Header Ads

ລັດເທ໊ກຊັສ ສ. ອາເມລິກາ ປະເຊີນອຸທົກກະໄພນໍ້າຖ້ວມຢ່າງຮຸນແຮງ ເສຍຊີວິດເສຍແລ້ວ 8 ຄົນ, ສູນຫາຍ 4 ຄົນ ແລະ ປະຊາຊົນອົບພະຍົກອອກຈາກທີ່ຢູ່ອາໄສ ກວ່າ 30,000 ຄົນ.


ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 29 ສິງຫາ ນີ້ວ່າ: ສູນເຝົ້າລະວັງເຮິລິເຄນແຫ່ງຊາດສະຫະລັດປະກາດເຕືອນໄພນໍ້າຖ້ວມໃນ ນະຄອນຮູສຕັນ ລັດເທ໊ກຊັສ  ທີ່ກຳລັງປະເຊີນໄພນໍ້າຖ້ວມຢ່າງໜັກດ້ວຍລະດັບນໍ້າທີ່ເພີ່ມຂື້ນຕໍ່ເນື່ອງຈາກອາທິດທີ່ຜ່ານມາເຖິງ 30 ນີ້ວ ຈາກປະລິມານນໍ້າຝົນທີ່ຕົກມາເພີ່ມເຮັດໃຫ້ຖະໜົນຫຼາຍສາຍເຕັມໄປດ້ວຍນໍ້າ ແລະ ການສັນຈອນທາງລົດແມ່ນຢຸດສະງັດ ໂດຍການສັນຈອນແມ່ນນໍາໃຊ້ເຮືອເທົ່ານັ້ນ. ທາງດ້ານສູນເຝົ້າລະວັງເຮິລິເຄນແຫ່ງຊາດສະຫະລັດ ຄາດຄະເນວ່າລະດັບນໍ້າຈະເພີ່ມຂື້ນຕື່ມອີກປະມານ 5 - 25 ນີ້ວ ຈາກນໍ້າຝົນທີ່ຕົກລົງມາຕື່ມ. 








ອຸທົກກະໄພນໍ້າຖ້ວມຢ່າງຮຸນແຮງໃນ ລັດເທ໊ກຊັສ ສ. ອາເມລິກາ ເປັນຜົນມາຈາກເຮິລິເຄນຮາເວ (Hurricane Harvey) ທີ່ມີຄວາມຮຸນແຮງລະດັບ 4 ພັດຂື້ນຝັ່ງຂອງລັດເທ໊ກຊັສ ສ. ອາເມລິກາໃນວັນສຸກ ທີ 25 ສິງຫາ ຜ່ານມານີ້. ຂໍ້ມູນຕາມຂ່າວລະບຸວ່າເຮິລິເຄນຮາເວ ໄດ້ຫຼຸດຄວາມແຮງລົງກາຍເປັນພະຍຸໂຊນຮ້ອນແລ້ວ ແຕ່ກໍເຮັດໃຫ້ຝົນຕົກໜັກ ແລະ ນໍ້າຖ້ວມຢ່າງຮຸນແຮງໃນນະຄອນຮູສຕັນ ເຊິ່ງເປັນເມືອງທີ່ໃຫຍ່ອັນດັບທີ 4 ຂອງສະຫະລັດ ໂດຍມີປະຊາກອນອາໄສ 6.6 ລ້ານຄົນ ຈາກເຫດອຸທົກກະໄພນໍ້າຖ້ວມຢ່າງຮຸນແຮງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 8 ຄົນ, ສູນຫາຍ 4 ຄົນ, ບ້ານເຮືອນ, ອາຄານ, ສິ່ງອໍານວຍຄວາມສະດວກຂອງເມືອງເປ້ແພ ແລະ ສິ່ງຂອງເຄື່ອງໃຊ້ຈໍານວນຫຼາຍແມ່ນຖືກພັດໄປກັບສາຍນໍ້າ.








ດ້ານການຂົນສົງທາງອາກາດ ໂດຍສະເພາະສະໜາມບິນ ນະຄອນຮູສຕັນ ບຸສຕ້ອງປະກາດຍົກເລິກຖ້ຽວບິນຂາເຂົ້າ-ອອກທັງໝົດ ໃນຂະນະທີ່ສະໜາມບິນຮອບບີຕ້ອງປິດໃຫ້ບໍລິການ ເນື່ອງຈາກນໍ້າຖ້ວມລັນເວ ພ້ອມກັບມີບໍ່ໄຟຟ້າໃຊ້ທົ່ວເມືອງ ເຮັດໃຫ້ເຮືອນປະຊາຊົນ 316,000 ຫຼັງຄາ ແລະ ປະຊາຊົນຫຼາຍກວ່າ  30,000 ຕ້ອງອົບພະຍົກອອກຈາກຢູ່ເຮືອນໄປຢູ່ສູນພັກອາໄສສຸກເສີນຊົ່ວຄາວ.









ທີ່ມາ: AP/Reuters 
© ໂຕະນໍ້າຊາ | tonamcha.com    


___________




Powered by Blogger.