Header Ads

ເກົາຫຼີເໜືອຕອບໂຕ້ການຊ້ອມຮົບຂອງ ສ. ອາເມລິກາ ແລະ ເກົາຫຼີໃຕ້ດ້ວຍການຍິງຂີປານາວຸດພິໄສໃກ້ 3 ລູກ



ສໍານັກຂ່າວຕ່າງປະເທດລາຍງານວ່າ :  ເກົາຫຼີເໜືອທົດສອບຍິງຂີປານາວຸດພິໄສໃກ້ 3 ລູກໃນຕອນເຊົ້າວັນເສົາມື້ນີ້  (26 ສິງຫາ 2017) ເພື່ອຕອບໂຕ້ການຊ້ອມຮົບຂອງ ສ. ອາເມລິກາ ແລະ ເກົາຫຼີໃຕ້ ເຊິ່ງ ເຈົ້າໜ້າທີ່ຂອງ ສ.ອາເມລິການ ກໍອອກວ່າຕອບໂຕ້ວ່າການທົດສອບຍິງຂີປະນາວຸດຂອງເກົາຫຼີເໜືອນັ້ນລົ້ມເຫຼວ ແລະ ບໍ່ເປັນໄພຕໍ່ຄວາມໝັ້ນຄົງ.



ສໍາລັບການທົດສອບຍິງຂີປານາວຸດໃນຄັ້ງນີ້ແມ່ນການຍິງຈາກຖານຍິງທີ່ແຂວງຄັງວອນ ເຊິ່ງຕັ້ງຢູ່ທິດຕາເວັນອອກຂອງເກົາຫຼີເໜືອ ໂດຍຂີປິນາວຸດລູກທໍາອິດແມ່ນຍິງໃນເວລາ  06:49 ນາທີ (ຕາມເວລາທ້ອງຖີ່ນ), ລູກທີສອງ ແລະ ລູກທີສາມ ແມ່ນຖືກຍິງຂື້ນສູ່ທ້ອງຟ້າໃນ 30 ນາທີຕໍ່ມາ. 



ຂໍ້ມູນເພີ່ມເຕີມລະບຸວ່າ ພົນ ເອກ ເດຟ ເບນແຮມ ຜູ້ບັນຊາການ ກອງທັບ ສ. ອາເມລິກາ ທີ່ປະຈໍາການໃນພາກພື້ນປາຊີຟິກ ລາຍງານວ່າ:  ຂີປານາວຸດລູກທີ 1 ແລະ ລູກທີ 3 ທີ່ເກົາຫຼີເໜືອຍິງນັ້ນແມ່ນໄປໄດ້ໄລຍະ 250 ກມ ກ່ອນທີ່ຈະເກີດເຫດຂັດຂ້ອງແລ້ວຕົກລົງທະເລທະເລຍີ່ປຸ່ນ  ສ່ວນລູກທີ 2 ແມ່ນລະເບີດທັນທີທີ່ຖືກຍິງອອກຈາກຖານຍິງທີ່ຄັງວອນ.

© ໂຕະນໍ້າຊາ | tonamcha.com    

___________


Powered by Blogger.