ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃນໂອກາດວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
ພໍ່ແມ່ ພີ່ນ້ອງ ປວງຊົນລາວ ທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ!
ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967 - 8 ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຮົາ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 - 23 ກໍລະກົດ 2017).
ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ພວມປະຕິບັດຫນ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.
ຄືດັ່ງພວກເຮົາຊາບດີນຳກັນແລ້ວວ່າ ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ໄດ້ພັດທະນາຕົນເອງ ໃຫ້ສອດຄ່ອງກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໃນແຕ່ລະໄລຍະ ຊຶ່ງໄດ້ເຮັດໃຫ້ອາຊຽນເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ. ອາຊຽນ ໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ ເທື່ອລະກ້າວ ຈົນກວມເອົາທຸກຂົງເຂດ ນັບແຕ່ດ້ານເສດຖະກິດ, ສັງຄົມ-ວັດທະນະທໍາ ໄປເຖິງດ້ານການເມືອງ-ຄວາມໝັ້ນຄົງ. ອາຊຽນ ໄດ້ຮັດແໜ້ນການພົວພັນກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຄື: ອາຊຽນບວກໜຶ່ງ, ອາຊຽນບວກສາມ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດບວກ, ເວທີປຶກສາຫາລືພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ມີຮູບແບບການຮ່ວມມືກັບຄູ່ຮ່ວມມືພາຍນອກຕາມທ່າແຮງ ແລະ ຄວາມເໝາະສົມກັບສະພາບການຕົວຈິງຂອງແຕ່ລະປະເທດ. ສິ່ງສໍາຄັນທີ່ສຸດ, ຄວາມເປັນແກນກາງຂອງອາຊຽນ ເປັນທີ່ຮັບຮູ້ໃນໂຄງສ້າງພາກພື້ນທີ່ພວມຜັນແປ ຊຶ່ງໂຄງສ້າງດັ່ງກ່າວໄດ້ຮັບການເສີມຂະຫຍາຍຈາກບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນ.
ຜົນສຳເລັດອັນພົ້ນເດັ່ນທີ່ສຸດ ຂອງ ອາຊຽນ ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ແລະ ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ກາຍເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມືພາຍໃນ ອາຊຽນ ແລະ ລະຫວ່າງ ອາຊຽນກັບພາຍນອກ ອັນໄດ້ນໍາໄປສູ່ການສ້າງຕັ້ງເປັນປະຊາຄົມອາຊຽນໃນວັນທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ.
ຜົນສໍາເລັດທີ່ອາຊຽນ ຍາດມາໄດ້ໃນໄລຍະ 5 ທົດສະວັດທີ່ຜ່ານມານີ້ ກໍແມ່ນຍ້ອນຫຼາຍໆປັດໄຈ, ແຕ່ອັນສຳຄັນແມ່ນ “ວີຖີທາງອາຊຽນ” ທີ່ອີງໃສ່ລັກສະນະສະເພາະ ຂອງພາກພື້ນອາຊຽນ ທີ່ມີຄວາມຫຼາກຫຼາຍ, ອີງໃສ່ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ການຍຶດໝັ້ນໃນບັນດາຫຼັກການພື້ນຖານຂອງອາຊຽນດັ່ງທີ່ລະບຸໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້, ກົດບັດອາຊຽນ, ແລະ ເອກະສານອື່ນໆຂອງອາຊຽນ.
ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ!
ໃນທ່າມກາງທີ່ສະພາບການຜັນແປທີ່ສັບສົນຂອງພາກພື້ນ ແລະ ຂອງໂລກ ໃນປະຈຸບັນ ທີ່ເຕັມໄປດ້ວຍຄວາມສ່ຽງນີ້, ອາຊຽນ ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດທີ່ຍາດມາໄດ້, ເພີ່ມທະວີການເຊື່ອມໂຍງເສດຖະກິດພາຍໃນ ພາກພື້ນອາຊຽນ ແລະ ກັບພາຍນອກ, ດຳເນີນນະໂຍບາຍເປີດກວ້າງການຮ່ວມມືກັບພາຍນອກ ໂດຍການເສີມຂະຫຍາຍທ່ວງທ່າທີ່ດີໃນການພົວພັນ ກັບບັນດາຄູ່ເຈລະຈາຂອງອາຊຽນ ລວມທັງ ເສີມຂະຫຍາຍການພົວພັນ ກັບຄູ່ຮ່ວມມືພາຍນອກອື່ນໆ ໂດຍນໍາໃຊ້ຮູບແບບການຮ່ວມມືຕ່າງໆທີ່ແທດເໝາະ ແລະ ປັບຕົວໄດ້ຢ່າງຄ່ອງແຄ້ວ, ໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ອາຊຽນ ຍັງຈະສົ່ງເສີມ ບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນໃຫ້ເຂັ້ມແຂງ ແລະ ສົ່ງເສີມ ຄວາມເປັນແກນກາງ ແລະ ຄວາມເປັນເອກະພາບ ຂອງຕົນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ. ສໍາຄັນທີ່ສຸດ, ອາຊຽນ ຈະສືບຕໍ່ກ້າວໄປໃນຫຼັກການແຫ່ງຄວາມເປັນເຈົ້າການ, ຍຶດໝັ້ນໃນ “ວີຖີທາງອາຊຽນ” ກໍຄື ບັນດາຫຼັກການທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ ທັງເປັນປະຊາຄົມທີ່ ສ້າງຄວາມເພິ່ງພໍໃຈ ແລະ ສະບາຍໃຈໃຫ້ແກ່ກັນ ແລະ ກັນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.
ທ່ານຍິງ ທ່ານຊາຍ ທີ່ຮັກແພງທັງຫຼາຍ!
ສປປ ລາວ ເຮົາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງຄອບຄົວອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ອາຊຽນ ໄດ້ກາຍເປັນເສົາຄ້ຳໜຶ່ງທີ່ສໍາຄັນ ໃນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ. ຕະຫຼອດໄລຍະ 20 ປີ ຜ່ານມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງຫນ້າ ແລະ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ. ອັນສໍາຄັນ ໃນໄລຍະຜ່ານມາ, ສປປ ລາວ ກໍໄດ້ສໍາເລັດການເປັນປະທານອາຊຽນ 2 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ໃນການເປັນປະທານອາຊຽນ ຄັ້ງທີ 2 ທີ່ຫາກໍສໍາເລັດລົງ ພາຍໃຕ້ຄໍາຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ”, ພວກເຮົາໄດ້ ສໍາເລັດການສ້າງເອກະສານຫລາຍສະບັບ ອັນເປັນພື້ນຖານສໍາລັບ ການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.
ໂດຍລວມແລ້ວ, ການເປັນສະມາຊິກອາຊຽນ ຕະຫຼອດໄລຍະສອງທົດສະວັດ ຜ່ານມາ ໄດ້ນຳຜົນປະໂຫຍດ ມາສູ່ ສປປ ລາວ ຫຼາຍດ້ານເຊັ່ນ: 1.) ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ສູງເດັ່ນຂຶ້ນ; 2.) ພວກເຮົາ ໄດ້ປະກອບສ່ວນສ້າງສະພາບແວດລ້ອມພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງ ໄດ້ມີສ່ວນຮ່ວມ ອັນສຳຄັນ ໃນການກຳນົດຫຼັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ; 3.) ຕະຫຼອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຫລາຍດ້ານຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມ ຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນເຊັ່ນ: ອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກ ໄດ້ສຳເລັດ; 4.) ພວກເຮົາ ໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດເຂົ້າເຖິງຕະຫຼາດສາກົນຫຼາຍຂຶ້ນ ໂດຍຜ່ານເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີໃນຂອບການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້; 5.) ພວກເຮົາ ໄດ້ປັບປຸງນິຕິກຳ ແລະ ລະບຽບພາຍໃນຂອງຕົນ ຊຶ່ງໄດ້ອຳນວຍຄວາມສະດວກເຮັດໃຫ້ບໍລິມາດການຄ້າ ແລະ ການລົງທຶນ ໃນ ສປປ ລາວ ເພີ່ມຂຶ້ນ; 6.) ການໄປມາຫາສູ່ກັນຂອງປະຊາຊົນ ມີຄວາມສະດວກຫຼາຍຂຶ້ນ ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ເປັນຈຳນວນຫຼວງຫຼາຍ; 7.) ວັດທະນະທຳ-ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງ ລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ; ແລະ 8.) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ກໍຄືບັນດາຂະແຫນງການ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະຜ່ານມາ ລວມທັງ ສະແດງຄວາມຂອບໃຈ ມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນຕໍ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ.
ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ!
ໃນການເປັນປະຊາຄົມອາຊຽນ ຊຶ່ງ ລາວເຮົາ ໄດ້ເປັນໜຶ່ງໃນສິບປະເທດນັ້ນ, ໃນຕໍ່ໜ້າ ພວກເຮົາ ຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເປັນສະມາຊິກທີ່ດີ, ມີຄວາມເຂັ້ມແຂງ ໄປຄຽງຄູ່ກັບປະເທດສະມາຊິກໃນປະຊາຄົມເຊັ່ນ: 1.) ສົ່ງເສີມຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບ ປະຊາຄົມອາຊຽນ; 2.) ປັບປຸງກົນໄກການປະສານງານພາຍໃນຂອງພວກເຮົາ ລະຫວ່າງ ຂະແຫນງການດ້ວຍກັນ ແລະ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນໃຫ້ວ່ອງໄວ ແລະ ທັນການ; 3.) ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການທີ່ຕິດພັນກັບທ່າແຮງຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນໃນຕະຫລາດອາຊຽນ ແລະ ນອກອາຊຽນ ໂດຍສະເພາະໃນປະເທດຄູ່ເຈລະຈາ; 4.) ປັບປຸງນິຕິກຳ ແລະ ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງຕົນເອງ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ນັບມື້ນັບສູງຂຶ້ນ; ແລະ 5.) ສ້າງບຸກຄະລາກອນທັງສູນກາງ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມເຄື່ອນໄຫວການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.
ພໍ່ແມ່ພີ່ນ້ອງ ທີ່ເຄົາລົບທັງຫຼາຍ!
ໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍເຊີນຊວນ ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງ ປວງຊົນລາວ ທັງຊາດ ຈົ່ງພ້ອມກັນສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມທະນົງໃຈ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາຜູ້ນໍາ ພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວ ທຸກຖ້ວນຫນ້າ ທັງຢູ່ ພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດໃນຫນ້າທີ່ການງານທຸກປະການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາ ກໍຄື ການຮັດແຫນ້ນປະຊາຄົມອາຊຽນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ | tonamcha.com
___________
Post a Comment