Header Ads

5 ພຶດຕິກຳອັນຕະລາຍທີ່ບໍ່ຄວນເຮັດຫລັງກິນເຂົ້າອິ່ມ



ຫລັງ​ຈາກ​ກິນ​ອິ່ມ​ແລ້ວ​ບໍ່​ຄວນ​ລຸກ​ໄປ​ເຮັດ​ກິດຈະກຳ​ທີ່​ຕ້ອງ​ອອກ​ແຮງ​ໜັກ ເຊັ່ນ: ແລ່ນ, ຂຶ້ນ​ຂັນ​ໄດ, ຍົກ​ຂອງ​ໜັກ, ລວມ​ເຖິງ​ການອາບ​ນ້ຳ​ຫລັງ​ກິນ​ເຂົ້າທັນ​ທີ. ເພາະ​ອາດ​ເກີດ​ອາການ​ຈຸກ, ສຽບ, ແໜ້ນ​ທ້ອງ ອີກ​ທັງ​ຍັງ​ເຮັດໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ໄດ້​ບໍ່​ດີ​ເທົ່າທີຄວນ  ອີກ​ທັງ​ຍັງ​ເຮັດໃຫ້​ລະບົບ​ຍ່ອຍ​ອາຫານ​ດູດ​ຊຶມ​ສານ​ອາຫານ​ບໍ່​ມີ​ປະ​ສິດ​ທິ​ພາບ​ເທົ່າ​ທີ່​ຄວນ. 



ນອກ​ຈາກ​ນີ້​ການ​ສູບ​ຢາ​ຫລັງ​ອາຫານ​ກໍ​ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ເພາະ​ນອກ​ຈາກ​ຈະ​ເຮັດໃຫ້​ທ້ອງ​ອືດ​ແລ້ວ ຍັງມີ​ສ່ວນ​ເພີ່ມ​ປະລິມານ​ສານ​ພິດ​ຈາກ​ການ​ເຜົາ​ໄໝ້​ຂອງ​ຢາສູບໄດ້​ຫລາຍ​ຂຶ້ນ ເນື່ອງ​ຈາກ​ຮ່າງກາຍ​ກຳ​ລັງ​ເຜົາ​ຜານ​ອາຫານ​ຢູ່ ຫາກ​ໄດ້ຮັບ​ສານ​ນິກ​ໂຄ​ຕິນ​ເຂົ້າໄປ ຮ່າງກາຍ​ກໍ​ຈະ​ໄດ້ຮັບ​ສານນີ້ຫລາຍ​ຂຶ້ນ ຄືກັບ​ສູບ​ກອກດຽວ​ໄດ້​ພິດ​ຂອງ​ມັນ​ເຖິງ 10 ເທົ່າ​

ສາຍ​ເຫດ​ໃດ​ທີ່ເຮັດໃຫ້ອາບ​ນ້ຳ​ຫລັງ​ກິນ​ອາຫານ ບໍ່​ດີ?
ການ​ຍ່ອຍ​ອາຫານ​ຂອງ​ຮ່າງກາຍ​ມີ​ກົນ​ໄກ​ຫລາຍ​ຢ່າງ ດັ່ງ​ນັ້ນ​ຫລັງ​ຈາກ​ກິນ​ອິ່ມ ຄວນ​ໃຫ້​ເວລາ​ກັບ​ຮ່າງກາຍ​ຈັກ 10-15 ນາ​ທີ ​ໃນ​ການ​ຍ່ອຍ​ອາຫານ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໃຫ້​ນັ່ງ​ຊື່ໆ ແຕ່ເຮົາ​ສາມາດ​ເຮັດ​ກິດຈະກຳ​ອື່ນ ໆ ໄດ້ ເຊັ່ນ: ລ້າງ​ຖ້ວຍລ້າງບ່ວງ, ເບິ່ງ​ໂທລະພາບ, ອ່ານ​ປຶ້, ຫຼິ້ນມໂທລະສັບ ຫລື​ ກິດຈະກຳ​ອື່ນໆ ທີ່​ບໍ່​ຕ້ອງ​ອອກ​ແຮງ​ຫລາຍ ຫລື ​ເຮັດໃຫ້​ຈຸກ​ທ້ອງ​. ການ​ອາບ​ນ້ຳ​ຫລັງ​ກິນ​ອາຫານ​ກໍ​ເປັນ​ການ​ລົບກວນ​ການ​ຍ່ອຍ​ເຊັ່ນ​ກັນ ເນື່ອງ​ຈາກ​ເປັນ​ເວລາ​ທີ່​ກະເພາະ​ອາຫານ​ເຮັດວຽກ​ຢູ່ ເລືອດ​ໄປ​ລ້ຽງ​ໃນ​ສ່ວນ​ນີ້​ຫລາຍ ເຮັດໃຫ້​ອຸນຫະພູມ​ໃນ​ຮ່າງກາຍ​ຕ່ຳ​ລົງ ຫາກ​ວ່າອາບ​ນ້ຳ​ທັນ​ທີ​ຮ່າງກາຍ​ກໍ​ຈະ​ມີ​ອຸນຫະພູມ​ຕ່ຳ​ລົງ ຮ່າງກາຍ​ຈະ​ເສຍ​ສົມ​ດຸນ ແລະ​ ເຮັດໃຫ້​ໂຕເຢັນ ທ້ອງ​ອືດ ທ້ອງ​ຍືງ​ໄດ້​ງ່າຍ... ຂໍ້​ເສຍ​ອີກ​ຢ່າງ​ໜຶ່ງທີ່​ເຮັດໃຫ້​ອຸນຫະພູມ​ໃນ​ຮ່າງກາຍ​ຫຼຸດລົງ​ຄື “ພູ​ມ​ຕ້ານ​ທານ” ທີ່​ອ່ອນ​ແຮງ​ລົງ ສົ່ງ​ຜົນ​ໃຫ້​ຫລັງ​ອາບ​ນ້ຳ​ອາດ​ມີ​ໄຂ້​ໜ້ອຍ ໆ ແລະ ​ຫາກອາບ​ນ້ຳ​ຫລັງ​ກິນ​ອາຫານເປັນ​ປະຈຳ ກໍ​ຈະ​ເຮັດໃຫ້​ລະບົບ​ການ​ຍ່ອຍ​ອາຫານ​ມີ​ບັນຫາ ມີ​ຜົນ​ເຮັດໃຫ້​ທ້ອງ​ອືດ​ເລື້ອຍ​ຊຶ່ງ​ບໍ່​ເປັນ​ຜົນດີີ​ກັບ​ຮ່າງກາຍ​ເລີຍ ແລະ​ ການ​ທີ່ “ທ້ອງ​ອືດ” ເລື້ອຍໆ ເປັນ​ຜົນ​ເຮັດໃຫ້​ລຳ​ໄສ້​ອັກ​ເສບ​ໄດ້​ງ່າຍ ແລະ ​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ຜິດ​ປົກກະຕິ



5 ສິ່ງ​ທີ່​ບໍ່​ດີ ບໍ່​ຄວນ​ເຮັດ ຫລັງ​ກິນ​ອາຫານ​ອິ່ມ
1 ອາບ​ນ້ຳ​ຫລັງ​ກິນ​ເຂົ້າ​ແລ້ວ ຢ່າງ​ທີ່​ກ່າວ​ໄປ​ຂ້າງ​ຕົ້ນ​ຈະ​ເຫັນ​ໄດ້​ວ່າ​ການ “ອາບ​ນ້ຳ” ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ​ຫລັງ​ກິນ​ອາຫານ​ຫລາຍ​ທີ່ສຸດ ເພາະ​ການ​ຍ່ອຍ​ອາຫານ​ຈະ​ເຮັດວຽກ​ຜິດ​ປົກກະຕິ ສົ່ງ​ຜົນ​ໃຫ້​ຮ່າງກາຍ​ຂາດ​ສົມ​ດຸນ



2 ນອນ​ຫລັບ ກໍ່​ເປັນ​ອີກ​ຂໍ້​ທີ່​ສົ່ງ​ຜົນ​ໃຫ້​ທ້ອງ​ອືດ ແໜ້ນ​ທ້ອງ​ຫລາຍ​ທີ່ສຸດ ເພາະ​ການ​ກິນ​ແລ້ວ​ນອນ​ທັນ​ທີ​ຈະ​ເຮັດໃຫ້​ເກີດ​ລົມ​ໃນ​ທ້ອງ ອາດ​ເຮັດໃຫ້​ເກີດ​ພະຍາດ​ກົດ​ໄຫລ​ຍ້ອນ​ໄດ້​ນຳ ລວມທັງ​ເວລາຕື່ນ​ຂຶ້ນ​ມາ​ແລ້ວ​ຈະ​ຮູ້ສຶກ​ບໍ່​ສະບາຍ​ທ້ອງ​



ອອກ​ກຳ​ລັງ​ກາຍ ການ​ອອກ​ກຳ​ລັງ​ກາຍ​ຈຳ​ເປັນ​ຕ້ອງ​ໃຊ້​ພະລັງ​ງານ​ໃນ​ຮ່າງກາຍ​ຫລາຍ ໃນ​ຂະນະ​ທີ່​ກະເພາະ​ກໍ​ຍັງ​ສ້າງການ​ຍ່ອຍ​ອາຫານ​ຢູ່ ປະ​ສິດ​ທິ​ພາບ​ໃນ​ການເຮັດວຽກ​ທັງ​ໝົດ​ທຸກ​ສ່ວນ​ໃນ​ຮ່າງກາຍ ຫາກ​ເຮັດ​ພ້ອມ​ກັນ​ແບບ​ນີ້​ບໍ່​ດີ​ແນ່ນອນ



4 ດື່ມ​ນ້ຳ​ອັດ​ລົມ ແລະ​ຫມາກໄມ້​ທີ່​ມີ​ແກສ໌​ຫຼາຍ​ຫລັງ​ອາຫານ, ​ຖ້າ​ຢາກ​ລ້າງ​ປາກ​ດ້ວຍ​ເຄື່ອງ​ດື່ມ​ຫວານ ໆ ແລະ ​ຫມາກໄມ້​ສົດໆ ແນະ​ນຳ​ຫມາກໄມ້​ຍ່ອຍ​ງ່າຍ ເຊັ່ນ ໝາກ​ໂມ, ໝາກກ້ຽງ, ຄວນຫຼີກ​ຫມາກໄມ້​ມີແກສ໌​ຫຼາຍ ເຊັ່ນ: ໝາກຖົ່ວລຽນ, ໝາກກ້ວຍ, ມັນ​ດ້າງ ຫລື ​ຫມາກໄມ້​ທີ່​ມີ​ແປ້ງ​ຫຼາຍ ແລະ ​ເຄື່ອງ​ດື່ມ​ເບົາ ໆ ທີ່​ດີ​ຕໍ່​ທ້ອງ​ຫລັງ​ກິນ​ອິ່ມ​ໃໝ່​ ໆ ເຊັ່ນ: ນ້ຳ​ໃບ​ເຕີຍ, ນ້ຳ​ເກ໊​ກຮວຍ ກໍ​ຊ່ວຍ​ໃຫ້​ຊື່ນ​ໃຈ ແລະ ​ສະບາຍ​ທ້ອງ​ໄດ້ ສ່ວນ​ນ້ຳ​ອັດ​ລົມ​ທີ່​ມີ​ແກສ໌​ຫຼາຍ​ເປັນ​ສິ່ງ​ທີ່​ຄວນ​ລ້ຽງ​ທີ່ສຸດ ຖ້າ​ບໍ່​ຢາກ​ໃຫ້​ທ້ອງ​ອືດ ປວດ​ທ້ອງ​ຫລັງ​ກິນ​ເຂົ້າ​ອິ່ມ​​ກໍ​ຄວນ​ລ້ຽງ​ອາຫານ​ແລະ​ເຄື່ອງ​ດື່ມ​ທີ່​ມີ​ແກສ໌​ຫຼາຍ.



ອາລົມ​ບໍ່ດີ ງຸດ​ງິດ ໃຈຮ້າຍ​ຫຼັງກິນ​ອິ່ມ​ໃໝ່​ ໆ ນອກ​ຈາກ​ຈະ​ຕ້ອງ​ຫຼີກເວັ້ນການເຮັດໃຫ້​ຈຸກ​ທ້ອງ ຫລື​ທ້ອງ​ອືດ​ແລ້ວ ຍັງ​ຄວນ​ ຫຼີກເວັ້ນພາ​ວະ​ຄວາມ​ຄຽດ​ທີ່​ສົ່ງ​ຜົນ​ຕໍ່​ກະເພາະ​ໂດຍ​ກົງ​. ເພາະ​ຫລັງ​ກິນ​ອາຫານ ຫາກ​ມີ​ອາລົມ​ເຫລົ່າ​ນີ້​ກໍ​ຈະ​ສົ່ງ​ຜົນ​ຕໍ່​ລະບົບ​ທາງເດີນ​ອາຫານ ແລະ​ ອາດ​ເຮັດໃຫ້​ຮາກ​ອອກ​ມາ​ໄດ້​ງ່າຍ. 



ເລື່ອງ​ນ້ອຍ​ ໆ ກ່ຽວກັບ​ກິດຈະກຳ​ທີ່​ບໍ່​ຄວນ​ເຮັດ​ຫລັງ​ກິນ​ອາຫານ​ແລ້ວ ລວມ​ເຖິງ​ການອາບ​ນ້ຳ​ຫລັງ​ກິນ​ເຂົ້າອິ່ມໆ ທັນ​ທີ ກໍ​ບໍ່​ຄວນ​ລະເລີຍ, ເພາະ​ຫາກ​​ເຮັດ​ເລື້ອຍ  ໆ ເປັນ​ປະຈຳ ເລື່ອງ​ເລັກນ້ອຍ​ເຫລົ່າ​ນີ້​ອາດ​ກໍ່​ໃຫ້​ເກີດ​ຜົນ​ຮ້າຍ ບັນຫາ​ໃຫຍ່​ຕໍ່​ສຸກຂະພາບ​ຕາມ​ມາ​ໃນ​ພາຍ​ຫລັງ​ໄດ້ ດັ່ງ​ນັ້ນ ກັນ​ໄວ້​ດີກວ່າ​ແກ້... ຈະ​ເປັນ​ການ​ດີ​ທີ່ສຸດ​ເດີ



© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.