Header Ads

ລາວ-ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ



ລາວ ແລະ ກຳປູເຈຍ ຕົກລົງແກ້ໄຂບັນຫາຊາຍແດນຢ່າງສັນຕິວິທີ ສອງຝ່າຍຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາແລ້ວ, ຫລັງຈາກນາຍົກລັດຖະມົນຕີຂອງສອງປະເທດ ໄດ້ພົບປະກັນ ທີ່ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 12 ສິງຫາ 2017.



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ ໄດ້ມີການພົບປະ ປຶກສາຫາລືແກ້ໄຂບັນຫາຊາຍແດນລະຫວ່າງຂອງປະເທດ ແລະ ຮ່ວມກັນຖະແຫລງຂ່າວພາຍຫລັງສຳເລັດການພົບປະ ເຊິ່ງສັງລວມໄດ້ເນື້ອໃນສຳຄັນຄື: ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍຄວາມເປັນມິດ ເພື່ອບໍ່ໃຫ້ສະຖານະການໃນຂົງເຂດນັ້ນເຄັ່ງຕຶງ ຫລືໃຊ້ກຳລັງຕໍ່ກັນ; ສອງຝ່າຍ ໄດ້ຕົກລົງຖອນທະຫານອອກຈາກເຂດທີ່ມີບັນຫາທັງໝົດ, ພາຍຫລັງ ສົມເດັດຮຸນເຊນ ໄດ້ສັ່ງໃຫ້ຢຸດຕິການສ້າງເສັ້ນທາງເຂົ້າໄປເຂດດັ່ງກ່າວ ເພື່ຶອໃຫ້ສະຖານະການຢູ່ເຂດດັ່ງກ່າວເຂົ້າສູ່ສະພາບປົກກະຕິໂດຍໄວ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນທັງສອງປະເທດວ່າຈະບໍ່ມີເຫດການທີ່ບໍ່ເພິ່ງປາຖະໜາເກີດຂຶ້ນ; ສອງຝ່າຍ ໄດ້ປຶກສາຫາລື ແລະ ຕົກລົງກັນ ໃຫ້ຄະນະກຳມາທິການຊາຍແດນຂອງສອງປະເທດ ກໍຄືສອງກະຊວງການຕ່າງປະເທດ ສືບຕໍ່ປຶກສາຫາລືພົບປະເຈລະຈາແກ້ໄຂບັນຫາຊາຍແດນທີ່ຍັງບໍ່ທັນໄດ້ຕົກລົງປັກຫລັກໝາຍນຳກັນໃຫ້ສຳເລັດໄວ ເທົ່າທີ່ຈະໄວໄດ້.



ການພົບປະຂອງສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ລາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ມີຂຶ້ນເພື່ອປຶກສາຫາລືກັນແກ້ໄຂສະພາບເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງແຂວງອັດຕະປື ຂອງລາວ ແລະ ຊຽງແຕງ ຂອງກຳປູເຈຍ, ພາຍຫລັງເກີດເຫດການຄວາມບໍ່ເຂົ້າໃຈກັນເກີດຂຶ້ນໃນເຂດຊາຍແດນດັ່ງກ່າວ.


ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.