Header Ads

ແຂວງບໍ່ແກ້ວ ອະນຸຍາດໃຫ້ຈີນ ສຳປະທານເມືອງໃໝ່ຫ້ວຍຊາຍ 50 ປີ



ອີງຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວໃນວັນທີ 22 ສິງຫາ 2017 ທີ່ຜ່ານມາໂດຍລະບຸວ່າ: ແຂວງບໍ່ແກ້ວ ໄດ້ອະນຸຍາດໃຫ້ກຸ່ມບໍລິສັດ ພັດທະນາເສດຖະກິດ ສະເພາະບໍ່ເຕັນລາວ ຈຳກັດ ສຳປະທານໂຄງການພັດທະນາ ຕົວເມືອງໃໝ່ຫ້ວຍຊາຍ ແລະ ພັດທະນາເຂດການຄ້າ, ການທ່ອງທ່ຽວ ຢູ່ບໍລິເວນຂົວມິດຕະພາບ 4 ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນເນື້ອທີ່ 13 ເຮັກຕາ ມູນຄ່າການລົງທຶນ 100 ລ້ານໂດລາສະຫະລັດ ໃນໄລຍະເວລາ 50 ປີ.



ພິທີເຊັນບົດບັນທຶກວ່າດ້ວຍການສຳປະທານໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນກາງເດືອນກໍລະກົດ 2017 ທີ່ຜ່ານມາ, ໂດຍການຮ່ວມລົງນາມລະຫວ່າງທ່ານ ບົວສະຫວາດ ອິນທະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ລານ ຈາເວີຍ ຮອງປະທານກຸ່ມບໍລິສັດ ພັດທະນາເສດຖະກິດ ສະເພາະບໍ່ເຕັນ ລາວຈຳກັດ ໂດຍມີທ່ານ ຄຳກິ່ງ ເອືອຍມະນີຮັກ ຮອງເຈົ້າແຂວງໆບໍ່ແກ້ວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ກິດຈະກຳຂອງໂຄງການດັ່ງກ່າວປະກອບມີສ້າງສູນການຄ້າ-ຮ້ານຄ້າປອດພາສີ, ສູນຈຳໜ່າຍສິນຄ້ານຳເຂົ້າ ແລະ ສົ່ງອອກທົ່ວໄປ, ສູນແລກປ່ຽນເງິນຕາ, ສ້າງສວນສາທາລະນະ, ຈຸດທ່ອງທ່ຽວຊົມວິວ, ທ່າເຮືອ, ໂຮງແຮມ ແລະ ຮ້ານອາຫານ, ສະຖານນີ້ຮັບສົ່ງໂດຍສານສາກົນ ແລະ ສາງສິນຄ້າປອດພາສີ.

ທີ່ມາ: ຂປລ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.