດັບທີ 3.

ກອງ​ປະຊຸມ​ໄດ້ຕົກລົງ​ເປັນ​ເອກະ​ພາບ​ກັນວ່າ: ​ເຫັນ​ດີ​ອະນຸມັດ​ຕົວ​ເລກ​ລັດຖະກອນ​ໃໝ່ ປະ​ຈໍາປີ 2018​ ເພື່ອ​ທົດ​ແທນ​ພະນັກ​ງານ-ລັດຖະກອນທີ່​ໄດ້​ອອກ​ທຸກ​ຮູບ​ການ​ເທົ່າ​ນັ້ນ ​ສ່ວນ​ຕົວ​ເລກ​ລາຍ​ລະອຽດ​ແມ່ນ​ຈະ​ໄດ້​ມີ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ ອະນຸມັດ​ຕົວ​ເລກ​ລັດຖະກອນ ປີ 2018ສະ​ເພາະ. ​ໃນ​ນັ້ນ, ​ໃຫ້​ທຸກໆ​ພາກ​ສ່ວນຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ກວດກາ​ຄືນບັນດາ​ຕໍາ​​ແໜ່ງງານ ອັນ​ໃດ​ທີ່​ຈໍາ​ເປັນ ​ແລະ ອັນ​ໃດທີ່​ບໍ່ຈໍາ​ເປັນ ​ເພື່ອ​ເຮັດ​ໃຫ້​ພະນັກງານຜູ້ໜຶ່ງສາມາດ​ເຮັດ​ວຽກ​ໄດ້ຫຼາຍຕໍາ​ແໜ່ງງານ ສິ່ງ​ສໍາ​ຄັນກົງຈັກ​ການຈັດ​ຕັ້ງ​ແຕ່​ສູນ​ກາງ​ລົງ​ຫາ​ທ້ອງ​ຖິ່ນແມ່ນ​ບໍ່​ໄດ້​ຂະຫຍາຍ​ເພີ່ມ ຄຽງຄູ່​ກັບ​ການ​ເພີ່ມ​ມາດ​ຕະຖານ​ພະນັກງານ-ລັດຖະກອນ ​ເພື່ອ​ຮັບປະກັນ​ໃຫ້​ມີ​ຄຸນ​ນະພາ​ບ, ມີ​ປະສິດ​ທິພາ​ບ, ມີ​ຄວາມ​ຮັບຜິດຮັບຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານຂອງ​ຕົນ.

ສ່ວນຮ່າງ​ວິ​ໄສ​ທັດຮອດ​ປີ 2030, ຍຸດ​ທະ​ສາດ​ພັດທະນາ 2025 ​ແລະ ​ແຜນ​ພັດທະນາ​ພະລັງງານ ​ແລະ ບໍ່​ແຮ່ 5 ປີ ຄັ້ງ​ທີ VIII(2016-2020) ກອງ​ປະຊຸມ​ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ນຳ​ໄປ​ປັບປຸງ​ຕາມ​ຄຳ​ເຫັນ​ຂອງ​ສະມາຊິກ​ລັດຖະບານ. ໃນ​ນັ້ນ, ດ້ານ​ບໍ່​ແຮ່ ​ແມ່ນ​​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຂອດ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ໂດຍ​ເລີ່​ມ ຈາກ​ການ​ສຶກສາສຳ​ຫຼວດ, ​ຄົ້ນຄວ້າ, ​ເກັບ​ກຳ​ຂໍ້​ມູນ​ໃຫ້​ລະອຽດ ຈຶ່ງ​ກ້າວ​ໄປ​ສູ່​ການວາງ​ແຜນ​ສະຫງວນ​ໄວ້ ຫຼື ຂຸດ​ຄົ້ນ​ມານຳ​ໃຊ້ ຕາມ​ຄວາມ​ເໝາະ​ສົມ. ພ້ອມ​ກັນ​ນັ້ນ​ໃນ​ສະ​ເພາະ​ໜ້າ ​ແມ່ນ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຂອດ​ການ​ຄຸ້ມ​ຄອງການ​ລົງທຶນ​ໃຫ້​ດີ, ມີ​ຄວາມ​ເຂັ້ມ​ງວດ​ຕາມ​ກົດໝາຍ ​ແລະ ລະບຽບ​ການ, ຖືກ​ຕ້ອງຕາ​ມ​ເຕັກນິກ, ຂະ​ ແໜງ​ການ​ທີ່​ກ່ຽວຂ້ອງ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ໃຫ້​ສູງ​ກວ່າ​ເກົ່າ. ສ່ວນ​ດ້ານ​ພະລັງງານ ​ແມ່ນ​ໃຫ້​ໝູນ​ໃຊ້​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ໃຫ້​ເກີດ​ປະ​ໂຫຍ​ດ ​ໂດຍ​ສະ​ເພາະການ​ສ້າງ ​ແລະ ນຳ​ໃຊ້​ພະລັງງານ​ທົດ​ແທນ​ໃຫ້​ຫຼາຍ​ຂຶ້ນ ຕິດ​ພັນ​ກັບ​ສົ່ງ​ເສີມ​ການ​ຊົມໃຊ້​ພາຍ​ໃນ.


ເດືອນກັນຍາ ເປັນເດືອນສຸດທ້າຍຂອງໄຕມາດທີ 3 ຂອງປີ 2017, ​ເປັນ​ເດືອນ​ໜື່ງທີ່ສະມາຊິກລັດຖະບານ ຈະໄດ້ເຂົ້າຮ່ວມຫຼາຍ​ກອງ​ປະຊຸມສຳຄັນ (ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ, ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ແລະ ການ​ເຄື່ອນ​ໄຫວຢ້ຽມຢາມ​ຕ່າງປະ​ເທດ​ຈໍານວນ​ໜື່ງ). ດັ່ງ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ ຈິ່ງໄດ້ຮຽກຮ້ອງ​ໃຫ້​ສະມາຊິກ​ລັດຖະບານ​​ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມສໍາຄັນໃນເດືອນກັນຍານີ້.

ທີ່ມາເສດຖະກິດ-ການຄ້າ 
© ໂຕະນໍ້າຊາ | tonamcha.com    


___________

Powered by Blogger.